ແຂວງ​ເສ​ສວນ​ຈີນ​ມອບກົນ​ຈັກກະ​​ເສດໃຫ້​ຫວຽດນາມ​ເພື່ອ​ເປັນ​ຂອງ​ຂວັນ

(GMT+08:00) 2009-03-02 19:43:53 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ວັນ​ທີ1 ​ມີນາ​ນີ້,ອົງການ​ປົກຄອງ​ແຂວງ​ເສ​ສວນ​ຈີນ​ໄດ້​ມອບ​ລົດ​​ໄຖ10ຄັນ​ໃຫ້​ສະມາຄົມ​ຊາວ​ກະສິກອນຫວຽດນາມ,​ເພື່ອສະ​ໜັບສະ​ໜູນ​ການ​ພັດທະນາກະສິກໍາຂອງຫວຽດນາມ,​ແລະຂອບໃຈ​ອີກ​ເທື່ອ​ໜຶ່ງ​ຕໍ່​ການ​ຊ່ອຍ​ເຫຼືອຂອງປະຊາຊົນ​ຫວຽດນາມພາຍຫຼັງ​​​ເກີດແຜ່ນດິນ​ໄຫວ​ໃຫຍ່​ຢູ່ເສ​ສວນ​ຈີນ.

ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້,ການ​ພົວພັນໄມຕີຈິດ​ຮ່ວມ​ມື​ລະຫວ່າງ​​ເສ​ສວນ​ກັບ​ຫວຽດນາມ​ຮັດ​ແໜ້ນຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.​ແຕ່​​ເດືອນ​ມັງກອນຫາ​ເດືອນ​ຕຸລາ​ປີ​ກາຍ​ນີ້,ມູນຄ່າ​ການ​ຄ້າ​ຂອງ​​ແຂວງເສ​ສວນ​ກັບ​ຫວຽດນາມ​ເພີ່ມ​ຂຶ້ນ35%​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ປີ​ກາຍ​ນີ້.​ເຄື່ອງ​ອຸປະກອນ​ເປັນ​ຊຸດ,ຜະລິດ​ຕະພັນ​ກົນຈັກ​ແລະ​ເຄື່ອງ​ໄຟຟ້າຂອງ​ເສ​ສວນທີ່​ສົ່ງ​ອອກ​ຕໍ່ຫວຽດນາມ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ, ກາ​ເຟ,ໝາກ​ໄມ້​ແຫ້ງ,ໝາກ​ໄມ້ສົດ,​ຜະລິດ​ຕະພັນ​​ເຮັດ​ດ້ວຍ​ໄມ້ເຫວ​ຽດນາມ​ສົ່ງ​ອອກ​ໃຫ້​ເສ​ສວນ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຫຼາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>