ຜູ້​ຊ່ຽວ​ຊານ​ຈີນ​ຕອບ​ໂຕ້​ການ​ຕິ​ຕຽນ​ຂອງ​ອາ​ເມ​ລິ​ກາ​ທີ່​ວ່າ​ກ່ຳ​ປັ່ນ​ຈີນ​"ທ້າ​ທາຍ​​ເກາະ​ຜິດ​"ກ່ຳ​ປັ່ນ​ອາ​ເມ​ລິ​ກາ

(GMT+08:00) 2009-03-12 17:07:41 cri
-----------------------------------------------------------------------------------------------------------------

ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນລາຍ​ງານ​ວ່າ. ວັນ​ທີ 11 ມີນາ​ນີ້, ທ່ານ​ມາ​ຈ່າວ​ຊູ້ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຕອບ​ໂຕ້​ການ​ຕິຕຽນ​ຂອງ​ອາ​ເມ​ລິ​ກາ​ກ່ຽວ​ກັບກ່ຳປັ່ນ​ຈີນ​"ທ້າ​ທາຍ​ເກາະ​ຜິດ"ກ່ຳ​ປັ່ນສຳ​ຫຼວດຂອງ​ອາ​ເມ​ລິ​ກາ, ກ່າວ​ວ່າຄວາມ​ເວົ້າ​ຂອງ​ຝ່າຍ​ອາ​ເມ​ລິ​ກາ​ໄດ້​ຝ່າຝືນ​ຄວາມ​ຈິງ​ຢ່າງ​ໜັກໜ່ວງ, ຈີນ​ແມ່ນ​ຮັບ​ເອົາ​ບໍ່​ໄດ້. ຄັນຊັ້ນ, ຄວາມ​ຈິງ​ຂອງ​ເຫດ​ການ​ທີ່​​ວ່າ​ກ່ຳ​ປັ່ນ​ຈີນ"ທ້າ​ທາຍ​ເກາະ​ຜິດ"ກ່ຳ​ປັ່ນ​ສຳ​ຫຼວດ​"Impeccable"​ຂອງ​ອາ​ເມ​ລິ​ກາ​ມັນ​ເປັນ​ແນວ​ໃດ​ກັນ​ແທ້?"ກ່ຳ​ປັ່ນ​ສຳ​ຫຼວດ Impeccable​ແມ່ນ​ກ່ຳ​ປັ່ນ​​ແບບ​ໃດ​ກັນ​ແທ້? ​ເຫດ​ການ​ທີ່​ຝ່າຍ​ອາ​ເມ​ລິ​ກາ​ກໍ່​ຂຶ້ນ​ນັ້ນ​​ໄດ້​ສະ​ແດງ​ຈິດ​ໃຈ​ຫຍັງ​ຂອງ​ອາ​ເມ​ລິ​ກາ?​ຕໍ່​ເລື່ອງ​ນີ້,​ນັກ​ຂ່າວ​CRI​ໄດ້​ໄປ​ສຳ​ພາດ​ທ່ານ​ເມີ້ງ​ສຽງ​ຊິ່ງ ສາດ​ສະ​ດາ​ຈານ​ຂະ​ແໜງ​ການ​ການ​ພົວ​ພັນ​ສາ​ກົນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ປ້ອງ​ກັນ​ປະ​ເທດ​ຈີນ.

ວັນ​ທີ 9 ມີນາ​ນີ້, ທຳນຽບຂາວ ກະຊວງ​ການ​ຕ່າງປະ​ເທດ​​ແລະ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາລ້ວນ​ແຕ່​ໄດ້​ອອກ​ຖະ​ແຫຼ​ງການ​ວ່າ, ​ວັນ​ທີ 8 ມີນາ​ນີ້​ໃນ​ເວລາ​ດຳ​ເນີນ​ການ​ສຳ​ຫຼວດ​ຂໍ້​ມູນ​ສຽງ​ໃຕ້​ນ້ຳ​ຢູ່​ທະ​ເລ​ຈີນ​ໃຕ້,​ກ່ຳ​ປັ່ນ​ສຳ​ຫຼວດ" Impeccable"​ຂອງ​ກອງ​ທັບ​ເຮືອ​ອາ​ເມ​ລິ​ກາ​ໄດ້​ຖືກ​"ກ່ຳ​ປັ່ນ"​ຈາກ​5​ລຳ​ຂອງ​ກົມ​ທະ​ເລ​ ພາກ​ສ່ວນ​ປະ​ມົງ​ແລະ​ກອງ​ທັບ​ເຮືອ​ຈີນ​ລົບ​ກວນ,​ຝ່າຍ​ອາ​ເມ​ລິ​ກາ​ໄດ້​ປະ​ທ້ວງ​ຕໍ່​ຝ່າຍ​ຈີນ​ກ່ຽວ​ກັບ​ເລື່ອງ​ນີ້​ແລ້ວ.​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ຍັງ​ກ່າວ​ວ່າ, ກ່ຳ​ປັ່ນ​​ " Impeccable"​ເຄີຍ​ຖືກ​ຝ່າຍ​ຈີນ​"ລົບ​ກວນ" ​ໃນ​ວັນ​ທີ 5 ​ແລະ​ວັນ​ທີ​7​ມີ​ນາ​ນີ້.

ສັງ​ເກດ​ຈາກຖະ​ແຫຼງຂອງທາງ​ການ​ຂອງອາ​ເມ​ລິ​ກາ​ເຫັນ​ໄດ້​ວ່າ,ອາ​ເມ​ລິ​ກາ​ປ່າວ​ຂ່າວ​ວ່າ ກຳ​​ປັ່ນ Impeccable​ແມ່ນ​ກຳ​ປັ່ນ​ລຳ​ໜຶ່ງ​ທີ່​ດຳ​ເນີນ​ການ​​ເຄື່ອນ​ໄຫວ​ສຳ​ຫຼວດ​ຄົ້ນ​ຄວ້າ.​ແຕ່​ທ່ານ​ເມີ້ງ​ຊຽງ​ຊິ່ງ ສາດ​ສະ​ດາ​ຈານ​ຂອງ​ສະ​ຖາ​ບັນ​ການ​ພົວ​ພັນ​ສາ​ກົນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ການ​ປ້ອງ​ກັນ​ປ​ະ​ເທດ​ຂອງ​ຈີນ​ເຫັນ​ວ່າ,ທີ່​ຈິງ​ແລ້ວ,​ກຳ​ປັ່ນ​ສຳ​ຫຼວດ​ Impeccable​ແມ່ນ​ກຳ​ປັ່ນ​ສອດ​ແນມ​ລຳ​ໜຶ່ງ​ຂອງ​ກອງ​ທັບ​ເຮືອ​ອາ​ເມ​ລິ​ກາ.​ທ່ານ​ກ່າວ​ວ່າ,​ເວັບ​ໄຊ​ກອງ​ທັບ​ເຮືອ​ອາ​ເມລິ​ກາ​ໄດ້​ສະ​ແດງ​​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ,​ກຳ​ປັ່ນ​ Impeccable​ແມ່ນ​ໜຶ່ງ​ໃນ​ກຳ​ປັ່ນ​ສຳ​ຫຼວດ​ທະ​ເລ5​ລຳ​ຂອງ​ກອງ​ທັບ​ເຮືອ​ອາ​ເມ​ລິ​ກາ,​ໃຫ້​ການ​ສະ​ໜັບ​ສະ​ໜູນ​ໜ້າ​ທີ່​ວຽກ​ງານ​ຂອງ​ທຳ​ນຽບ​ຫ້າ​ແຈ​ແລະ​ພາກ​ສ່ວນ​ອື່ນ​ໆ​ຂອງ​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ໂດຍ​ສະ​ເພາະ.​ສື່​ມວນ​ຊົນອາ​ເມ​ລິ​ກາ​ກໍ່​ລາຍ​ງານ​ຢ່າງ​ເປີດ​ເຜີຍ​ວ່າ,​ກຳ​ປັ່ນ​Impeccable​ແມ່ນ​ກຳ​ປັ່ນ​ສອດ​ແນມ​ທີ່​ຂຶ້ນ​ກັບ​ກອງ​ທັບ​ເຮືອ,​ນີ້​ແມ່ນ​ຄວາມ​ລັບ​ທີ່​​ໄດ້ເປີດ​ເຜີຍ​ແລ້​ວ.

ຝ່າຍ​ອາ​ເມ​ລິ​ກາ​ຍັງຕັ້ງ​ແກ້ງ​ກ່າວ​ເນັ້ນ​ເທື່ອ​ແລ້ວ​ເທື່ອ​ອີກ​ວ່າ,ກຳ​ປັ່ນ​Impeccable​ແມ່ນ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ປົກກະຕິ​ຢູ່​ເຂດ​ທະ​ເລ​ສາ​ກົນ.​ແຕ່​ທີ່​ຈິງ​ແລ້ວ,​ໃນ​ເວ​ລາ​ເກີດ​ເຫດ​ການ​ນີ້,​ບ່ອນ​ທີ່ກຳ​ປັ່ນ Impeccable​ຢູ່​ນັ້ນ​ຫ່າງ​ຈາກ​ເກາະ​ໄຫ​ຫຼຳ​ຂອງ​ຈີນ​ພຽງ120​ກິ​ໂລ​ແມັດ​ທໍ່​ນັ້ນ,​ຍັງ​ໃກ້​ກວ່າ​ໄລ​ຍະ​ຫ່າງ​ລະ​ຫວ່າງ​ໝູ່​ເກາະ​ຊີ່​ຊ່າ​ກັບ​ເກາະ​ໄຫ​ຫຼຳ​ຊ້ຳ.​ວິ​ນິດ​ໄສ​ຈາກ​ທີ່​ຕັ້ງ ຂອງ​ກຳ​ປັ່ນກໍ່​ເຫັນ​ໄດ້​ວ່າ,​ເຂດ​ທະ​ເລ​ແຫ່ງ​ນີ້​ຄວນ​ແມ່ນ​ຢູ່​ລະ​ຫວ່າງ​ໝູ່​ເກາະ​ຊີ່​ຊ່າ​ກັບ​ເກາະ​ໄຫຫຼຳ,​ແມ່ນ​ເຂດ​​ເສດຖະກິດ​ສະ​ເພາະ​ຂອງ​ຈີນ.

ຕາມ​ຂໍ້​ກຳນົດ​ທີ່​ກ່ຽວ​ຂ້ອງຂອງ​ສາກົນ​ແລະ​ພາຍ​ໃນ​ປະ​ເທດ​ຈີນ, ກຳ​ປັ່ນທີ່​ມີ​ລັກ​ສະ​ນະ​ທາງ​ການ​ທະ​ຫານ ສາມາດ​ແລ່ນ​ຜ່ານ​ໄດ້​ພາຍໃນ​ເຂດ​ເສດ​ຖະ​ກິດ​ສະ​ເພາະ​ຂອງ​ປະ​​ເທດ​ຫນຶ່ງ, ​ແຕ່​ຕ້ອງ​ຜ່ານ​ໄດ້​ໂດ​ຍ​ບໍ່​ມີ​​ເຈດ​ຕະນາ​ທີ່​ບໍ່​ດີ,​ກໍ​ຄື:​ຫນຶ່ງ​ແມ່ນ​ ​ຕ້ອງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ແລະ​ຄວາມ​ອະ​ນຸ​ຍາດ​ຈາກ​ປະ​ເທດ​ທີ່​ກ່ຽວ​ຂ້ອງ,​ແລະ​ແຈ້ງ​ໃຫ້​ຊາບ​ລ່ວງ​ຫນ້າ:

ອັນ​ທີ​ສອງ​ແມ່ນ ບໍ່​​ໃຫ້​ດຳ​ເນີນການ​ເຄື່ອນ​ໄຫວ.​ມັນ​ເດັ່ນ​ຊັດ​ແລ້ວ​ວ່າ, ​ອາ​ເມ​ລິ​ກາ​ໄດ້​ລະ​ເມີດ​2​ຂໍ້​ດັ່ງ​ກ່າວ​, ຫນຶ່ງ​ແມ່ນ​ບໍ່​ໄດ້​ແຈ້ງ​ໃຫ້​ຈີນ​ຊາບ​ລ່ວງ​ຫນ້າ,​ຖັດ​ມາ​ແມ່ນ​ທຳ​ການ​ເຄື່ອນ​ໄຫວ​ຢູ່​ແຫ່ງ​ນີ້.​ສະ​ນັ້ນ,​ຄວາມ​ເວົ້າ​ຂອງ​ອາ​ເມ​ລິ​ກາ​ແມ່ນ​ບໍ່​ຖືກ​ຕ້ອງ​ເລີຍ.​ການ​ກະ​ທຳ​ຂອງ​ອາ​ເມ​ລິ​ກາ​​ແມ່ນ​ເຮັດ​ໃຫ້​ຄົນ​ຮັບ​ເຫັນ​ດີ​ນຳ​ຍາກ, ​ແຕ່​ເລື່ອງ​ນີ້​ຈະ​ບໍ່​ກະ​ທົບ​ກະ​ເທືອ​ນ​ເຖິງ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ.

ທ່ານ​ເມີ້​ງຊຽງ​ຊິ່ງ ກ່າວ​ວ່າ, ​ເວົ້າລວມ​ແລ້ວ, ພາຍ​ໃຕ້​ສະພາບ​ວິ​ກິດ​ການ​ການ​ເງິນ​ແລະ​ວິ​ກິດ​ການ​ເສດ​ຖະ​ກິດ​ໃນ​ປະຈຸ​ບັນ, ​ ຈີ​ນກັບ​ອາ​ເມ​ລິ​ກາ​ດຳ​ເນີນການ​ຮ່ວມ​ມື​ແລກ​ປ່ຽນ​ກັນ​ຫຼາຍ​ກວ່າ​ນີ້, ​ບໍ່​ພຽງ​ແຕ່​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ສອງ​ປະ​ເທດ​ເທົ່າ​ນັ້ນ,​ຍັງ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ອາ​ຊີ​ປາ​ຊິ​ຟິກ, ​ແລະ​ກໍ່​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ທົ່ວ​ໂລກ.​ສະ​ນັ້ນ, ​​ເມື່ອ​​ເບິ່ງ​ຈາກ​ຄວາມ​ຫມາຍ​ດ້ານ​ນີ້​ແລ້ວ​​ເຫັນວ່າ, ​ການ​ເກີດ​ເຫດ​ການ​ດັ່ງ​ກ່າວ​ແມ່ນ​ເລື່ອງ​ທີ່​ບໍ່​ເປັນ​ຈັ່ງ​ບຸນ, ​ແຕ່​ວ່າ ​ມັນ ​ບໍ່ຄວນ​ຈະ​ກະ​ທົບ​ກະ​ເທືອນ​ຖາ​ນະ​ກາ​ໃຫຍ່​ແລະກະ​ແສ​ຫຼັກ​ຂອງ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ຈີນ​ກັບ​ອາ​ເມ​ລິ​ກາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>