ງານຮູບເງົາຮົງກົງຄັ້ງປະຖົມມະເລີກຂອງມາເລເຊຍຈັດຂຶ້ນ
-----------------------------------------------------------------------------------------------------------------
ຕາມຂ່າວcri:ຕອນຄ່ຳວັນທີ5 ມີນານີ້,ງານຮູບເງົາຮົງກົງປີ2009ກົວລາລຳເປີເຊິ່ງເປັນງານຮູບເງົາຮົງກົງຄັ້ງປະຖົມມະເລີກທີ່ຈັດຂຶ້ນຢູ່ກົວລາລຳເປີ ນະຄອນຫຼວງຂອງມາເລເຊຍ.
ຝ່າຍຈັດກ່າວວ່າ,ຮົງກົງຈັດງານຮູບເງົາເທື່ອນີ້ແມ່ນເພື່ອຂອບໃຈຜູ່ຊົມມາເລເຊຍທີ່ສະໜັບສະໜູນແລະມັກຮູບເງົາຮົງກົງໃນຫຼາຍປີມານີ້,ແລະແນະນຳຜູ່ກຳກັບການສະແດງຮຸ່ນໃໝ່ຂອງຮົງກົນແລະຮູບເງົາຮົງກົງທີ່ບໍ່ເຄີຍສາຍຢູ່ມາເລເຊຍ.ຕອນຄ່ຳມື້ດຽວກັນ,ລັດຖະມົນຕີຊ່ວຍວ່າການກະຊວງສາມັກຄີ,ວັດທະນະທຳສິນລະປະແລະມໍລະຕົກມາເລເຊຍກໍໄດ້ເບິ່ງຮູບເງົາ.ທ່ານກ່າວວ່າ,ຮູບເງົາຮົງກົງໄດ້ຮັບຄວາມຊົມເຊີຍຈາກຜູ່ຊົມມາເລເຊຍໃນໄລຍະຍາວນານ.ງານຮູບເງົາເທື່ອນີ້ຈະສະໜອງແທ່ນທີ່ແລກປ່ຽນແລະຮ່ວມມືລະຫວ່າງຜູ່ຜະລິດຮູບເງົາຂອງຮົງກົງແລະມາເລເຊຍ,ທ່ານຊົມເຊີຍຜູ່ຜະລິດຮູບເງົາຂອງມາເລເຊຍແລະຈີນລວງທັງຮົງກົງຮ່ວມມືກັບຜະລິດຮູບເງົາໃຫ້ຫຼາຍກວ່າເກົ່າ.