ຄະ​ນະ​ຈັດ​ຊື້​ຢູ່​ເອີ​ລົບ​ຂອງ​ຈີນ​ຢ້ຽມ​ຢາມ​ເຢຍ​ລະ​ມັນ

(GMT+08:00) 2009-02-26 18:16:38 cri
-----------------------------------------------------------------------------------------------------------------
ວັນ​ທີ25​ກຸມພາ​ນີ້, ຄະນະ​ຊຸກຍູ້​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ​ທີ່​ນຳພາ​ໂດ​ຍທ່ານ​ເສີນ​ເຕີ​ມິ​ງ ລັດຖະ​ມົນຕີ​ວ່າການ​ກະ​ຊວງ​ການ​ຄ້າ​ຂອງ​ຈີນ​ໄດ້​ຢ້ຽມຢາມ​ເຢຍລະ​ມັນ, ​ແລະ​ເຊັນຂໍ້​ຜູກ​ພັນ​ຈັດ​ຊື້ຫຼື​ສັນຍາ​ຮ່ວມ​ມື​ທີ່​ມີ​ມູນ​ຄ່າກ້ອນ​ໃຫຍ່ກັບ​ວິ​ສາ​ຫະກິດ​ເຢຍ ລະ​ມັນ. ພາຍ​ໃຕ້​ສະພາບ​ວິ​ກິດ​ການ​ການ​ເງິນ​ໃນ​ປະ​ຈຸ​ບັນ, ນີ້​ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ຊຸກຍູ້​​​ການ​ຄ້າ​ແບບ​ເສລີ​ຂອງສອງ​ຝ່າຍ​, ​ເປີດ​ຕະຫຼາດ​ເຊິ່ງກັນ​ແລະ​ກັນ, ຄັດ ຄ້ານລັດ​ທິປົກ​ປ້ອງ​ການ​ຄ້າ​ແລະ​ຊຸ​ກຍູ້​ເສດ​ຖະກິດຈີນ​ເອີ​ລົບພົ້ນ​ຈາກ​ວິ​ກິດ​ການ​ໂດຍ​ໄວ.

ຄະນະ​ຊຸກຍູ້​ການ​ຄ້າ​ແລະ​ການ​ລົງທຶນ​ຈີນຢ້ຽມຢາມ​ເຢຍລະ​ມັນ​ແມ່ນ​ເພື່ອ​ຈັດ​ຕັ້ງ​ປະ ຕິບັດ​ສັນຍາ​ຈັດ​ຊື້​ທີ່​ທ່ານ​ເວີນ​ເຈ່ຍປາວ ນາຍົກ​ລັດຖະມົນຕີ​ຈີນ​​ເຊັນກັບ​ຝ່າຍ​ເອີ​ລົບ​​ໃນ​ເດືອນ​ແລ້ວ​ນີ້​ທີ່​ທ່ານ​ຢ້ຽມຢາມ​​ເອີ​ລົບ. ວິ​ສາ​ຫະ​ກິດ​ທີ່​ເຂົ້າ​ຮ່ວມ​ຄະນະ​ດັ່ງກ່າວ​ມີ ຮ້ອຍ​ກວ່າ​ແຫ່ງ, ປະ​ກອບ​ດ້ວຍ​ຂົງ​ເຂດ​ຕ່າງໆ ​ເຊັ່ນ​ການ​ຜະລິດ​ກົນ​ຈັກ, ​ເອ​ເລັກ​ໂຕຼນິກ, ລົດຍົນ, ​​ສື່ສານ​​, ເຕັກນິກ​ວິທະ​ຍາສາດ​ທີ່​ກ່ຽວ​ຂ້ອງ​ແລະການ​ຄ້າ​ການບໍ ລິການ​ການ​ຄ້າ​ເປັນຕົ້ນ. ທ່ານ​ເສີນ​ເຕີ​ມິ​ງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ:

"ຄະນະ​ຈັດ​ຊື້​​ໄປ​ຢ້ຽມຢາມ​ເອີ​ລົບ​ມີ​ຄວາມ​ໝາຍ​ຫຼາ​ຍອັນ. ໜຶ່ງ​ແມ່ນນຳ​ເອົາ ຄວາມ​ໝັ້ນ​ໃຈ​ຂອງ​ພວກ​ເຮົາ​ໄປ​ຮອດ​ເອີ​ລົບ, ສະ​ແດງ​ໃຫ້​ເຫັນ​ວ່າ, ​ພວກ​ເຮົາ​ຢຶດໝັ້ນ​ການ​ເປີດ​ປະຕູ​ດ້ານ​ການ​ຄ້າ, ຄັດຄ້ານ​ລັດທິ​ປົກ​ປ້ອງ. ນອກ​ນີ້, ພວກ​ເຮົາ​ຕ້ອງຖື​ໂອກາດ​ນີ້​ເພື່ອ​ປັບປຸງ​ອົງ​ປະກອບ, ຫັນ​ປ່ຽນ​ຮູບ​​ແບບ​ພັດທະນາ, ຂາ​ເຂົ້າ​ເຕັກນິກ, ອຸປະກອນ​​ທີ່​ພວກ​ເຮົາ​ຕ້ອງການ. ​ເຮັດ​ແນວ​ນີ້, ກໍ​ສາມາດ​​ເອົາ​ການ​ສ້າງ ຄວາມໝັ້ນ​ໃຈປະ​ສານກັບ​ການ​ປັບປຸງ​ອົງ​ປະກອບ​ຂອງ​ພວກ​ເຮົາ​ຢ່າງ​​ເໝາະ​ສົມ." ຢູ່​ແບັກ​ແລັງ, ວິ​ສາ​ຫະກິດ​ຈີນ36​ແຫ່ງ​ໄດ້​ເຊັນຂໍ້​​​ຜູກ​ພັນ​ຈັດ​ຊື້​ຫຼືສັນຍາ​ຮ່ວມ​ມື​ທີ່​ມີ​ມູນ​ຄ່າ​ຫຼາຍ​ກ່ວາ10ຕື້​ໂດ​ລາ​ກັບ​ຝ່າຍ​ເຢຍລະ​ມັນ, ຜະລິດ​ຕະພັນ​ຕົ້ນຕໍ​ໂຮມ​ສູນຢູ່​ໃນ​ຂົງ​ເຂດ​ການ​ຜະລິດ​ກົນ​ຈັກ, ​ເອ​ເລັກ​ໂຕຼນິກ, ລົດຍົນ, ​ແຜ່​ນ​ແພ​, ການ​ແພດ​, ການ​ຢາ, ການ​ຜະລິດ​ເຈ້ຍ​ແລະການ​ບໍ​ລິ​ການ​ເປັນ​ຕົ້ນ​. ທ່ານ​ເສີນ​ເຕີ​ມິ​ງ​ເຫັນວ່າ, ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​​ຢ່າງ​ເຕັມທີ່​​ເຖິງ​ຫຼັກ​ໝັ້ນ​ຂອງ​ລັດຖະບານ​ຈີນ​ທີ່​ຄັດຄ້ານ​ລັດ​ທິປົ​ກປ້ອງ​ການ​ຄ້າ, ຮ່ວມ​ກັບ​ເອີ​ລົບ​ຮັບ​ມືວິ​ກິດ​ການ​ການ​ເງິນ​​ດ້ວຍ​ການກະ​ທຳ​ຕົວ​ຈິງ ພາຍ​ໃຕ້​ວິ​ກິ​ດການ​ການ​ເງິນ​ໃນ​ປະຈຸ​ບັນ.

ສະຕິເປີດ​ປະຕູ​ແລະ​ທ່າ​ທີ່​ຮັບຜິດ​ຊອບ​ຢ່າ​ງຕັ້ງໜ້າ​ໃນ​ວິ​ກິດ​ການ​ຂອງ​ລັດຖະ​ບານຈີນ​, ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ວົງ​ການ​ເສດຖະກິດ​ເຢຍລະ​ມັນ. ທ່ານ​ຄາວ ​ເຊຍ​ເດີ ​ເຟຼ​ເຮີ ຈູ ກູ​ເຕັນ​ເບິກ ລັດຖະ​ມົນຕີ​ວ່າການ​ກະຊວງ​ເສ​ດຖະກິ​ດ​ແລະ​ເຕັກນິກ​ເຢຍລະ​ມັນ​ເຫັນ​ວ່າ, ລະດັບ​ເປີດ​ປະຕູ​ຂອງ​ຕະຫຼາດ​ຈີນ​ໄດ້​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ, ການ​ຈັດ​ຊື້​ສິນຄ້າ​ຂອງ​ຈີນ​ມີ​ຜົນ​ດີ​ຕໍ່​ການ​ລົງ​ເລິກ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ສອງ​ຝ່າຍ​ຈີນ​ເອີ​ລົບ, ຮ່ວມ​ກັນ​ຮັບ​ມື​ກັບ​ວິ​ກິດ​ການ​ໃນ​ປະຈຸ​ບັນ.

ປະຈຸ​ບັນ, ລັດຖະ​ບານ​ຈີນ​ພວມ​ອອກ​ແຮງ​ເພີ່ມ​ຄວາມ​ຕ້ອງ​ການ​ຂອງ​ພາຍ​ໃນ​ປ​ະ​ເທດເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ. ​ແຜນ​ການ​ຟື້ນ​ຟູ​ຜະລິດ​ຕະກຳ​ສຳຄັນ​ຕ່າງໆ, ​ເຊັ່ນ​ລົດຍົນ ​ເຫຼັກ​ກ້າ ຂໍ້​ມູນ​ເອ​ເລັກ​ໂຕຼນິກ ອຸດສາ​ຫະກຳ​ເບົາ ​ເຄມີ​ນ້ຳມັນ​ເຊື້ອ​ໄຟ​ເປັນ​ຕົ້ນ​ໄດ້​ສ້າງ​ຂອບ​ເຂດ​ກວ້າງ​ຂວາງ​ກວ່າ​ເກົ່າ​ໃຫ້ການ​ຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະກິດ​ຈີນ​ກັບ​ເຢຍລະ​ມັນ​ໃນ​ຂົງ​ເຂດ​ທີ່​ກ່ຽວຂ້ອງ. ​ເທື່ອ​ນີ້ບໍລິສັດ​​ເປ​ເຊີ່​ຫຸ້ນ​ສ່ວນ​ຈີນຈຳກັດ​ໄປ​ເຢຍລະ​ມັນ​ເພື່ອ​ຈັດ​ຊື້​ສູນ​ປຸງ​ແຕ່ງ​ທີ່​ຄວບ​ຄຸມ​ດ້ວຍ​ລະບົບ​ດີ​ຈີ​ຕອນ​ແລະ​ອຸປະກອນ​ຈອດ​ທີ່​ຕ້ອງການ​ໃຊ້​ໃນ​ການຍົກ​ລະ​ດັບຄວາມ​ໄວ​ຂອງລົດ​ໄຟ​ຈີນ. ທ່ານ​ຊາວ​ກົວ​ປິງ ຮອງ​ຫົວໜ້າ​ນັກ​ເສດຖະ​ສາດ​ຂອງ​ບໍລິສັດ​ດັ່ງກ່າວ​ເຫັນ​ວ່າ, ການຈັດ​ຊື້​ຈະ​ນຳ​ເອົາ​ຜົນ​ປະ​ໂຫຍ​ດ​ໃຫ້​ວິ​ສາ​ຫະກິດ​ຂອງ​ທັງ​ສອງ​ປະ​ເທດ. ຄູ່​ຮ່ວມ​ມື​ຂອງ​ບໍລິສັດ​ເປ​ເຊີ່​ແມ່ນ​ບໍລິສັດ​ຕີ​ເຊັນ ຄຼຸບທີ່​ເປັນ​ບໍລິສັດ​ໃຫຍ່​ໃນ​ວົງ​ການ​ອຸດ​ສາ​ຫະກຳ​ເຢຍລະ​ມັນ. ​ແຜນ​ການ​ຫຼ້າ​ສຸດ​ຂອງ​ບໍລິ​ສັດ​ດັ່ງກ່າວ​ທີ່​ຂາຍ​ເຕັກນິກ​​ແກນກາງ​ສ່ວນ​ໜຶ່ງ​ຂອງ​ລົດ​ໄຟ​ແມ່​ເຫຼັກຄວາມ​ໄວ​ສູງ​ໃຫ້​ຈີນນັ້ນ​ເຮັດ​ໃຫ້​ຄົນ​ສົນ​ໃຈ​ທີ່​ສຸດ.

ຕາມ​ຂ່າວ​ແຈ້ງວ່າ, ຄະນະ​ສົ່ງ​ເສີມ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນຍັງ​ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ສະ​ວິສ ​ແອດ​ສະ​ປາຍ​ແລະ​ອັງກິດ​​ເພື່ອ​ຫາລື​ວຽກ​ງານ​ທີ່​ກ່ຽວຂ້ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>