ທ່ານ​ໂລ​ເກ​ຂຽນ​ຈົດ​ໝາຍ​ຍ້ອງ​ຍໍ​ອາ​ສາ​ສະ​ໝັກ​ຂອງ​ຈີນ

(GMT+08:00) 2009-03-05 18:35:05 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ວັນ​ທີ 5 ມີນາ​ນີ້ ​ແມ່ນ"​ວັນ​ບໍລິການ​ຂອງ​ອາສາ​ສະໝັກ​ຊາວ​ໜຸ່ມ​ຈີນ"​ເທື່ອ​ທີ 10. ທ່ານ​ຊາກ ​ໂລ​ເກ ປະທານ​ຄະນະ​ກຳມະການ​ໂອ​ລິມປິກສາກົນ​ສົ່ງ​ຈົດໝາຍ​ອວຍ​ພອນ​​, ​​ຍ້ອງຍໍ"ອາສາ​ສະໝັກນັບ​ເປັນ​ລ້ານ​ຄົນ​ທີ່​​ໄດ້ປະກອບສ່ວນ​ແລະ​ໃຫ້​ສະໜັບສະໜູນຢ່າງຫຼວງຫຼາຍ​ແກ່​ງານ​ກິລາ​ໂອລິ​ມປິກ​ປັກ​ກິ່ງ".

ວັນ​ທີ 5 ມີນາ​ນີ້, ຜູ້​ແທນ​ຂອງ​ອາສາ​ສະໝັກ​ໃນ​ການ​ແຂ່ງຂັນ, ອາສາ​ສະໝັກ​ຂອງ​ຕົວ​ເມືອງ, ອາສາ​ສະໝັກ​ສັງຄົມ, ອາສາ​ສະໝັກ​ຂັບ​ລົດ​ເພື່ອ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ ​ແລະ​ຜູ້​ແທນ​ອາສາ​ສະໝັກ​ຕ້ານ​ໄພ​ແຜ່ນດິນ​ໄຫວ​ ​ໄດ້​ຈັດ​ງານ​ສົນທະນາ​ຢູ່​ຕຶກ​ໂອ​ລິ​ມປິກ​ປັກ​ກິ່ງ. ຜູ້​ຮ່ວມ​ປະຊຸມ​ໄດ້​ຫວນ​ຄືນບົດຮຽນ​ຂອງ​ວຽກ​ງານ​ອາສາ​ສະໝັກ​​ໃນ​ປີ 2008, ​ແລະ​ໄດ້​ແລ​ກ​ປ່ຽນ​ບົດຮຽນ​ບໍລິການ​ຂອງ​ອາສາ​ສະໝັກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>