ຖ້ອຍ​ຄວາມ​ປຸກ​ປັ່ນ​ຂອງ​ກຸ່ມ​ດາ​ໄລ​ລາ​ມະ​ຂັດ​ກັບ​ຈິດ​ໃຈ​ຂອງ​ຄົນ​ທົ່ວ​ໄປ

(GMT+08:00) 2009-03-11 15:21:33 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI:ວັນ​ທີ28​ມີນາ​ນີ້,ປະຊາຊົນ​ບັນດາ​ຊົນ​ເຜົ່າ​ຂອງ​​ເຂດ​ຕິ​ເບ​ດຈະ​ຕ້ອນ​ຮັບ​ວັນ​ລະ​ລຶກ​ການ​ປົດ​ປ່ອຍ​ທາດ​ກະ​ສິ​ກອນ​ຕິ​ເບ​ດ​ລ້ານ​ຄົນ​​ເທື່ອ​ທຳ​ອິດ.​50​ປີ​ຜ່ານ​ມາ,​ວຽກ​ງານ​ດ້ານ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ຕິ​ເບດ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ພົ້ນ​ເດັ່ນ.​ແຕ່​ວ່າ,​ຫວ່າງ​ມໍ່ໆ​ນີ້,ກຸ່ມ​ດາ​ໄລລາ​ມະ​ພັດ​ປ່າວ​ຂ່າວ​ວ່າ,​"ປະ​ຊາ​ຊົນ​ຕິ​ເບດ​ກຳ​ລັງ​ດຳ​ລົງ​ຊີ​ວິດ​ຢູ່​​ໃນນາຮົກ​​ເມືອງ​ຄົນ"​ແລະ"ສະ​ຖາ​ນະ​ການ​ຕິ​ເບ​ດ​ເຄັ່ງ​ຕຶງ​ທີ່​ສຸດ".ຍ້ອນ​ຫຍັງ​ກຸ່ມ​ດາ​ໄລລາ​ມະ​ກ່າວ​ຖ້ອຍ​ຄວາມ​ທີ່ ປຸກ​ປັ່ນ​ແບບ​ນີ້?​ກົນ​ອຸ​ບາຍ​ຂອງ​ພວກ​ເຂົາ​ທີ່​ຢາກ​ແບ່ງ​ແຍກ​ປະ​ເທດ​ຊາດ​ຈະ​​ໄດ້​ຮັບ​ຜົນ​ຫຼື​ບໍ່?​ກ່ຽວ​ກັບ​ເລື່ອງ​ນີ້,​ບຸກ​ຄົນ​ວົງ​ການ​ຕ່າງໆ​ໄດ້​ສະ​ແດງ​ຄວາມ​ເຫັນ.

ວັນ​ທີ10​ມີນາ​ໃນ50​ປີ​ກ່ອນ,​ເພື່ອ​ປົກ​ປ້ອງ​ລະບອບຂ້າ​ທາດ​ກະ​ສິ​ກອນ​ສັກ​ດິ​ນາ​ທີ່​ໂຮມ​ສູນ​ການ​ປົກຄອງ​ກັບ​ສາດ​ສະ​ໜາ​ເປັນ​ອັນ​ດຽວ​ກັນ​ພ້ອມ​ດ້ວຍ​ສິດ​ອຳ​ນາດ​ພິ​ເສດ​ຂອງ​ພວກ​ເຂົາ​ບໍ່​ປ່ຽນ​ແປງ​ຈົນ​ເທົ່າ​ໃດໆ​,ກຸ່ມ​ດາ​ໄລ​ລາ​ມະໄດ້​​ກໍ່​ກະ​ບົດ​ດ້ວຍ​ກຳ​ລັງ​ອາ​ວຸດ​ທີ່​ຖື​ການ​ແບ່ງ​ແຍກ​ປະ​ເທດ​ຊາດ​ເປັນ​ຈຸດ​ປະ​ສົງ.​ເມື່ອ​ໜີ​ໄປ​ຕ່າງ​ປະ​ເທດ​ແລ້ວ,​ກຸ່ມ​ດາ​ໄລ​ລາ​​ມະ​ກໍ່​ສືບ​ຕໍ່​​ໂຄ ສະ​ນາ​ປ່າວ​ຂ່າວ​ທີ່​ຢາກ​ໃຫ້​ຕິ​ເບ​ດ​ເປັນ​ເອ​ກະ​ລາດ.​ວັນ​ທີ​10​ມີ​ນາ​ນີ້,​ດາ​ໄລ​ລາ​ມະປ່າວ​ຂ່າວ ອີກ​ວ່າ"ສະ​ຖາ​ນະ​ການ​ຕິ​ເບ​ດ​ເຄັ່ງ​ຕຶງ​ທີ່​ສຸດ",​ແລະ​ຄາດ​ວ່າ ຕິ​ເບດ​ອາດ​ຈະ​ເກີດ​ເຫດ​ການ​ຈະ​ລາ​ຈົນ​​ເທື່ອ​ໃໝ່.​ກ່ຽວ​ກັ​ບ​ເລື່ອງ​ນີ້,​ທ່ານ​ຕັນ​ເຈີນ​ລຸນ​ຈູ ຜູ້​ຊ່ຽວ​ຊານ​ບັນ​ຫາ​ຕິ​ເບດ​ກ່າວ​ວ່າ,​ການ​ກະ​ທຳ​​ແບບ​ນີ້​ຂອງ​ກຸ່ມ​ດາ​ໄລ​ລາ​ມະ​ແມ່ນ​ປ່າວ​ຂ່າວ​ເພື່ອ​ສ້າງ​ເລື່ອງ,​ເປັນ​ສິ່ງ​ທີ່​ຂັດ​ກັບ​ຈິດ​ໃຈ​ຂອງ​ຄົນ​ທົ່ວ​ໄປ​ແລະ​ຈະ​ບໍ່​ມີ​ຜົນ​ຫຍັງ.

ກຸ່ມ​ດາ​ໄລລາ​ມະ​ສາມາດ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ປະ​ເທດຊາດ​ຢູ່​ຕ່າງປະ​ເທດ​ຕະຫຼອດ​ມາ, ​ແມ່ນ​ຍ້ອນ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ບາງ​ປະ​ເທດ​ຕາ​ເວັນ​ຕົກ. ທ່ານ​ຕັນ​ເຈີ​ນລຸນ​ຈູ ຜູ້​ຊ່ຽວຊານ​ບັນຫາ​ຕິ​ເບ​ດ​ເຫັນ​ວ່າ, ປະ​ເທດຝ່າຍຕາ​ເວັນ​ຕົກຄ້ຳ​ຊູ​ດາ​ໄລ​ລາ​ມະ​ກໍ່​ຍ່ອມມີ​ເປົ້າ​ໝາຍທາງ​ການ​ເມືອງ​ຂອງ​ເຂົາ, ຄືເອົາ​ດາ​ໄລລາ​ມະ​ເປັນ​​ເຄື່ອງມື​ຕໍ່​ລອງ​ດ້ານ​ການ​ເມືອງ​ຈີນ.

ລັດຖະບານ​ຈີນ​ມີ​ຫຼັກ​ໝັ້ນ​ຢ່າງ​ຈະ​ແຈ້ງ​ຕໍ່​ບັນຫາ​ຕິ​ເບ​ດຕະຫຼອດ​ມາ. ຕອນ​ເຊົ້າ​ວັນ​ທີ 7 ມີນາ​ນີ້, ​ໃນ​ກອງ​ປະຊຸມ​ຂ່າວຂອງ​ກອງ​ປ​ະຊຸມ​ເທື່ອ​ທີ2​ຊຸດ​ທີ11​ຂອງ​ສະພາ​ຜູ້​ແທນ​ປ​ະຊາ​ຊົນ​​ແຫ່ງ​ຊາດຈີນ, ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ບັນຫາ​ຕິ​ເບ​ດ, ທ່ານ​ຢາງ​ເຈຍ​ສື ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ສະ​ແດງ​ຫຼັກ​ໝັ້ນອັນ​ເຄັ່ງຂຶມ​ຂອງ​ລັດຖະບານ​ຈີນ​ອີ​ກເທື່ອ​ໜຶ່ງ​ຢ່າງ​ຈະ​ແຈ້ງ, ທ່ານ​ກ່າວ​ວ່າ:

"ດາ​ໄລ​ລາ​ມະ​ແມ່ນຜູ້ພັກ​ຖິ່ນ​ທາງ​ການ​ເມືອງ​ຜູ້​ໜຶ່ງ. ຂໍ້ຂັດແຂ່ງລະຫວ່າງ ພວກ​ເຮົາກັບ​ເຂົາ​ບໍ່​ແມ່ນ​ບັນ​ຫາ​ສາ​ສະ​ໜາ, ບັນຫາ​ສິດທິ​ມະນຸດ ບັນຫາ​ຊົນ​ເຜົ່າ​ຫຼື​ບັນຫາ​ວັດທະນະທຳ, ຫາກ​​ແມ່ນ​ບັນຫາ​ທີ່​ຈະ​ຮັກສາຄວາມ​ເປັນ​ເອກະ​ພາບ​ຂອງ​ຈີນ​ຫຼື​ບໍ່, ​ແລະ​ອະນຸມັດ​ໃຫ້​ເຂດ​ຕິ​ເບ​ດ​ແຍກ​ອອກ​ຈາກ​ຜືນ​ແຜ່ນດິນ​ຈີນ​ຫຼື​ບໍ່. ​ໃນ​ເວລາ​​ແກ້​ໄຂ​ການ​ພົວພັນ​ກັບ​ຈີນ, ປະ​ເທດ​ໃດ​ກໍ່ຕາມ​ບໍ່​ຄວນ​ອະນຸ​ມັດ​ໃຫ້​ດາ​ໄລ​ລາ​ມະ​ໄປ​ຢ້ຽມຢາມ, ບໍ່ຄວນ​ອະນຸມັດ​ໃຫ້​ດາ​ໄລລາ​ມະ​ສວຍ​ໃຊ້​ຜືນ​ແຜ່ນດິນ​ຂອງ​ປະ​ເທດ​ເຫຼົ່າ​ນີ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທີ່​ແບ່ງ​ແຍກ​ປະ​ເທດ​ຈີນ, ນີ້​​ແມ່ນ​ຫຼັກການ​ທີ່​ຄວນ​ເຄົາລົບ​ໃນ​ຫຼັກ​​ການ​ພົວພັນ​ສາກົນ."

ເລື່ອງ​ຈິງ​ຢູ່​ເຫນືອ​ການ​ໂຕ້​ຖຽງ​ກັນ. ​ເມື່ອ​ໄດ້​ໄປ​ເບິ່ງ​ຕິ​ເບ​ດກັບ​ຕາ​ແລ້ວ, ຄົນ​ທັງຫລາຍ​ກໍ່​ຈະ​ຮູ້​ກັບ​ຕິ​ເບ​ດທີ່​ແທ້ຈິງ.​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ ທ່ານ​ລິ​ຊາດ ນັກ​ທ່ອງ​ທ່ຽວສະ​ກັອດ​ແລນ​ຂອງ​ອັງກິດທີ່​ໄປ​ທ່ຽວ​ຢູ່​ເມືອງ​ລາຊາ​ກ່າວ​ວ່າ, ຄວາມ​ສະຫງົບ​ຢູ່​ຕິ​ເບ​ດ​ເຮັດ​ໃຫ້​ທ່ານ​ຮູ້ສຶກ​ສະບາຍ​ອົກ​ສະບາຍ​ໃຈ​ຫລາຍ, ທ່ານ​ເວົ້າວ່າ:ຢູ່​ລາຊາ ຂ້ອຍ​ບໍ່​ໄດ້​ເຫັນ​ສິ່ງ​ທີ່​ຜິດ​ປົກກະຕິ​ຫຍັງ​ເລີຍ, ຄົນ​ທັງຫລາຍ​ດຳລົງ​ຊີວິດ​ຕາມປົກກະຕິ.ສອງ​ສາມມື້ນີ້ ​ແມ່ນ​ສະບາຍອົກ​ສະບາຍ​ໃຈ​ຫລາຍ.

​ເມື່ອ 50 ປີ​ກ່ອນ, ຍ້ອນ​ຢູ່​ໃຕ້​ການ​ປົກຄອງ​ຂອງ​ດາ​ໄລລາ​ມາ, ຕິ​ເບ​ດ​ເກົ່າມີ​ສະພາບ​ນາຮົກ​ເມືອງ​ຄົນ;​ໃນຊູ່ມື້ນີ້ຫລັງ​ຈາກ​ນັ້ນ 50 ປີ, ປະຊາຊົນ​ໄດ້​ເປັນ​ເຈົ້າຂອງ,ຕິ​ເບ​ດ​ໃຫມ່​​ເຊິ່ງໄດ້​ມີ​ການ​ປ່ຽນ​ແປງ​ແບບຫນ້າມື​ເປັນ​ຫລັງ​ມື.​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ມີນາ​ນີ້ ທ່ານ​ມາ​ຈ່າວ​ຊີ້ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ເຖິງ​ຜົນງານ​ມະຫາສານ​ທີ່​ຕິ​ເບ​ດ​ໄດ້​ຮັບ​ໃນ​ການ​ດຳ​ເນີນ​ການ​ປະຕິ​ຮູບ​​ແບບປະຊາທິປະ​ໄຕຄື​ແນວ​ນີ້:​ໃນ 50 ປີ​ມານີ້ ຕິ​ເບ​ດ​ໄດ້​ມີ​ການ​ປ່ຽນ​ແປງ​ປານ​ປິ້ນຫນ້າ​ມື​ເປັນ​ຫລັງ​ມື​ໃນ​ທາງ​ການ​ເມືອງ ​ເສດຖະກິດ ວັດທະນະທຳ​ແລະ​ຂົງ​ເຂດ​ອື່ນໆ. ຂ້າ​ທາດ​ກະສິກອນ​​ລ້ານ​ຄົນ​ໃນ​ແຕ່​ກ່ອນ​ໄດ້​ກາຍ​ເປັນ​ເຈົ້າພາບ​ຂອງ​ຕິ​ເບ​ດ​ໃຫມ່​ສັງຄົມ​ນິຍົມ.ການ​ປະຕິ​ຮູບ​​ແບບປະຊາທິປະ​ໄຕ​ຂອງ​ຕິ​ເບ​ດ​ແມ່ນຂີດ​ຫມາຍ​ອັນ​ສຳຄັນ​ໃນ​ຂະ​ບວນການ​ຍົກ​ເລີກ​ຂ້າ​ທາດ​ຂອງໂລກ, ​ແມ່ນ​ຄວາມ​ຄືບ​ຫນ້າ​ສຳຄັນ​ຂອງ​ວຽກ​ງານ​ສິດທິ​ມະນຸດ​ສາກົນ.​ແມ່ນ​ການ​ປະກອບສ່ວນ​ອັນ​ຍິ່ງ​ໃຫຍ່​ຂອງ​ປະຊາຊົນ​ຈີນ​ເຊິ່ງລວມທັງ​ຊາວ​ເຜ່ົາ​ຕິ​ເບ​ດທີ່​ມີ​ຕໍ່​ວຽກ​ງານປະຊາທິປະ​ໄຕ ​ເສລີພາບ​ແລະ​ສິດທິ​ມະນຸດ​ຂອງ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>