ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊຽນ ມີ​ຈຸດ​ສົນ​ໃຈ​ 3 ​ຂໍ້

(GMT+08:00) 2009-02-27 17:01:59 cri
-----------------------------------------------------------------------------------------------------------------

ກອງ​ປະຊຸມ​ສຸດ​ຍອດອາ​ຊຽນຄັ້ງ​ທີ 14 ຈະ​ຈັດ​ຂຶ້ນ​ຢູ່​ຫົວ​ຫີນ ​ເມືອງ​ນ້ອຍແຄມ​ທະ​ເລ​ທາງ​ພາກ​ກາງ​ຂອງ​ໄທ​ ນັບແຕ່​ວັນ​ທີ 27 ກຸມພາ ຫາ​ວັນ​ທີ1​ມີ​ນາ​ປີ​ນີ້. ​ໃນ​ກອງ​ປະຊຸມ​ສຸດ​ຍອດເທື່ອ​ນີ້, ຜູ່​ນຳປະ​​ເທດ​ຕ່າງໆ​ຂອງ​ອາ​ຊຽນ ຈະ​ປຶກສາ​ຫາລື​ບັນຫາ​ຈຸດ​ຫນັກ ​ 3 ​ຂໍ້​ ຄື:  ການສ້າງຕັ້ງປະຊາ​ຄົມ​ອາ​ຊຽນ  ກົດ​ບັດ​ອາ​ຊຽນ​ແລະການ​ຮ່ວມ​ມື​ກັນ​ເພື່ອຮັບ​ມື​ກັບ​ໄພ​ຂົ່ມຂູ່ທີ່​ມີ​ລັກສະນະ​ທົ່ວ​ໂລກ​,​ແລະ​ເຊັນ​ເອກະສານ​ທີ່ກ່ຽວຂ້ອງ.  ພາຍ​ໃຕ້​ສະພາບການ​ທີ່​ວິ​ກິດ​ການ​ການ​ເງິນ​ສາກົນ​ສືບ​ຕໍ່​​ແຜ່​ລາມ​ອອກ​ແລະຂະ​ບວນການ​ໂຮມ​ອາ​ຊຽນ​ເປັນອັນ​ຫນຶ່ງ​ອັນ​ດຽວ​ກັນ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ, ກອງ​ປະຊຸມ​ສຸດ​ຍອດ​ເທື່ອ​ນີ້​ຈະ​ມີ​ຄວາມ​ຫມາຍ​ທາງຍຸດ​ທະ​ສາດ​ທີ່​ສຳຄັນ​ຕໍ່​ການ​ພັດທະນາ​ຂອງ​ອາ​ຊຽນ.

ຈຸດ​ທີ​ຫນຶ່ງທີ່​ໃຫ້​ຄວາມ​ສົນ​ໃຈ​ຄື​:  ການ​ສ້າງຕັ້ງປະຊາ​ຄົມ.  ຍ້ອນ​ປະ​ເຊີນ​ກັບ​ສະພາບ​ຕ່າງໆ​ເຊັ່ນ: ​​ເສດຖະກິດ​ໂລກ​ໃນ​ປະຈຸ​ບັນ​ເຕີບ​ໂຕ​ຊ້າ​ລົງ  ​ເສດຖະກິດ​ຂອງ​ອົງ​ກອນ​ເສດຖະກິດຕົ້ນຕໍ​ຈຳນວນ​ຫນຶ່ງ​ຕົກ​ຢູ່​ໃນ​ສະພາບ​​ທີ່​ຊຸດ​ໂຊມລົງ​ ແລະ​ວິ​ກິດ​ການ​ການ​ເງິນ​ແຜ່​ລາມ​ອອກ​ຢ່າງ​ຕໍ່​ເນື່ອງ,  ສະ​ນັ້ນ, ອາ​ຊຽນຈະ​ບັນລຸ​ເປົ້າ​ຫມາຍ​ແຫ່ງ​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ຕາມ​ເວລາ​ທີ່​ກຳນົດ​ຄືໃນ​ປີ 2015 ຫຼື​ບໍ່ນັ້ນ​ ແມ່ນ​ຫນຶ່ງ​​ໃນຈຸດ​ສົນ​ໃຈ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ເທື່ອ​ນີ້.  ຜູ່​ນຳ​ປະ​ເທດ​ຕ່າງໆ​ຂອງ​ອາ​ຊຽນ ຈະ​ອອກ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການວາງແຜນການ​ຂອງປະຊາ​ຄົມ​ອາ​ຊຽນ ​ນັບແຕ່​ປີ 2009 ຫາ​ ປີ 2015, ​ແລະກ່າວ​ຢ້ຳວ່າ ຈະ​ສ້າງ​ຕັ້ງ​ປະຊາ​ຄົມ​ໂລກ​ໃນ​ປີ 2015.

ໃນ​ກອງ​ປະຊຸມ​ສຸດ​ຍອດ​ເທື່ອ​ນີ້, ຜູ່​ນຳ​ປະ​ເທດ​ຕ່າງໆ​ຂອງ​ອາຊຽນ ຍັງ​ຈະ​ເຊັນ​ແຜນການ​ ກ່ຽວ​ກັບ 3 ພາກສ່ວນ​ໃຫຍ່​ຂອງປະຊາ​ຄົມ​ອາ​ຊຽນປະກອບ​ຄື: ປະຊາ​ຄົມ​ຄວາມ​ຫມັ້ນຄົງ​ດ້ານ​ການ​ເມືອງ ປະຊາ​ຄົມ​ເສດຖະກິດ​ ແລະ​ປະຊາ​ຄົມ​ວັດທະນະທຳ​ສັງຄົມ.  ນັກວິ​ເຄາະ​ເຫັນ​ວ່າ, ນີ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາຖະຫນາ​ທາງ​ການ​ເມືອງ​ຂອງປະ​ເທດ​ຕ່າງໆ​ຂອງອາຊຽນທີ່ພະຍາຍາມສ້າງສາປະຊາ​ຄົມ ​​ເພື່ອຊຸກຍູ້​ຂະ​ບວນການ​ໂຮມ​ອາ​ຊຽນ​ເປັນອັນ​ຫນຶ່ງ​ອັນ​ດຽວ​ກັນ​ທີ່​ຖື​ອາ​ຊຽນ​ເປັນ​ຫຼັກ.

ໃນ 7 ປີຕໍ່ໜ້າ​ແມ່ນ​ໄລຍະ​ສຳຄັນ​ຂອງ​ການສ້າງ​ປະຊາ​ຄົມ​ອາ​ຊຽນ. ຕາມ​ຂ່າວ​ແຈ້ງວ່າ, "​ແຜນການ​ພັດທະນາ​ປະຊາ​ຄົມ​ອາ​ຊຽນ​ແຕ່ປີ 2009 ຫາ​ປີ 2015"ທີ່​ມີ​ແຜນ​ຈະ​ຮັບ​ຮອງ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ເທື່ອ​ນີ້, ຈະ​ວາງ​ເປົ້າ​ໝາຍ​ທີ່​ຄັກ​ແນ່​ແລະ​ລະອຽດ​ກວ່າ​ເກົ່າ, ນີ້​ໝາຍ​ຄວາມ​ວ່າ​ແຕ່ລະ​ຂັ້ນ​ຕອນ​ຂອງ​ຂະ​ບວນການ​​ເຊື່ອມ​ໂຍງ​ເຂົ້າກັນຂອງ​ອາ​ຊຽນຈະ​ລະອຽດ​ທີ່​ສຸດ, ການ​ພັດທະນາ​ຂອງ​ອາ​ຊຽນຈະ​ຕິດ​ແທດ​ຕົວ​ຈິງ​ກວ່າ​ເກົ່າ. ສື່​ມວນ​ຊົນ​ຊີ້​ອອກ​ວ່າ, ​ໂດຍ​ປະ​ເຊີນ​ກັບ​ສະພາບ​ແວດ​ລ້ອມ​ການ​ເມືອງ ​​ເສດຖະກິດ​ແລະ​ສັງຄົມ​ສາກົນອັນ​ສັບສົນ​ໃນ​ປັດຈຸບັນ, ປະ​ເທດ​ສະມາຊິກ​ອາ​ຊຽນຈະ​ພະຍາຍາມ​ຮັກສາ​ການ​ເມືອງ​ໃຫ້​ມີສະຖຽນ​ລະ​ພາບ, ​ເສດຖະກິດ​ພັດທະນາ​ແລະ​ອອກ​ແຮງ​ບັນລຸ​ເປົ້າ​ໝາຍ​ທີ່​ກຳນົດ​ໄວ້.

ຈຸດ​​ທີ 2 ທີ່​ໃຫ້​ຄວາມ​ສົນ​ໃຈ​ກໍ​ຄື: ກ້າວ​ສູ່"​ໄລຍະ​ກົດ​ບັດ"

ກອງ​ປະຊຸມ​ສຸດ​ຍອດ​ເທື່ອ​ນີ້​ແມ່ນ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທຳ​ອິດ​ທີ່"ກົດ​ບັດ​ອາ​ຊຽນ"ມີຜົນ​ບັງຄັບ​ໃຊ້ໃນ​ວັນ​ທີ 15 ທັນວາ​ປີ​ກາຍ​ນີ້. ອາ​ຊຽນ​ໄດ້​ກ້າວ​ສູ່"​ໄລຍະ​ກົດ​ບັດ"ຢ່າງ​ເປັນ​ທາງ​ການ. ກົດ​ບັດ​ດັ່ງກ່າວ​ແມ່ນ​ໝາກຜົນ​ສຳຄັນ​ທີ່​ໄດ້​ຮັບ​ໃນ​ຂະ​ບວນການ​ອາ​ຊຽນ​ເຊື່ອມ​ໂຍງ​ເຂົ້າກັນ, ​ໄດ້ສ້າງ​ພື້ນຖານດ້ານ​ກົດໝາຍ​ໃຫ້​ແກ່​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ. ​ໃນ​ເຂ​ບ​ກົດ​ບັດ​ດັ່ງກ່າວ, ການຈັດ​ຕັ້ງ​ແລະ​ໝູນ​ເດີນ​ຂອງ​ອາ​ຊຽນຈະມີ​ແບບ​​ແຜນ, ມີ​ລະບຽບການແລະ​ປົກກະຕິກວ່າ​ເກົ່າ.

​ເພື່ອ​ເໝາະ​ກັບ​ສະພາບ​ແວດ​ລ້ອມ​ໃໝ່​ພາຍຫຼັງ"ກົດ​ບັດ​ອາ​ຊຽນ"ມີ​ຜົນ​ບັງຄັບ​ໃຊ້, ກອງ​ປະຊຸມ​ສຸດ​ຍອດ​ເທື່ອ​ນີ້​ຈະ​ປຶກສາ​ຫາລື​ຜ່ານ​ເອກະສານ​ກ່ຽວ​ກັບ​ສ້າງ​ໜ່ວຍ​ຜູ້​ຊ່ຽວຊານ​ກົດໝາຍ​ລະດັບ​ສູງ, ​ເພື່ອ​ຊຸກຍູ້​ການ​ໝູນ​ເດີນ​ຂອງ​ອົງການ​ໃໝ່​ຂອງ​ອາ​ຊຽນ. ພ້ອມ​ກັນ​ນັ້ນ, ບົດບາດ​ຂອງ​ສຳ​ນັກ​ເລຂາອາ​ຊຽນຈະ​ເພີ່ມ​ຂຶ້ນ​ອີກ, ​ເພື່ອ​ປະຕິບັດ​ໜ້າ​ທີ່​ຮັບຜິດຊອບ​ທີ່"ກົດ​ບັດ​ອາ​ຊຽນ"ມອບ​ໃຫ້​ນັ້ນ​ດີກ​ວ່າ​ເກົ່າ.ໃນ​ຖານະ​ເປັນ​ປະ​ເທດ​ໃກ້​ຄຽງ​ທີ່​ສຳຄັນ​ຂອງ​ອາ​ຊຽນ,ຈີນ​ໄດ້​ແຕ່ງ​ຕັ້ງ​ທ່ານ​ນາງ​ເຊ່ຍ​ຮັ້ນ​ຊິນ ​ນັກ​ການ​ທູດ​ອາວຸ​ໂສ ຜູ້​ຊ່ຽວ​ຊານ​ດ້ານ​ກົດ​ໝາຍ​ສາ​ກົນ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ​ຜູ້​ທຳ​ອິດ.​ນີ້​ແມ່ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອົງ​ການ​ຮ່ວມ​ມື​ພາກ​ພື້ນ​ອີກ​ຜູ້​ໜຶ່ງ​ພາຍ​ຫຼັງ​ແຕ່ງ​ຕັ້ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະຈຳ​ສະ​ຫະ​ພາບ​ເອີ​ລົບ.​ທ່ານ​ສຸ​ລິນ​ ​ເລ​ຂາ​ທິ ການ​ໃຫຍ່​ອາ​ຊຽນ​ເຫັນ​ວ່າ,​ຜ່ານ​ການ​ແຕ່ງ​ຕັ້ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ປະ​ຈຳ​ອາ​ຊຽນ,​ຈີນ​ໄດ້​ສະ​ແດງ​ອີກ​ເທື່ອ​ໜຶ່ງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນ​ຍາ​ແລະ​ຄວາມ​ຫ້າວ​ຫັນ​ເພື່ອ​ເພີ່ມ​ທະ​ວີ​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ທີ່​ສະ​ໜິດ​ແໜ້ນ​ກວ່າ​ເກົ່າ​ກັບ​ອາ​ຊຽນ.ຈຸດ​ສົນ​ໃຈ​ທີ​ສາມ​ແມ່ນ ຮ່ວມ​ມື​ກັນ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ.​ເມື່ອ​ໄດ້​ປະສົບ​ວິ​ກິດ​ການ​ການ​ເງິນ​ອາຊີ,ປະ​ເທດ​ອາ​ຊຽນ​ໄດ້​ຮັບ​ຮູ້​ໂດຍ​ທົ່ວ​ໄປ​ວ່າ,​ການ​​ຮ່ວມ​ມື​ແມ່ນ​ຢາ​ແກ້​ບັນຫາ​ທີ່​ບັງ​ເກີດ​ຜົນ​ຕໍ່​ວິ​ກິດ​ການ​ລັກ​ສະ​ນະ​ທົ່ວ​ໂລກ​ຊະ​ນິດ​ຕ່າງໆ.​ມີ​ແຕ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ເງິນ​ໃນ​ພາກ​ພື້ນ,​ສ້າງ​ກົນ​ໄກ​ຕ່າງໆ​ທີ່​ພາກ​ພື້ນ​ຕົນ​ຮັບ​ມື​ກັບ​ການ​​ໂຈມ​ຕີ​ຈາກ​ພາຍ​ນອກ​ດ້ວຍ​ຕື່ນ​ຕົວ​ທໍ່​ນັ້ນ,​ຈຶ່ງ​ສາມາດ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ຂອງ​ເສດ​ຖະ ກິດ​ແລະ​ຕະ​ຫຼາດ​ການ​ເງິນ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.ໃນ​ດ້ານ​ນີ້,ກົນ​ໄກອາ​ຊຽນກັບ​ຈີນ ຍີ່​ປຸ່ນ​ແລະ​ສ.​ເກົາຫຼີ ຄື​ກົນ​ໄກ​10​+​3​ນັ້ນ​ທີ່​ກຳ​ເນີດ​ພາຍ​ຫຼັງ​ວິ​ກິດ​ການ​ການ​ເງິນ​ອາ​ຊີ​ນັ້ນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ຕັ້ງ​ໜ້າ​ແລະ​ບັງ​ເກີດ​ຜົນ​ທີ່​ສຸດ.

​ໃນ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້, ຜູ້ນຳ​ຂອງ​ປະ​ເທ​ດອາຊຽນຈະອີງ​ຕາມ​ນະ​ຂໍ້ສະ​ເໜີ​ຂອງ​ກອງ​ປະຊຸ​ມ ວິສາມັນ​ລະດັບ​ລັດຖະມົນຕີ​ການ​ເງິນ​ອາຊຽນກັບ​ຈີນ ຍີ່​ປຸ່ນ​ແລະ ​ສ.​ເກົາຫຼີ,ວາງ​ແຜນການ​ລະ​ອຽດກ່ຽວ​ກັບ ​​ເຮັດ​ແນວ​ໃດ​ຊຸກຍູ້​ການ​ຮ່ວມ​ມື​ຫຼາຍ​ລະດັບ​​ແລະ​ຫຼາຍ​ຂົງເຂດ,ຍົກ​ສູງ​ຄວາມ​ສາມາດ ຂອງ​ພາກ​ພືນ​ນີ້​​​ໃນ​ການ​ຮັບ​ມື​ກັບວິ​ກິດ​ການ​ຕ່າງໆ,​ ໃນ​ນັ້ນລວມ​ທາງ​ ມາດ​ຕະການ ​ລາຍ​ລະອຽດ​​ເພື່ອ ຮັບ​ປະກັນ​ຄວາມ​ປອດ​ໄພ ​ອາຫານ, ຄວາມ​ປອດ​ໄພພະ​ລັງ​ງານ​ແລະ ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ໄພ​ອັນພິບັດ.

ນັກວິ​ເຄາະ​ເຫັນ​ວ່າ,ປະ​ເທດ​ອາຊຽນ, ຂົງ​ເຂດ​ແລະ​ຂະໜາດ ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ ປະ​ເທດ​ຊຽນ,​ລະຫວ່າງ​ອາຊຽນ ກັບປະ​ເທ​ດ ​ຕ່າງໆ​ໃນພັກ​ພື້ນ​ກຳລັງ​ ​ເພີ່ມ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ,ວີ​ທີ​ຮ່ວມມື​ນັບ​ມື​ນັບ​ຫຼາຍ​ຂຶ້ນ,ລະດັບ​ຮ່ວມມື​ແລະລະດັບ​ອາ​ໄສເຊິ່ງກັນ​​ແລະ​ກັນ​ກຳລັງ​ລົງ​ເລິກ ​ຢ່າງ​ບໍ່​ຢຸ​ດຢັ້ງ,ບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ,ທັງ​ໝົດ​​ເຫຼົ່າ​ນີ້​ຈະ​ຍົກ​ສູງ​ຄວາມ​ສາມ​າດ ຂອງ​ພາກ​ພື້ນ​ນີ້​ໃນ​ການ​ຮັບມື​ກັບ​ສິ່ງ​ທ້າ​ທາຍ​ຂອງ​​ຕ່າງ​ໆທີ່​ມີ​ລັກສະນະ​ທົ່ວ​ໂລກ, ຊຸກຍູ້​ຂະ​ບວນການ​ເຊື່ອມ​ໂຍງ ເຂົ້າ​ກັນ ​ອາຊີ​ຕາ​ເວັນ​ອອກ​ທີ່​ຖື​​ເອົາ​ອາຊຽນ​ເປັນ​ຜູ້ນຳ​ທາງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>