ສະພາ​ຜູ້​​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ແດງ​ຄວາມຄຽດ​ແຄ້ນ​ແລະ​ຄັດ​ຄ້ານ​ຢ່າງ​ຮຸນ​ແຮງ​ຕໍ່​ສະ​ພາ​ເອີ​ລົບຮັບ​ຮອງ​ມະຕິ​ກ່ຽວ​ກັບ​ຕິ​​ເບ​ດ

(GMT+08:00) 2009-03-14 16:25:48 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ 13 ມີນາ​ນີ້,ຜູ້​ຮັບ​ຜິດ​ຊອບ​ຂອງກຳມາ​ທິການ​ການ​ຕ່າງປະ​ເທດຂອງ​ສະພາ​ຜູ້​​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ໃຫ້​ສຳພາດ,ສະ​ແດງ​ຄວາມຄຽດ​ແຄ້ນ​ແລະ​ຄັດຄ້ານຢ່າງຮຸນ​ແຮງ​ຕໍ່​ສະພາ​ເອີ​ລົບ​ໄດ້ຮັບຮອງ​ມະຕິ​ກ່ຽວ​ກັບ​ຕິ​ເບ​ດ.

ຜູ້ຮັບຜິດ​ຊອບ​ຜູ້ນີ້​ກ່າວ​ວ່າ,ຄວາມ​ຂັດ​ແຍ່ງ​ລະຫວ່າງ​ພວກ​ຂ້າພະ​ເຈົ້າກັບ​ດາ​ໄລລາ​ມະ​ບໍ່​ແມ່ນ​ບັນຫາ​ຊົນ​ເຜົ່າ ບໍ່​ແມ່ນ​ບັນຫາ​ສາ​ສະໜາ​,ກໍ່ບໍ່​ແມ່ນ​ບັນຫາ​ສິດທິ​ມະນຸດ,ຫາກແມ່ນ​ບັນຫາດ້ານ​ຫຼັກການ​ທີ່​ສຳຄັນ​ທີ່​ກ່ຽວ​ພັນ​ເຖິງອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຈີນ.ສະພາ​ຜູ້​ແທນ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ເອົາ​ໃຈ​ໃສ່​ນຳ​ການ​ພົວພັນ​ກັບ​ສະພາ​ເອີ​ລົບ,ຮຽກຮ້ອງ​ໃຫ້​ສະພາ​ເອີ​ລົບ​ປະລະ​ຄວາມ​ເຫັນ​ລຳອຽງ​ດ້ານ​ຮູບ​ການ​ຈິດ​ສຳນຶກ,​​ໃຊ້​ຫຼັກ​ໝັ້ນ​ທີ່​ຍຸດຕິ​ທຳ​ແລະ​ພາວະ​ວິ​ໄສ,​​ເຮັດ​ວຽກ​ທີ່​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ຢ່າງ​ປອດ​ໄສ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ​ເອີ​ລົບ​ໃຫ້ຫຼາຍ.

ວັນ​ທີ 12 ມີນາ​ນີ້,ສະພາ​ເອີ​ລົບ​ບໍ່​ເອົາ​ຫົວຊາ​ນຳ​ການ​ຕໍ່​ວ່າ​ຕໍ່​ຂານ​ຢ່າງ​ຮຸນ​ແຮງ​ຫຼາຍ​ເທື່ອ​ຂອງ​ຈີນ,ຊູຊີ​ຮັບຮອງ​ມະຕິ​ກ່ຽວ​ກັບ​ຕິ​ເບ​ດ,​​ເພື່ອ​ສະໜັບສະໜູນການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ຈີນ​ຂອງ​ດາ​ໄລລາ​ມະ​ອີກ,​ຢາກ​ເຮັດ​ໃຫ້​ບັນຫາ​ກ່ຽວ​ກັບ​ຕິ​ເບ​ດຫັນ​ເປັນ​ບັນຫາ​ສາກົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>