ຈີນ​ກັບ​ສິງກະ​ໂປຮ່ວມ​ມື​ກໍ່ສ້າງ​ເມືອງ​ຊີວະ​ພາບ​ບໍ່​ບໍ່​ໄດ້​ຊ້າ​ລົງ

(GMT+08:00) 2009-03-08 16:39:29 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:​ເມືອງ​ຊີວະ​ພາບ​ທ່ຽນ​ສິນ​ຈີນ​ກັບ​ສິງກະ​ໂປ​ເຊິ່ງ​ເປັນ​ເມືອງ​ຊີວະ​ພາບ​ທີ່​ລະຫວ່າງປະ​ເທດ​ພັດທະນາ​ກໍ່ສ້າງແຫ່ງ​ທຳ​ອິດ​ໃນ​ໂລກ​ມີ​ຄວາມ​ຄືບໜ້າຢ່າງ​ສະດວກ,​ໂຄງການ​ນີ້​ບໍ່​ໄດ້​ຮັບ​ຜົນ​ສະທ້ອນ​ຂອງ​ວິ​ກິດ​ການ​ການ​ເງິນ​ສາກົນ.

ຕັ້ງແຕ່​ເລີ່​ມກໍ່ສ້າງ​ຢ່າງ​ເປັນ​ທາງ​ການ​ໃນ​​ເດືອນ​ກັນຍາ​ປີ​ກາຍມາ​ນີ້,ການ​ເວນ​ຄືນ​ທີ່​ດິນທັງ​ໝົດ30ຕາລາງ​ກິ​ໂລ​ແມັດ​ຂອງ​ເມືອງ​ຊີວະ​ພາບ​ທ່ຽນ​ສິນ​ຈີນສິງກະ​ໂປ​ໄດ້ສຳ​ເລັດ​ເລັດ​ສິ້ນ,​ໂຄງການ​ໄລຍະ​ຕົ້ນ​ທີ່​ປັບປຸງ​ສິ່ງ​ແວດ​ລ້ອມ​ໄດ້​ດຳ​ເນີນ​ຢ່າງ​ເປັນ​ລຳດັບ,ສູນ​ບໍລິການ​ເມືອງ​ຊີວະ​ພາບ​ໄດ້​ເລີ່​ມ​ໃຊ້ການ.ປັດຈຸບັນ,​ເມືອງ​ຊີວະ​ພາບ​ໄດ້ຈົດທະບຽນສ້າງ​ວິ​ສາ​ຫະກິດ10​ແຫ່ງ,ທຶນຈົດ​ທະບຽນ3ຕື້510ລ້ານ​ຢວນ,ນອກ​ນີ້​ຍັງ​ມີຫຼາຍ​ໂຄງການ​ພວມມີ​ຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງໜ້າ.

ຕາມ​ໄດ້​ຊາບ,​ເມືອງ​ຊີວະ​ພາບ​ທ່ຽນສິນ​ຈີນ​ສິງກະ​ໂປ​ຈະ​ຖອດ​ຖອນ​ບົດຮຽນ​ກ້າວໜ້າ​ຂອງ​ສິງ​ກະ​ໂປ,ຄົ້ນ​ຫາ​ຕົວ​​ແບບ​ພັດທະນາ​ຕົວ​ເມືອງ​ທີ່​ສອດຄ່ອງ​ກັບອາລະຍະ​ທຳ​ຊີວະ​ພາບຢູ່​ຈີນ.ອີງ​ຕາມ​ແຜ​ນການ,​ເມືອງ​ຊີວະ​ພາບ​ແຫ່ງນີ້​ຈະສ້າງ​ສຳ​ເລັດ​ໂດຍ​ພື້ນຖານ​ໃນ10ຫາ15ປີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>