ອາ​ເມ​ລິ​ກາ​ເລີ່​ມປະຕິບັດ​​ແຜນການ​ຖອນ​ທະຫານ​ອອກ​ຈາກ​ອີຣັກຂອງ​ທ່ານ​ໂອ​ບາ​ມາ

(GMT+08:00) 2009-03-09 16:36:21 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ cri:ວັນ​ທີ 8 ມີນາ​ນີ້ ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກອອກ​ຖະ​ແຫລ​ງການ​ ​ວ່າ, ອາ​ເມ​ລິ​ກາ​ຈະ​ຖອນ​ທະຫານ 1 ຫມື່ນ 2 ພັນ​ຄົນ​ອອກ​ຈາກ​ອີຣັກກ່ອນ​ທ້າຍ​ເດືອນ​ກັນຍາ​ປີນີ້.ນີ້ຖືກຖື​ເປັນບາດກ້າວ​ທີ​ຫນຶ່ງ​ທີ່​ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາ​ປະຕິບັດ​ຕາມ​ຄຳ​ຫມັ້ນສັນຍາ​ເລີ່​ມຖອນ​ທະຫານ​ອອກ​ຈາກ​ອີຣັກຢ່າງ​ຂະຫນາດ​ໃຫຍ່. ​​ແຕ່​ວ່າ​ໃນ​ໄລຍະ​ມໍ່ໆ​ນີ້ ອີຣັກ​ເກີດ​ເຫດການ​ຫລອນ​ໂຈມ​ຕີກໍ່ການ​ຮ້າຍ​ເລື້ອຍໆ, ​ເຮັດ​ໃຫ້ຫາ​ງສຽງທົ່ວ​ໄປ​ມີ​ຄວາມ​ສົງ​ໃສ​ວ່າການ​ຖອນ​ທະຫານ​ຈະ​ດຳ​ເນີນ​ໄປ​ຕາມ​ແຜນການ​ໄດ້​ຫລື​ບໍ່? ​ເຖິງ​ເປັນ​ແນວ​ນີ້​ກໍ່ຕາມ, ຝ່າຍ​ອີຣັກກ່າວ​ວ່າ ອາ​ເມ​ລິ​ກາ​ການຖອນ​ທະຫານອາ​ເມ​ລິ​ກາ​ອອກ​ຈາກ​ອີຣັກຈະ​ບໍ່​ຖືກ​ເລື່ອນ​ເວລາ.​ໃນ​ກອງ​ປະ​ເຊຸມ​ຂ່າວ​ທີ່​ອາ​ເມ​ລິ​ກາ​ແລະ​ອີຣັກຮ່ວມ​ກັນ​ຈັດ​ຂຶ້ນ ພົນ​ຕີ​ເດ​ວິດ ​ເພີ​ຄິນສ໊ ຂອງ​ອາ​ເມ​ລິ​ກາ ​ໂຄສົກ​ກອງ​ທະຫານ​ນາໆ​ຊາດ​ປະຈຳ​ອີຣັກ​ກ່າວ​ວ່າ, ກອງ​ພົນນ້ອຍ 14 ກອງ​ຂອງ​ອາ​ເມ​ລິ​ກາ​ທີ່​ປະຈຳ​ຢູ່​ອີຣັກນັ້ນຈະ​ຫລຸດ​ລົງ​ເຫລືອ 12 ກອງ​ແລ້ວ. ຄຽງ​ຄູ່​ກັບ​ອາ​ເມ​ລິ​ກາ​ເລີ່​ມຖອນ​ທະຫານ, ສິ່ງ​ກໍ່ສ້າງ​ທາງ​ການ​ທະຫານ 74 ​ແຫ່ງ​ແລະ​ເຂດ​ຄຸ້ມ​ຄອງ​ຂອງ​ທະຫານ​ອາ​ເມ​ລິ​ກາ​ຈະ​ມອບ​ໃຫ້​ອີຣັກ​​ໃນ​ທ້າຍ​ເດືອນ​ມີນາ​ນີ້.ຫລັງ​ຈາກທ້າຍ​ເດືອນ​ກັນຍາ​ແລ້ວ ທະຫານ​ອາ​ເມ​ລິ​ກາ​ທີ່​ຍັງ​ປະຈຳ​ຢູ່​ອີຣັກນັ້ນຈະ​ຈັດ​ວາງ​ຄືນ​ໃຫມ່​​ຕາມ​ສະຖານະການ​ຄວາມ​ປອດ​ໄພຕົວ​ຈິງ.ຖະ​ແຫລ​ງການ​ສະບັບ​ຫນຶ່ງ​ຂອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກກ່າວ​ວ່າ, ທ່ານ​ໂອ​ດີ​ໂນ ຜູ່​ບັນຊາ​ການ​ໃຫຍ່​ຂອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ເຫັນ​ວ່າ​ເວລາ​ແລະ​ເງື່ອນ​ໄຂ​ທີ່​ຖອນ​ທະຫານ​ນັ້ນ​ແມ່ນ​ຖືກ​ຕ້ອງ, ການ​ເລືອກ​ຕັ້ງທ້ອງຖີ່​ນທີ່​ອີຣັກຈັດ​ຂຶ້ນ​ໃນ​ວັນ​ທີ 31 ມັງກອນ​ປີນີ້ຢ່າງ​ສຳ​ເລັດ​ຜົນ​ນັ້ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ກອງທັບ​ແລະ​ຕຳຫລວດ​ອີຣັກມີຄວາມ​ສາມາດ​ປ້ອງ​ກັນ​ຄວາມ​ສະຫງົບ​.

ຕົວ​ເລກ​ທີ່​ອີຣັກ​ເຜີ​ຍ​ແຜ່​ແຕ່​ຝ່າ​ຍດຽວ ສະ​ແດງ​ໃຫ້​ເຫັນ​ວ່າ, ​ນັບ​ແຕ່​ ສົງຄາມ​ອີຣັກ​ໃນ​ 6 ປີ​ມາ​ນີ້,​ ​ ​ໄດ້​ເຮັດ​ໃຫ້ທະຫານ​ອາ​ເມ​ລິ​ກາ 4556 ຄົນ​ແລະ​ທະຫານອັງກິດ 179 ຄົນ​ເສຍ​ຊີວິດ. ​ ໃນ​ຂະນະ​ດຽວ​ກັນ, ຄວາມ​ເສຍ​ຫາຍອັນ​ໃຫຍ່ຫຼວງ​ດ້ານກຳລັງ​ຄົນ  ວັດຖຸ​ແລະ​ຊັບ​ສິນ​ ​ໄດ້​ເຮັດ​ໃຫ້​ສົງ​ຄາມ​​ບັ້ນນີ້​ ຖືກ​ປະຊາຊົນ​ສ່ວນ​ຫຼາຍ​ຂອງອາ​ເມ​ລິ​ກາ​ແລະ​ອັງກິດພ້ອມ​ທັງ​ປະຊາ​ຄົມ​ໂລກ​ຄັດຄ້ານ.   ​ໃນ​ທ້າຍ​ເດືອນ​ກຸມພາ​​ແລ້ວນີ້, ທ່ານບາ​ຣັກ ​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາ​​ກ່າວວ່າ ​ພາຍ​ໃນ 18 ​ເດືອນ​ໃນ​ອະນາຄົດ ອາ​ເມ​ລິ​ກາ​ຈະ​ຖອນທະຫານ​ສ່ວນ​​ໃຫຍ່​ອອກຈາກ​ອີຣັກ, ຈະ​ສິ້ນ​ສຸດ​ຫນ້າ​ທີ່​ສູ້ຣົບຢູ່​ອີຣັກ,  ຮັກສາ​ກອງທະຫານ​ອາ​ເມ​ລິ​ກາ​ປະຈຳ​ຢູ່ອີຣັກ ພຽງ​ແຕ່ 3 ຫມື່ນ 5 ພັນ ​ຫາ 5 ຫມື່ນ​ຄົນ​ເທົ່າ​ນັ້ນ, ​ຕົ້ນຕໍ​ເພື່ອ​ໃຊ້​ເຂົ້າ​ໃນ​ການ​ເຝິກ​ແອບ​ແລະ​​ໃຫ້​ຄຳ​ປຶກສາ​ແກ່ ​ກອງທັບ​ອີຣັກ, ພ້ອມ​ທັງ​ປົກປ້ອງ ​ຊັບ​ສິນ​ຂອງ​ອາ​ເມ​ລິ​ກາ​ຢູ່​ອີຣັກ. ຫຼັງ​ຈາກ​ນັ້ນ, ອາ​ເມ​ລິ​ກາ​ຈະ​ຖອນ​ທະຫານ​​​ທັງ​ຫມົດ​ທີ່​ຍັງ​​ເຫຼືອຢູ່​ອີຣັກນັ້ນ​ຄືນ ກ່ອນ​ທ້າຍ​ປີ 2011.   ​ໃນ​ເວລາທ່ານ​ໂອ​ບາ​ມາ​ປະກາດ ​ແຜນການ​ຖອນ​ທະຫານ​ໃນ​ທ້າຍ​ເດືອນ​ກຸມພາ​ແລ້ວ​ນີ້, ທ່ານ​ກ່າວ​ວ່າ, ອາ​ເມ​ລິ​ກາ​ໄດ້​ພິຈາລະນາກຳນົດຍຸດ​ໂທ​ບາຍ​ສົງຄາມ​ອີຣັກຄືນ​ໃຫມ່,  ສະພາບ​​ເສດຖະກິດ ຄວາມ​ປອດ​ໄພ​ແລະ​ການ​ທະຫານ​ຂອງ​ອາ​ເມ​ລິ​ກາ​ໃນ​ປະຈຸ​ບັນ​ກໍ່​ບໍ່ສາມາດ​ສືບ​ຕໍ່​ຫາບ​ແບກ​ສົງຄາມ​ອີຣັກ​ເລີຍ.

​ເຖິງ​ວ່າ​ໄລຍະ​ມຊ່ໆ​ນີ້ສະຖານະ​ການ​ຄວາມ​ປອດ​ໄພ​ຂອງ​ອີຣັກ​ໄດ້​ດີ​ຂຶ້ນ​, ​ແຕ່​ເຫດການ​ຫຼອນໂຈມ​ຕີ​ຕ່າງໆ​ຍັງ​ເກີດ​ຂຶ້ນ​ເລື້ອຍໆ. ທ່ານ​ເພີ​ຄິສ໌ ​ໂຄສົກ​ທະຫານ​ນາໆ​ຊາດ​ປະຈຳ​ອີຣັກ​ພັດເຫັນ​ວ່າ, ຈຳນວນເຫດການ​ຄວາມ​ຮຸນ​ແຮງ​ໄດ້​ຫຼຸດ​ລົງ 90%, ສະຖານະ​ການ​ຄວາມ​ປອດ​ໄພ​ອີຣັກ​ໄດ້​ດີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ, ​ແຕ່​ອົງການ​ອານ​​ເຄດາ​ແລະ​ພວກ​ລັດທິ​ກໍ່​ການ​ຮ້າຍອື່ນ​ທ​ຍັງ​ເຄື່ອນ​ໄຫວ​ຢູ່, ຍ້ອນ​ມີ​​ເຈດ​ຕະນາ​ຢາກທຳລາຍ​ໝາກຜົນ​ທີ່​​ໄດ້​ຮັບ​​ໃນ​ການ​​ເລືອກ​ຕັ້ງຂອງ​ທ້ອງ​ຖິ່ນອີຣັກ. ທ່ານ​ເຫັນ​ວ່າ, ການ​ໂຈມ​ຕີ​ແບບ​ສະຫຼະ​ຊີບ​ຕ່າງໆ​ທີ່​ເກີດ​ຂຶ້ນ​ໃນ​ຫວ່າງ​ມໍ່ໆ​ນີ້​ມີ​ຈຸດ​ພິ​ເສດ​ຂອງ​ອົງການ​ອານ​ເຄດາ​ຢ່າງ​ຈະ​ແຈ້ງ, ​ແມ່ນ​ການສະ​ແດງ​ຄວາມໝົດ​ຫວັງ​ຂອງ​ອົງການ​ອານ​ເຄດາ​ໃນ​ອີຣັກ. ​ໃນ​ການ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ມີນາ​ນີ້, ທ່ານ​ອາລີ ອານ ດາ​ບາ​ຟ ​ໂຄສົກ​ລັດຖະບານ​ອີຣັກກ່າວ​ວ່າ, ​ເຖິງ​ວ່າຫວ່າງ​ມໍ່ໆ​ນີ້ການ​ໂຈມ​ຕີ​ແບບ​ລັດທິ​ກໍ່​ການ​ຮ້າຍ​​ໄດ້ມີ​ທ່ວງທ່າ​ເພີ່ມ​ຂຶ້ນ, ​​ແຕ່ອີຣັກກໍຍັງ​ຈະບໍ່​ພິຈາລະນາ​ສືບ​ຕໍ່​ຮັກສາ​ກອງ​ທະຫານ​ຂອງຕ່າງປະ​ເທດ​ປະຈຳ​ອີຣັກຫຼັງ​ປີ 2011. ທ່ານ​ເຊື່ອ​ວ່າ, ກອງ​ທະຫານ​ຮັກສາຄວາມ​ປອ​ດ​ໄພ​ຂອງອີຣັກທີ່​ພວມ​ກໍ່ສ້າງ​ນັ້ນ​ຈະ​ມີ​ຄວາມ​ສາມາດ​ຮັກສາ​ຄວາມ​ສະຫງົບ​ຂອງ​ສັງຄົມ​ໂດຍ​ຕົນ​ເອງ​ໃນ​ປີ 2011. ທ່ານ​ກ່າວ​ວ່າ, ສັນຍາ​ທີ່​ລັດຖະບານ​ອີຣັກ​ແລະ​ທ່ານ​ຈອຈ໌ ບຸ​ສ​ ອະດີດ​ປະທານາທິບໍດີ​ອາ​ເມ​ລິ​ກາ ​ເຊັນກັນກ່ຽວ​ກັບ​ອາ​ເມ​ລິ​ກາ​ຈະຖອນ​ທະຫານ​ປະຈຳ​ອີຣັກ​ໃນ​ທ້າຍ​ປີ 2011 ນັ້ນ​ຈະ​ໄດ້​ຮັບ​ຄວາມ​ເຄົາລົບ.


ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>