ລາຄານ້ຳມັນສຳເລັດຮູບທີ່ໂຮງງານກັ່ນນ້ຳມັນແຫ່ງທຳອິດຂອງຫວຽດນາມຜະລິດບໍ່ຕ່ຳນ້ຳມັນທີ່ນຳເຂົ້າ
-----------------------------------------------------------------------------------------------------------------
ຕາມຂ່າວcri:ອີງຕາມໜັງສືພິມຊາວໜຸ່ມຂອງຫວຽດນາມລາຍງານໃນວັນທີ3 ມີນານີ້ວ່າ,ຜູ່ຮັບຜິດຊອບຂອງໂຮງງານກັ່ນນ້ຳມັນຢົງກຸ ເຊິ່ງເປັນໂຮງງານກັ່ນນ້ຳມັນແຫ່ງທຳອິດຂອງຫວຽດນາມກ່າວວ່າ,ຍ້ອນສາເຫດຕ່າງໆຄືຕົ້ນທຶນຂົນສົ່ງນ້ຳມັນດິບສູງເປັນຕົ້ນ,ລາຄານ້ຳມັນສຳເລັດຮູບທີ່ຜະລິດໃນປັດຈຸບັນຈຶ່ງບໍ່ຕ່ຳກວ່າລາຄານ້ຳມັນສຳເລັດຮູບທີ່ນຳເຂົ້າ.
ຫວຽດນາມແມ່ນປະເທດສົ່ງອອກນ້ຳມັນດິບທີ່ສຳຄັນຂອງອາຊີຕາເວັນອອກສຽງໃຕ້,ແຕ່ວ່າຫຼາຍປີມານີ້,ປະເທດນີ້ບໍ່ມີຄວາມສາມາດກັ່ນນ້ຳມັນດິບ,ທ້າຍເດືອນກຸມພາປີນີ້,ໂຮງງານກັ່ນນ້ຳມັນແຫ່ງທຳອິດຂອງຫວຽດນາມທີ່ຕັ້ງຢູ່ແຂວງກວາງອາຍພາກກາງຂອງຫວຽດນາມເລີ່ມຜະລິດ,ໄດ້ສິ້ນສຸດປະຫວັດສາດທີ່ຫວຽດນາມບໍ່ສາມາດກັ່ນນ້ຳມັນໄດ້.ພາຍຫຼັງເລີ່ມຜະລິດ,ໂຮງງານນີ້ຜະລິດຢ່າງເຕັມຄວາມສາມາດຕະຫຼອດ,ປັດຈຸບັນ,ຄວາມສາມາດຜະລິດແມ່ນ1ແສນ4ໝື່ນ8ພັນບາເຣວຕໍ່ວັນ,ຄາດວ່າສາມາດຕອບສະໜອງຄວາມຕ້ອງການພາຍໃນປະເທດໄດ້25%.