ລະບອບສິດ​ປົກ​ຄອງ​ແລະ​ສິດ​ສາ​ສະ​ໜາ​​ເປັນ​ອັນ​ດຽວ​ທີ່​ກຸ່ມ​ດາ​ໄລລາ​ມະ​ປົກ​ປ້ອງ​ນັ້ນ​ຝ່າ​ຝືນ​ກະ​ແສ​ປະ​ຫວັດ​ສາດ

(GMT+08:00) 2009-03-04 18:11:58 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 3 ມີນາ​ນີ້, ຢູ່​ທີ່​ລາຊາ, ທ່ານ​ປາ​ຊາງວາງ​ຕຸຍ ນັກ​ຕິ​ເບ​ດວິທະຍາ​ໃຫ້​ສຳພາດ​​ວ່າ, ​ໃນ​ສະຕະວັດ​ທີ 21 ທີ່​ການ​ເມືອງ​ປະຊາທິປະ​ໄຕ​ກາຍ​ເປັນ​ກະ​ແສ​ລວມຂອງ​ໂລກ​ນີ້, ລະບອບ​ສິດ​ປົກຄອງແລະສິດ​ສາສະໜາ​ເປັນ​ອັນ​ດຽວ​ທີ່​ກຸ່ມ​ດາ​ໄລລາ​ມະ​ປົກ​ປັກ​ຮັກສາ​ນັ້ນ​ແມ່ນ​ຝ່າ​ຝືນ​ກັບ​ກະ​ແສ​ປະຫວັດສາດ​ຢ່າງ​​ຈະ​ແຈ້ງ.

ທ່ານ​ປາ​ຊາງ​ວາງ​ຕຸຍ​ແມ່ນ​ສະມາຊິກ​ທີ່​ມາ​ຈາກ​ຈີນ​ພຽງ​ຄົນ​ດຽວ​ຂອງ​ສະມາຄົມ​ຕິ​ເບ​ດວິທະຍາ​ສາກົນ. ທ່ານ​ຊີ້​ອອກ​ວ່າ, ​ເຖິງ​ວ່າ​ໃນຫຼາຍປີ​ມາ​ນີ້, ກຸ່ມ​ດາ​ໄລລາ​ມະ​ໄດ້"​ຄຸ້ມ​ເສື້ອ​ປະຊາທິປະ​ໄຕ", ​ແຕ່​ທາດ​​ແທ້​ຂອງ​ພວກ​ເຂົາ​ຄື​ສິດປົກຄອງ​ແລະ​ສິດສາສະໜາ​ເປັນອັນ​ດຽວ​ບໍ່​​ເຄີຍ​ປ່ຽນ​ແປງ​​ເລີຍ.

ທ່ານ​ປາ​ຊາງ​ວາງ​ຕຸຍ​ກ່າວ​ວ່າ, ​​ໃນ​ການ​ປະຕິ​ຮູບ​ປະຊາທິປະ​ໄຕ 50 ປີ​ມາ​ນີ້, ລັດຖະບານ​ສູນ​ກາງຂອງ​ຈີນ​ໄດ້​ອອກ​ແຮງ​ສະໜັບ​ສະ​ໜູນ​ການ​ພັດທະນາ​ຂອງ​ຕິ​ເບ​ດ, ວັດທະນະທຳ​ຕິ​ເບ​ດບໍ່​ໄດ້​ສູນຫາຍ​ໄປ​ຄື​ກຸ່ມ​ດາ​ໄລລາ​ມະ​​ປ່າວຂ່າວ​ນັ້ນ, ກົງກັນ​ຂ້າມ, ພັດ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຮຸ່ງ​ເຮືອງ. ທ່ານ​ໄປ​ຮ້ານ​ຂາຍ​ປື້​ມ​ເທື່ອ​ໃດ, ກໍ່​ຈະ​ໄດ້​ເຫັນ​ມີ​ປື້​ມທີ່​ຂຽນ​ດ້ວຍຕົວ​ໜັງສື​ຕິ​ເບ​ດ​​ອອກໃໝ່ຢ່າງຫຼວງຫຼາຍ. ນີ້​ແມ່ນ​ຍ້ອນ​ວ່າ, ສຳນັກງານ​ພິມ​ຈຳໜ່າຍປື້​ມທີ່​ເປັນ​ຕົວ​ໜັງ​ສືຕິ​ເບ​ດ​ໃນ​ທົ່ວ​ປະ​ເທດ​ມີ​ຮອດ 6 ​ແຫ່ງ​ແລ້ວ, ​ແຕ່​ໃນ​ຕິ​ເບ​ດສະ​​ໄໝ​ເກົ່າ, ບໍ່​ມີ​ສຳນັກງານພິມ​ຈຳໜ່າຍ​ປື້​ມທີ່​ເປັນ​ຕົວ​ໜັງສືຕິ​ເບດ​​ເລີຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>