ພະ​ປານ​ເສີນ​ອົງ​ທີ​11​ກ່າວ​ວ່າ ທາດ​ກະ​ສິ​ກອນ​ຕິ​ເບດ​ໄດ້​ຮັບ​ການ​ປົດ​ປ່ອຍ​ສ່ອດ​ຄ່ອງ​ກັບ​ຈຸດ​ປະ​ສົງ​ຂອງ​ພຸດ​ທະ​ສາດ​ສະ​ໜາ​ຢ່າງ​ສົມ​ບູນ

(GMT+08:00) 2009-03-15 17:27:01 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຈີນ:ວັນ​ທີ15​ມີນາ​ນີ້ ພະ​ອົງ​ເອີ​ດີ​ນີ ​ໂຊ​ຍຈີ​ຢີ ປານ​ເສີ​ນອົງ​ທີ11ຕິ​ເບ​ດ​ໄດ້​ມາ​ຫໍວັດ​ທະນະ​ທຳຊົນ​ເຜົ່າປັກ​ກິ່ງ,​ເພື່ອ​ຊົມ​ເບິ່ງ​ງານ​ວາງ​ສະ​ແດງ​ ຂະ​ໜາດ​ໃຫຍ່​ທີ່ມີ​ຫົວ​ຂໍ້​ວ່າ​ການ​ປະຕິ​ຮູບ​ປະຊາ​ທິປະ​ໄຕ​ຕິ​ເບດຄົບ​ຮອບ​50ປີ​ທີ່​ຈັດ​ຂຶ້ນ​ຢູ່​ນີ້.ພະ​ອົງກ່າວ​ວ່າ,ທາດ​ກະສິ​ກອນຕິ​ເບ​ດ​ໄດ້​ຮັບ​ການ​ປົດ​ປ່ອຍ​ສ່ອດຄ່ອງ​ກັບ​ຈຸດປະ​ສົງ​ພຸດທະ​ສາດ​ສະໜາ​ຫຼາຍ.

ພະປານ​ເສີນ​ໄດ້​ຊົມ​ເບິ່ງ​ການ​ວາງສະ​ແດງ​ທຸກ​ບ່ອນ​ຢ່າງ​ລະອຽດ.​ພະປານ​ເສີນ​ກ່າວ​ວ່າ,ງານ​ວາ​ງສະ​ແດງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນຄວາມ​ມືດ​ມົນຂອງ​ລະບອບ​ທາດ​ກະສິກອນ​ຕິ​ເບດ​ເກົ່າ​ແລະສະ​ພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຊົນ​ທີ່​ໜ້າ​ສັງ​ເວດ,ສະ​ແດງ​ໃຫ້​ເຫັນ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫຼວງ​ຢູ່​ຕິ​ເບດ​ໃນ50​ປີຜ່ານ​ມາ.ມີ​ແຕ່ພັກ​ກອມ​ມູນິດ​ຈີນ​ຈຶ່ງ​ສາມາດ​ເຮັດ​ໃຫ້​ທາດ​ກະສິ​ກອນ​ເປັນ​ລ້ານ​ຄົນ​ໄດ້​ຮັບ​ການ​ປົດ​ປ່ອຍ​ແລະ​ໄດ້​ມີ​ກຽດ​ສັກ​ສີ​ແລະ​ເສລີພາບ​ຂອງ​ມະນຸດ.​ຊີວິດ​ການ​ເປັນຢູ່ທີ່​ມີ​ຄວາມ​ຜາ​ສຸກ​ຂອງ​ປະຊາ​ຊົນ​ຕິ​ເບດ​ໃນ​ປະຈຸ​ບັນ​ລ້ຳ​ຄ່າ​ຫຼາຍ,ຕ້ອງ​ຮັກສາ​​ໃຫ້​ດີ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>