ພະສົງ​ສາມະ​ເນນ​ລາ​ຊາ​ກ່າວ​ວ່າ​ບໍ່​ຫວັງ​ໃຫ້​ມີ​ການ​ທຳ​ລາຍ​ແລະ​ປັ່ນ​ປ່ວນ​ຫຍັງ​ເກີດ​ຂຶ້ນ

(GMT+08:00) 2009-03-15 17:04:14 cri
-----------------------------------------------------------------------------------------------------------------
ວັນ​ທີ 14 ມີນາ​ນີ້, ນັກ​ຂ່າວ​ຂອງ​ຂ່າວສານ​ຊີ​ນຮວາ​ໄປ​ເອົາ​ຂ່າວ​ຢູ່​ວັດ​ຕ້າ​ຈ່າວ​ແລະ​ວັດ​ເຊ​ລາ​ຂອງ​ນະຄອນ​ລາຊາ​ຕິ​ເບ​ດ, ​ໄດ້​ເຫັນ​ວ່າ, ກິດຈະກຳ​ສາສະໜາ​ໃນ​ວັດ​ເປັນ​ປົກກະຕິໝົດ, "ບໍ່​ຫວັງ​ໃຫ້​ມີ​ການ​ທຳລາຍ​ແລະ​ການ​ປັ່ນ​ປ່ວນ​ຫຍັງ"​​ແມ່ນ​ຄວາມ​ໃນ​ໃຈ​ຂອງ​ພະສົງ​ສາມະ​ເນນ​ທັງຫຼາຍ.

ພະ​ອາຈານ​ໂລ​ຊາງ​​ໂຊ​ເພນ ຂອງ​ວັດ​ເຊ​ລາ​ກ່າວ​ວ່າ, ປະຈຸ​ບັນ, ລັດຖະບານ​ສົ່ງ​ເສີມ​ໃຫ້​ສ້າງ​ສັງຄົມ​ທີ່​ກົມກຽວ​ກັນ, ນີ້​ຖືກ​ກັບ"ຄວາມ​ປອງ​ດອງ​ກັນ"ທີ່​ພຸດທະ​ສາສະ​ໜາ​ສົ່ງ​ເສີມ​.

ພະ​ອາ​ຈານໂລ​ຊາງ​ໂຊ​ເພນ​ກ່າວ​ວ່າ, ​ໃນຫຼາຍປີ​ມາ​ນີ້, ນະ​ໂຍບາຍ​ນັບ​ມື້​ນັບ​ດີ​ຂຶ້ນ, ວັດຖຸບູຮານ​​ໃນ​ວັດ​​ໄດ້​ຮັບ​ການ​ຄຸ້ມ​ຄອງ​ດີຫຼາຍ, ຮັກສາ​ກໍ່​ດີ, ຊີວິດ​ຂອງ​ພະສົງ​ສາມະ​ເນນ​ດີກ​ວ່າ​ແຕ່​ກ່ອນຫຼາຍ. ​ໂຮງໝໍ​ຂອງ​ກອງທັບ​ກໍ່​ໄດ້​ມາກ​ວດສຸຂະພາບ​ໃຫ້​ພະສົງ​ສາມະ​ເນນ​ເລື້ອຍໆ, ຖ້າ​ເຈັບ​​ເປັນ​ຍັງ​ສົ່ງ​ນາຍ​ໝໍ​ທີ່​​ເກັ່ງ​ທີ່​ສຸດ​ມາປົວ​​ໃຫ້.

ພະ​ອາຈານພູ​ປູ​ເຊ​ລິນ ຮອງ​ຫົວໜ້າ​ຄະນະ​ກຳມະການ​ຄຸ້ມ​ຄອງ​ວັດ​ເຊ​ລາ​ກ່າວ​ວ່າ, ​ໃນ​​ໄລຍະ​​ເກີດເຫດການ​"14 ມີນາ", ວັດ​ເຊ​ລາກ​ກໍ່​ມີ​ພະສົງ​ສາມະ​ເນ​ນ​ເຂົ້າຮ່ວມ​ການຈະ​ລາ​ຈົນ. ຫຼັງ​ເຫດການ​ແລ້ວ, ລັດຖະບານ​ໄດ້​ຈັດການ​ສຶກສາລະບຽບ​ກົດໝາຍ​ໃນ​ວັດ, ນິ້​ແມ່ນສິ່ງ​ທີ່​ຄວນ​ເຮັດ. ພະ​ສົງ​ສາມະ​ເນນ​ບາງ​ຄົນ​ໄປ​​ເຂົ້າຮ່ວມ​ເຫດການ, ສາຍ​ເຫດ​ໜຶ່ງ​ກໍ່​ຍ້ອນ​ວ່າ​ບໍ່​ຮູ້​ກົດໝາຍ, ບໍ່​ຮູ້​ປະຫວັດສາດ.

ພະ​ອາຈານພູ​ປູ​ເຊ​ລິນ​ກໍ່​ໄດ້​ເຂົ້າຮ່ວມ​ການ​ຮຽນ​ກົດໝາຍ​ຢ່າງ​ຕັ້ງໜ້າ. ອາຈານ​ເວົ້າວ່າ​, ການ​ສຶກສາ​ກົດໝາຍ​ແມ່ນ​ດຳ​ເນີນ​ໃນ​ເວລາ​ຫວ່າງ, ບໍ່​ໄດ້​ກະທົບ​ເຖິງ​ກິດຈະກຳ​ສາສະໜາ​ທີ່​​ເປັນ​ປົກກະຕິ​ຂອງ​ວັດ, ​ແລະ​ໄດ້​ເຄົາລົບ​ຄວາມ​ຊີງ​ເຄີຍ​ດ້ານ​ສາສະໜາ​ຂອງ​ວັດ​ທີ່​ສຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>