ຈີນ​ຮຽກ​ຮ້ອງ​ໃຫ້​ສະ​ພາ​ເອີ​ລົບ​ຢຸດ​ຕິ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ດ້ວຍ​ບັນ​ຫາ​ທີ່​ກ່ຽວ​ກັບ​ຕິ​ເບດ

(GMT+08:00) 2009-03-14 16:29:59 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຈີນ:ວັນ​ທີ13​ມີນາ​ນີ້ ຢູ່​ທີ່​ປັກ​ກິ່ງ ທ່ານ​ໝ້າ​ຈ່າວ​ຊູ້ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ວຽກ​ງານຕິ​ເບດ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ,ລັດ​ຖະບານ​ແລະ​ປະຊາຊົນ​ຈີນ​ເດັດດ່ຽວ​ຄັດຄ້ານ​ປະ​ເທດ​ແລະ​ອົງການ​ໃດ ​ແຊກ​ແຊງ​ວຽກ​ງາ​ນພາຍ​ໃນ​ຂອງ​ຈີນດ້ວຍ​ບັນຫາ​ທີ່​ກ່ຽວ​ກັບ​ຕິ​ເບ​ດ.


ທ່ານ​ໝ້າ​ຈ່າວ​ຊູ້​ກ່າວ​ວ່າ,ສະພາ​ເອີ​ລົບ​ບໍ່​ເອົາ​ຫົວຊາ​ນຳ​ຄວາມ​ຈິງ,ພາຍ​ໃຕ້​ການ​ປຸກ​ປັ່ນ​ຂອງ​ສະມາ​ຊິກ​ສະພາ​ຕ້ານ​ຈີນ​ຈຳນວນ​ໜ້ອຍ,​ໄດ້​ຮັບຮອງ​ຜ່ານ​ມະຕິ​ຕົກ​ລົງ,​ແລະ​ສະ​ເໜີ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ໄຮ້ເຫດຜົນ​ຕໍ່​ຈີນ​ໃນບັນຫາ​ຕິ​ເບດ,​ນີ້ໄດ້​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ,ທຳ​ລາຍ​ອາລົມ​ຈິດ​ຂອງ​ປະຊາຊົນ​ຈີນ.ຈີນ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ຮຸນ​​ແຮງ​ແລະ​ຄັດຄ້ານ​ຢ່າງ​ເດັດດ່ຽວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>