ສິນ​ຄ້າ​ລາຄາ​ຖືກ​ຂອງ​ຈີນ​​ຊ່ວຍ​ປະ​ຊາ​ຊົນ​ຕາ​ເວັນ​ຕົກ​ຜ່ານ​ຜ່າ​ວິ​ກິດ​ການ​ເສດ​ຖະ​ກິດ

(GMT+08:00) 2009-03-03 18:05:00 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ​ນັບແຕ່​ວັນ​ທີ 1 ຫາ​ວັນ​ທີ 5 ມີນານີ້, ຕະຫຼາດນັດ​ສິນຄ້າ​ຂາ​ເຂົ້າຂາ​ອອກ​ຂອງ​​ເຂດ​ຕາ​ເວັນ​ອອກ​ຈີນ​ຄັ້ງທີ 19 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຊຽງ​ໄຮ້. ທ່ານ​ນາ​ທາລິ ​ໂປ​ເລ ນັກທຸລະກິດ​ຝັ່ຼງທີ່​ມາ​ຊື້​ສິນຄ້າ​ຈີນ​ກ່າວ​ວ່າ, ສິນຄ້າ​ລາ​ຄາ​ຖືກ​ຂອງ​ຈີນ​ມີ​ຜົນ​ດີ​ຊ່ວຍປະຊາຊົນ​ໃນປະ​ເທດ​​ຕາ​ເວັນ​ຕົກຜ່ານ​ຜ່າ​ວິ​ກິດ​ການ​ເສດຖະກິດ.

ທ່ານ​ນາ​ທາ​ລີ ​ໂບເລ​​ໄດ້​​ຊື້​ຜະລິດ​ຕະພັນ​​ເຄື່ອງ​ນຸ່ງ​ຫົ່ມປະ​ເພດ​ຕ່າງໆ. ທ່ານ​ກ່າວ​ວ່າ, ສິນຄ້າ​ທີ່​ຈີນ​ຜະລິດ​ບໍ່​ພຽງ​ແຕ່​ມີ​​ລາຄາທີ່​ສົມ​ເຫດ​ສົມ​ຜົນ, ຄຸນ​ນະພາ​ບກໍ່​ໄວ້​ໃຈ​ໄດ້.

ຕາມ​ຂໍ້​ມູນ​ຂອງ​ທາງ​ການ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ, ວິ​ກິດ​ການ​ການ​ເງິນ​ສາກົນ​ບໍ່​ໄດ້​ປ່ຽນ​ແປງ​ບົດບາດ​ຂອງ​ຈີນ​ທີ່​ເປັນ​"ແຫຼ່ງຜະລິດ​ສຳ​ຄັນ​ຂອງ​ຜະລິດ​ຕະພັນ​ອຸດສາຫະກຳ​ເບົາ​ຂອງ​ໂລກ". ປີ 2008, ຜະລິດ​ຕະພັນ​ອຸດສາຫະກຳ​ເບົາ​ຂອງ​ຈີນ​ສົ່ງ​ອອກ​ໄປ​ 200 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ; ປະລິມານ​ການ​ຜະລິດ​ຂອງ​ຜະລິດ​ຕະພັນ 100 ກວ່າ​ຊະນິດ​ເຊັ່ນ​ລົດຖີບ, ຈັກ​ຫຍິບ​ເຄື່ອງ, ​​ແບັດ​ເຕີ​ລີີ, ​ເຟີ​ນິ​ເຈີ, ​ແລະ​​ດອກ​ໄຟເປັນຕົ້ນຍັງ​ເປັນ​ອັນ​ດັບ 1 ​ຂອງໂລກ.

ທ່ານດັອດ ວິ​ເຊີ ນັກທຸລະກິດກາ​ນາ​ດາ​ກ່າວ​ວ່າ, ສະພາບ​ການ​ຂອງ​ງານ​ວາງສະ​ແດງ​ເທື່ອ​ນີ້​ດີກ​ວ່າ​ທີ່​ທ່ານ​ຄາດ​ໄວ້. ປະຊາຊົນ​ໃນ​ປະ​ເທດຕາ​ເວັນ​ຕົກ​ທີ່​ພວມ​ປະສົບ​ພາ​ຍຸ​ການ​ເງິນ​ນັ້ນ​ແຮ່ງ​ຫ່າງອອກ​ຈາກ​ຜະລິດ​ຕະພັນ​ຂອງຈີນ​ບໍ່​ໄດ້​ເມື່ອ​ທຽບກັບ​ເມື່ອ​ກ່ອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>