ສື່​ມວນ​ຊົນ​ມາ​ເລ​ເຊຍ​ເອົາ​ໃຈ​ໃສ່​ນະ​ໂຍບາຍ​ການ​ຕ່າງປະ​ເທດຕໍ່​ອາຊີ​ຂອງ​ຈີນ

(GMT+08:00) 2009-03-08 17:26:12 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ວັນ​ທີ7 ມີນາ​ນີ້,ຂ່າວສານ​​ເບີ​ນາມາ ​ຂ່າວສານ​ແຫ່ງ​ຊາດ​ຂອງ​ມາ​ເລ​ເຊຍ​ປະກາດ​ບົດ​ໃນ​​ເວ​ບ​ໄຊ້ຂອງ​ຕົນ,​ເອົາ​ໃຈ​ໃສ່​ນະ​ໂຍບາຍການ​ຕ່າງປະ​ເທດ​ຕໍ່ອາຊີ​ທີ່​ທ່ານ​ຢາງ​ເຈຍ​ຊີ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ບັນ​ລະ​ຍາຍ.

ບົດ​ຄວາມຂຽນ​ວ່າ,​ໃນ​ງານ​ຖະ​ແຫຼ​ງຂ່າວ,ທ່ານ​ຢາງ​ເຈຍ​ຊີ ລັດຖະມົນຕີ​ວ່າການ​ກະຊວງການ​ຕ່າງປະ​ເທດ​ຈີນ​ກ່າວ​ເນັ້ນ​ວ່າ​,ມີ​ຄວາມ​ໝັ້ນ​ໃຈ​ອັນ​ເຕັມ​ປ່ຽມຕໍ່​ອະນາຄົດຂອງ​ອາຊີ,​ແລະ​ກ່າວ​ວ່າຈີນ​ຈະອີງ​ຕາມ"ສັນຍາ​ຊຽງ​ໃໝ່"ພະຍາຍາມ​ຊຸກຍູ້​ການສ້າງ​ຕັ້ງກອງ​ທຶນ​ສຳຮອງເງິນ​ຕາ​ຕ່າງປະ​ເທດ​ພາກ​ພື້ນ120ຕື້​ໂດ​ລາ,​ເພື່ອ​ຊ່ອຍ​ເຫຼືອ​ປະ​ເທດ​ອາຊີ​ຮັບ​ມື​ວິ​ກິດ​ການ​ການ​ເງິນ.​ໃນ​ຂະນະ​ດຽວ​ກັນ,ຈີນ​ຍີ່ປຸ່ນ​ແລະ​ສ.​ເກົາຫຼີ​ຍັງ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ແລກປ່ຽນ​ເພື່ອ​ຊ່ອຍ​ເຫຼືອ​ປະ​ເທດ​ອາຊີ​ຮັບ​ມື​ການ​​ໂຊມ​ລົງ​ຂອງເສດຖະກິດ.ທ່ານ​ຢາງ​ເຈຍ​ຊີ​ຍັງ​ກ່າວ​ເນັ້ນ​ວ່າ,ຈີນ​ຈະ​ສື​ບຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບປະ​ເທດ​ອາຊີຕາ​ເວັນ​ອອກສຽງ​ໃຕ້​ແລະ​ອາຊຽນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>