ທ່ານ​ດຸບ​ຄາງ ທຸບ​ເຕັນ ​ເຄ​ດັບ​ກ່າວ​ວ່າ, ພວກ​ລັດ​ທິ​ແບ່ງ​ແຍກ​ໄດ້​ເສຍ​ການ​ສະ​ໜັບ​ສະ​ໜູນ​ສັງ​ຄົມ​ຢູ່​ເຂດ​ຕິ​ເບດ

(GMT+08:00) 2009-03-06 18:06:24 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິ່ນ​ຮວາ: ​ວັນ​ທີ 6 ມີນາ​ນີ້, ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ດຸ​ບຄາງ ທຸບ​ເຕັນ ​ເຄດັບ ກຳມະການ​ປະຈຳ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ, ຮອງ​ປະທານ​ສະພາ​ປຶກສາ​ການ​ເມືອງ​ເຂດ​ຕິ​ເບ​ດ, ຮອງ​ຫົວໜ້າ​ສາຂາ​ເຂດ​ຕິ​ເບ​ດຂອງ​ສະ​ມາ​ຄົມ​ພຸດທະ​ສາສະໜາ​ສາຂາ​ເຂດ​ຕິ​ເບດຈີນ​ກ່າວ​ວ່າ, ພວກ​ລັດທິ​ແບ່ງ​ແຍກ​ກຸ່ມ​ນີ້​ທີ່​ມີ​ເຈດ​ຈຳນົງ​ຢາກ​ກໍ່​ເຫດການ, ​ໄດ້​ເສຍ​ການ​ສະໜັບ​ສະໜູນ​ຈາກ​ສັງຄົມ​ແລ້ວ.

ທ່ານ​ດຸ​ບຄາງ ທຸບ​ເຕັນ ​ເຄດັບກ່າວ​ວ່າ, ​ເຫດການ "14 ມີນາ" ທີ່​ເກີດ​ຂຶ້ນ​ໃນ​ປີ​ກາຍ​ນີ້​ສະຫງົບ​ລົງ​ຢ່າງ​ວ່ອງ​ໄວ, ນອກ​ຈາກມີ​ມາດ​ຕະການ​ເໝາະ​ສົມ​ແລ້ວ, ສາ​ເຫດ​ສຳຄັນ​ກວ່າໝູ່​ກໍ່​ແມ່ນ​ການ​ສະ​ໜັບ​ສະ​ໜູນ​​ແລະ​ການ​ປະສານ​ສົມ​ທົບ​ຂອງ​ປະຊາຊົນ​ເຜົ່າ​ຕ່າງໆ​ຂອງ​ເຂດ​ຕິ​ເບດ. ພວກ​ລັດທິ​ແບ່ງ​ແຍກ​ກຸ່ມນ້ອຍ​ນີ້​​ເຮັດບໍ່​ຖືກ​ໃຈ​ຄົນ, ການ​ກະທຳ​ຂອງ​ພວກ​ເຂົາ​ມີ​ແຕ່​ຈະ​ເຮັດ​ໃຫ້​ພາບ​ພົດ​ຂອງ​ຕົນນັບ​ມື້​ນັບ​ເສຍ​ຫາຍລົງ, ​ເສຍ​ການ​ສະໜັບ​ສະ​ໜູນ​ຈາກສັງຄົມ.

ທ່ານ​ດຸ​ບຄາງ ທຸບ​ເຕັນ ​ເຄດັບ​ກ່າວ​ວ່າ, ຫຼັງ​ຈາກ​ເຂດ​ຕິ​ເບ​ດ​ໄດ້​ຮັບ​ການ​ປົດ​ປ່ອຍ​ໂດຍ​ສັນຕິ​ມາ​ນີ້, ລັດຖະບານ​ກາງ​ໄດ້​ໃຊ້​ກຳລັງ​ຄົນ, ກຳລັງ​ວັດຖຸ​ແລະ​ກຳລັງ​ຊັບ​ຢ່າງ​ຫຼວງຫຼາຍ​ເພື່ອ​ສະໜັບ​ສະໜູນ​ການ​ພັດທະນາ​ຂອງ​ເຂດ​ຕິ​ເບ​ດ. ປະຈຸ​ບັນ, ​ເຂດ​ຕິ​ເບ​ດພວມ​ຢູ່​ໃນ​ໄລຍະ​ພັດທະນາ​ແລະມີ​ສະຖຽນ​ລະ​ພາບ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ. ປະຈຸ​ບັນ, ປະຊາຊົນ​ເຜົ່າ​ຕ່າງໆ​ຂອງ​ເຂດ​ຕິ​ເບ​ດ​ໄດ້ຮັບ​ຜົນ​ປະ​ໂຫຍດ​ຫຼາຍ​ທີ່​ສຸດໃນ​ປະ​ຫວັດ​ສາດ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>