ສປປ​ເກົາ​ຫລີ​​ໃຊ້​ທ່າ​ທີ​ແຂງ​ຕໍ່​ການ​ຊ້ອມ​ຮົບ​ຮ່ວມ​ລະ​ຫວ່າງ​ສ.​ເກົາ​ຫລີ​ກັບ​ອາ​ເມ​ລິ​ກາ

(GMT+08:00) 2009-03-10 14:19:09 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ cri:ວັນ​ທີ 9 ມີນາ​ນີ້ ການ​ຊ້ອມ​ຮົບ​ຮ່ວມ​ລະຫວ່າງ​ສ.​ເກົາຫລີ​ກັບ​ອາ​ເມ​ລິ​ກາ​ໄດ້​ດຳ​ເນີນ​ຢູ່​ໃນ​ທົ່ວ​ປະ​ເທດສ.​ເກົາຫລີ.ສປປ​ເກົາຫລີ​ໄດ້​ມີ​ປະຕິກິລິຍາ​ຕອບ​ໃຕ້ຢ່າງ​ແຂງ​​ແຮງຕໍ່​ເລື່ອງ​ນີ້, ມື້​ດຽວ​ກັນ ກອງ​ບັນຊາ​ການ​ສູງ​ສຸດ​ຂອງ​ກອງທັບ​ປະຊາຊົນ​ສປປ​ເກົາຫລີ​ໄດ້​ມີຄຳ​ສັ່ງ​​ໃຫ້ກອງທັບ​ກຽມ​ພ້ອມທຸກດ້ານເພື່ອ​ສູ້​ຮົບ, ​ແລະ​ກຳຈັດ​ສັດຕູ​ທີ່​ເຂົ້າມາຮຸກ​ຮານ​​ໄດ້​ທຸກ​ເວລາ.​ໃນ​ຂະນະ​ດຽວ​ກັນນີ້,ສປປ​ເກົາຫລີ​ຍັງ​ປະກາດ​ຕັດການ​ສື່ສານ​ທາງ​ທະຫານ​ທັງ​ຫມົດ​ລະຫວ່າງ​ສປປ​ເກົາຫລີ​ກັບສ.​ເກົາ​ຫລີ​ໃນ​ໄລຍະ​ຊ້ອມ​ຮົບ.ການ​ເປັນ​ປໍ​ລະ​ປັກ​ກັນ​ທາງ​ການ​ທະຫານ​ລະຫວ່າງ​ສອງ​ຝ່າຍ​ເຮັດ​ໃຫ້​ສະຖານະ​ການ​ແຫລມ​ເກົາຫລີ​ທີ່​ເຄັ່ງ​ຕືງນັ້ນສູງ​ຂຶ້ນ​ອີກ.ການ​ຊ້ອມ​ຮົບ​ຮ່ວມ​ລະຫວ່າງ​ສ.​ເກົາຫລີ​ກັບ​ອາ​ເມ​ລິ​ກາມີ​ຊື່ວ່າ ຄວາມ​ຕັດສິນ​ໃຈ​ຂໍ​ກະ​ແຈ​ຫລື Key Resolve ​ແມ່ນ​ເລີ່​ມດຳ​ເນີນ​ໃນ​ວັນ​ທີ 9 ມີນາ​ນີ້,ທະຫານ​ອາ​ເມ​ລິ​ກາ 2 ຫມືນ 6 ພັນ​ຄົນ​ແລະ​ທະຫານ​ສ​ເກົາຫລີ 5 ຫມື່ນ​ກວ່າ​ຄົນ​ຈະ​ເຂົ້າຮ່ວມ​ການ​ຊ້ອມ​ຮົບ​ເປັນ​ເວລາ 12 ວັນ.​ໃນ​ຂະນະ​ທີ່​ຈັດການ​ຊ້ອມ​ຮົບ Key Resolve,ຍັງ​ຈະ​ຈັດການ​ຊ້ອມ​ຮົບ​ປະສົມ​ຢູ່​ປ່າ​ທີ່​ໃສ່​ຊື່ວ່າ​ແຫລວ​ລ່າ​ລູກ​ລາ Foal Eagle .ກອງ​ບັນຊາ​ການ​ປະສົມ​ສ.​ເກົາຫລີ​ແລະ​ອາ​ເມ​ລິ​ກາ​ເຄີຍ​ກ່າວ​ວ່າ, ການ​ຊ້ອມ​ຮົບ​ເທື່ອ​ນີ້​ແມ່ນ​ການ​ຝຶກ​ແອບ​ແບບ​ປ້ອງ​ກັນ​ປະຈຳ​ປີ​ລະຫວ່າງ​ສອງ​ປະ​ເທດ, ​ແມ່ນ​ເພື່ອ​ຍົກລະດັບ​ຄວາມ​ສາມາດ​ຕ້ານ​ການ​ຮຸກ​ຮານ​ຂອງ​ພາຍ​ນອກ​ໃຫ້​ສູງ​ຂຶ້ນ, ​ແມ່ນ​ເນັ້ນ​ເຖິງ​ການ​ປ້ອງ​ກັນ​ຕົວ.
 
ແຕ່​ວ່າ, ສ.ປ.ປ​ເກົາຫຼີ​ ເຫັນ​ວ່າ, ການ​ຊ້ອມຮົບຮ່ວມກັນ​ລະຫວ່າງອາ​ເມ​ລິາກັບສ.​ເກົາຫຼີ ເທື່ອ​ນີ້​ ແມ່​ນການ​ຊ້ອມ​ຮົບ​ທີ່ຢາກຫຼອນ​ໂຈມ​ຕີ​ສ.ປ.ປ​ເກົາຫຼີ ​ກ່ອນຈາກ​ທາງບົກ ​ເທິງ​ທະ​ເລ​ແລະທາງ​ອາກາດ,  ​ແລະ​​ກໍ່​​ແມ່ນການ​ຊ້ອມ​ຮົບ​ເພື່ອ​ສົງຄາມ​ນິວ​ເຄຼຍ.  ກອງ​ບັນຊາ​ການ​ສູງ​ສຸດ​ຂອງ​ກອງທັບ​ປະຊາ​ຊົນ​ສ.ປ.ປ​ເກົາຫຼີ​ ໄດ້​ອອກ​ຄຳ​ສັ່ງ​​ຕໍ່​ກອງ​ທັບ​ປະຊາຊົນໃຫ້​ກຽມພ້ອມ​ຢ່າງ​ເຕັມ​ສ່ວນ​ເພື່ອ​ສູ້​ຮົບ,  ​ເພື່ອດັບ​ສູນ​ສັດຕູ​ທີ່​ເຂົ້າຮຸກ​ຮານ​ທຸກ​ເວລາ . ສ.ປ.ປ​ເກົາຫຼີ​ກ່າວ​ວ່າ, ມາດ​ຕະການ​ດັ່ງກ່າວ​ແມ່ນ​ມາດ​ຕະການ​ປ້ອງ​ກັນ​ຕົວ​ທີ່ຊອບ​ທຳ​ເພື່ອ​ປ້ອງ​ກັນ​ສ.ປ.ປ​ເກົາຫຼີ.
ວັນ​ທີ 9 ມີນາ​ນີ້, ກອງທັບ​ສ.ປ.ປ​ເກົາຫຼີ​  ຍັງ​​ປະກາດ 3 ​ມາດ​ຕະການຄື: ຖ້າ​ມີ​ການ​​ເຄື່ອນ​ໄຫວ​ທີ່​ລ່ວງ​ລະ​ເມີດສິດ​ເປັນ​ເຈົ້າ​ຕົນ​ເອງ  ຜືນ​ແຜ່ນດິນ ນ່ານຟ້າ​ແລະ​ນ່ານທະ​ເລ​ຂອງ​ສ.ປ.ປ​ເກົາຫຼີ​ພຽງ​ແຕ່​ຫນ້ອຍ​ດຽວ, ສ.ປ.ປ​ເກົາຫຼີ​ ກໍ່​ຈະ​ໃຊ້​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຕອບ​ໂຕ້ໃນ​ທັນທີ, ການສະກັດ​ກັ້ນດາວ​ທຽມ​ຂອງ​ສ.​ປ.​ປ​ເກົາຫຼີ​ກໍ່​ຫມາຍ​ເຖິງ​ສົງຄາມ, ສ.ປ.ປ​ເກົາຫຼີ​ຈະ​ໃຊ້​ວິທີ​ການ​ທະຫານ​ຢ່າງ​ແຂງ​ແຮງ​​ເພື່ອ​ຕອບ​ໂຕ້​ໃນ​ທັນທີ, ​ໃນ​ໄລຍະ​ອາ​ເມ​ລິ​ກາ​ແລະ​ສ.​ເກົາຫຼີ​ຈັດການ​ຊ້ອມ​ຮົບ,  ສ.ປ.ປ​ເກົາຫຼີ ຈະ​​ໃຊ້ມາດ​ຕະການ​ຄວບ​ຄຸມ​ທາງການ​ທະຫານ​ຢ່າງ​ເຄັ່ງ​ຄັດ​ຕໍ່​ເຂດ​ຄຸ້ມ​ຄອງ​ເຫນືອ​​ໃຕ້ທີ່ຢູ່​ພາກ​ຕາ​ເວັນ​ອອກ​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ເສັ້ນ​ຂີດ​ແບ່ງ​ຊາຍ​ແດນ​ທາງການ​ທະຫານ, ​ແລະ​ຕັດ​ການເ​ສື່ສານ​ດ້ານ​ການ​ທະຫານ​ລະຫວ່າງ​ພາກ​ເຫນືອ ​ກັບ​ພາກໃຕ້

ກ່ຽວ​ກັບ​ສປປ​ເກົາຫຼີ​ໄດ້ປະກາດ​ຕັດຂາດການສື່ສານ​ທາງ​ການ​ທະຫານ​ທັງ​ໝົດ​ລະ​ຫວ່າງ​ສ.​ເກົາ​ຫຼີ​ກັບ​ສປປ​ເກົາ​ຫຼີ​ນັ້ນ,​ໃນ​ມື້​ດຽວ​ກັນ,​ລັດ​ຖະ​ບານ​ສ.​ເກົາ​ຫຼີ​ສະ​ແດງ​ຄວາມ​ເສຍ​ດາຍ,​ແລະ​ຮຽກ​ຮ້ອງ​ໃຫ້​ສປປ​ເກົາ​ຫຼີ​ຟື້ນ​ຟູ​ການ​ສື່​ສານ​ທາງ​ການ​ທະຫານ​ລະ​ຫວ່າງ​ສອງ​ຝ່າຍ​ຄືນ​ໃໝ່.​ໂຄ​ສົກ​ຂອງ​ກະ​ຊວງ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ຂອງ​ສ.​ເກົາ​ຫຼີ​ອອກ​ຖະ​ແຫຼງ​ວ່າ,​ລັດ​ຖະ​ບານ​ສ.​ເກົາ​ຫຼີ​ໄດ້​ອະ​ທິ​ບາຍ​ຫຼາຍ​ເທື່ອ​​ແລ້ວ​ວ່າ ການ​ຊ້ອມ​ຮົບ​ຂອງ​ກອງ​ທະ​ຫານ​ສ.​ເກົາ​ຫຼີ​ແລະ​ອາ​ເມ​ລິ​ກາ​ແມ່ນ​ການ​ຊ້ອມ​ຮົບ​ປະ​ຈຳ​ປ້ອງ​ກັນ​ຕົວ,​ສ.​ເກົາ​ຫຼີ​ຫວັງ​ໃຫ້​ສປປ​ເກົາ​ຫຼີ,​ຢຸດ​ຕິ​ການ​ໃຊ້​ການ​ກະ​ທຳ​ທີ່​ພາ​ໃຫ້​ສະ​ຖາ​ນະ​ການ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ​ໂດຍ​ອີງ​ຕາມ​ສັນ​ຍາ​ຂອງ​ສອງ​ຝ່າຍ​ແລະ​ຢູ່​ບົນ​ພື້ນ​ຖານ​ຫຼັກ​ການ​ທີ່​ໂຄລົບ​​ເຊິ່ງ​ກັນ​ແລະ​ກັນ.ທ່ານ​ສະຕີ​ເຟັນ ບົສວອດ ທູດ​ພິ​ເສດ​ບັນຫາ​ສປປ​ເກົາຫຼີຂອງ​ອາ​ເມ​ລິ​ກາ​ທີ່​ພວມ​ຢ້ຽມ​ຢາມ​ສ.ເກົາ​ຫຼີ​ຮູ້​ສຶກ​ວິ​ຕົກ​ກັງ​ວົນ​ຕໍ່​ເລື່ອງ​ນີ້.​ວັນ​ທີ​9​ມີ​ນາ​ນີ້,​ຢູ່​ເຊ​ອຸນ,​ທ່ານ​ກ່າວ​ວ່າ,​ສ.​ເກົາ​ຫຼີ​ກັບ​ສປປ​ເກົາ​ຫຼີ​ເພີ່ມ​ການ​ຕິດ​ຕໍ່​ແລກ​ປ່ຽນ​ກັນ​ແມ່ນ​ສິ່ງ​ສຳ​ຄັນ​ທີ່​ສຸດ​​ໃນ​ຂະ​ບວນ​ການ​ທີ່​ອາ​ເມ​ລິ​ກາ​ແລະ​ສ.​ເກົາ​ຫຼີ​ຊຸກ​ຍູ້​ໃຫ້​ແຫຼມ​ເກົາ​ຫຼີ​ປອດ​ນິວ​ເຄຼຍ​ແລະ​ຜ່ອນ​ຄາຍ​ສະ​ຖາ​ນະ​ການ​ເຄັ່ງ​ຕຶງ​ຢູ່​ແຫຼມ​ເກົາ​ຫຼີ.​ທ່ານ​ຍັງ​ກ່າວ​ຢ້ຳ​ວ່າ,​ອາ​ເມ​ລິ​ກາ​ຍິນ​ດີ​ເຈ​ລະ​ຈາ​ກັບ​ສປປ​ເກົາ​ຫຼີ.​ໃນ​ເວ​ລາ​ພົບ​ປະ​ທ່ານ​ວີ ຊູງ​ລັກ ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ສ.​ເກົາ​ຫຼີ​ທີ່​ຮ່ວມ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ,ທ່ານ​ບົສ ວອດ​ກ່າວ​ວ່າ,ອາ​ເມ​ລິ​ກາ​ຫວັງ​ໃຫ້​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​​ແຫຼ​ມ​ເກົາ ຫຼີ​​ເປີດ​ຄືນ​ໃໝ່​ໂດຍ​ໄວ,ອາ​ເມ​ລິ​ກາ​ມີ​ທ່າ​ທີ​ອັນ​ຕັ້ງ​ໜ້າ​ຕໍ່​ການ​ຈັດ​ການ​ເຈ​ລະ​ຈາ​ລະ​ດັບ​ສູງ​ລະ​ຫວ່າງ​ອາ​ເມລິ​ກາ​ກັບ​ສປປ​ເກົາ​ຫຼີ.​ສ.​ເກົາ​ຫຼີ​ແລະ​ອາ​ເມ​ລິ​ກາ​ຈັດ​ການ​ຊ້ອມ​ຮົບ​ຮ່ວມ​ເວ​ລາ​12​ວັນ​ນັ້ນ​ສະ​ພາບ​ຕໍ່​ໄປ​ຈະ​ເປັນ​ແນວ​ໃດ,​ເປັນ​ເລື່ອງ​ທີ່​ຄວນ​ຕິດ​ຕາມ​ຕໍ່​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>