ອົງການ​ໂອ​ເປັກ​ຕົກລົງຈັດ​ຮັກສາ​​ປະລິ​ມານ​ການ​ຜະລິດ​ນ້ຳມັນ​ດິບ​​ໄວ້​ຊ່ຳ​ເກົ່າ

(GMT+08:00) 2009-03-16 14:29:03 cri
-----------------------------------------------------------------------------------------------------------------
ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ: ​ໃນ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ຄັ້ງ​ທີ 152 ທີ່​ຈັດ​ຂຶ້ນ​ຢູ່​ວຽນ,​ອົງ​ການ​ປະ​ເທດ​ຜູ້​ສົ່ງ​ອອກ​ນ້ຳນ​ຫຼື​ໂອ​ເປັກ​ຕົກ​ລົງ​ຈະ​ຮັກ​ສາ​ປະ​ລິ​ມານ​ການ​ຜະ​ລິດ​ນ້ຳ​ມັນ​ດິບ​ຕໍ່​ມື້​​ໄວ້​ຊ່ຳ​ເກົ່າ.​ນີ້​ແມ່ນ​ອົງ​ການ​ໂອ​ເປັກ​ຕົກ​ລົງ​ບໍ່​​ຫຼຸດ​ປະ​ລິ​ມານ​ຜະ​ລິດ​ນ້ຳ​ມັນ​ອີກ​, ພາຍ​ຫຼັງ​ໄດ້​ຫຼຸດ​ການ​ຜະ​ລິດ​ນ້ຳ​ມັນ​ດິບ​ 3 ​ເທື່ອ​ລຽນ​ຕິດ​ນັບ​ແຕ່​ເດືອນ​ກັນ​ຍາ​ປີ​ກາຍ​ນີ້.

ປັດຈຸບັນ, ປະລິມານ​ການ​ຜະລິດ​ນ້ຳມັນ​ດິບ​ຂອງ​ອົງການ​ໂອ​ເປັກ​ແມ່ນ 26 ລ້ານ​ບາ​ເຣວ,​ປະ​ລິ​ມານ​ຜະ​ລິດ​ນ້ຳ​ມັນ​ດິບ​ຂອງ 12 ປະ​ເທດ​ສະ​ມາ​ຊິກ​ຂອງ​ອົງການ​ໂອ​ເປັກ​ໄດ້​ກວມ​40%​ຂອງ​ການ​ຜະ​ລິດ​ທົ່ວ​ໂລກ.​ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ອົງການ​ໂອ​ເປັກ​ເທື່ອ​ນີ້​ແມ່ນ​ຈັດ​ຂຶ້ນ​ພາຍ​ໃຕ້​ສະ​ພາບ​ທີ່​ລາ​ຄາ​ນ້ຳມັ​ນ​ດິບ​ສືບ​ຕໍ່​ຕົກ​ຕ່ຳ,​ວິ​ກິດ​ການ​ການ​ເງິນ​ສາ​ກົນ​ກົດ​ໜີບ​ຄວາມ​ຕ້ອງ​ການ​ນ້ຳ​ມັນ​ດິບ​ຂອງ​ໂລກ​, ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ໂອ​ເປັກ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ຈະ​ສືບ​ຕໍ່​ຫຼຸດ​ປະລິ​ມານ​ການ​ຜະລິດ​ຫຼື​ບໍ່.​ປັດ​ຈຸ​ບັນ​ອົງ​ການ​ໂອ​ເປັກ​ຕ້ອງ​ການ​ໄລ​ຍະ​​ເວລາ​ໜຶ່ງ​ເພື່ອ​ສັງ​ເກດ​ການ​ສັບ​ຊ້ອນ​ນະ​ໂຍ​ບາຍ​ຄວາມ​ສາ​ມາດ​ຜະ​ລິດ​ຂອງ​ອົງ​ການ​ອ​ເປັກ​ຈະ​ມີ​​ຜົນ​ສະທ້ອນ​​ແນວ​ໃດ​ຕໍ່​ຕະ​ຫຼາດ​ນ້ຳ​ມັນ​ເຊື້ອ​ໄຟ​ທົ່ວໂລກ​ຂອງ​ນະ​ໂຍບາຍ​ຂອງ​ອົງການ​ໂອ​ເປັກ.

ດ້ານ​ຫນື່ງ, ​ເຖິງ​ວ່າ​ເລີ່​ມ​ແຕ່​ເດືອນ​ກັນ​ຍາ​ປີ​ກາຍ​ນີ້ ອົງການໂອ​ເປັກ ​ໄດ້ຫຼຸດ ປະ​ລິ​ມານ​ຜະ​ລິດ​ນ້ຳ​ມັນ​ເຊື້ອ​ໄຟ​​ລົງ​ໃຫ້​ຕ່ຳ​ລົງ 3 ​ເທື່ອ​ລຽນ​ຕິດ​ ,ນັບ​ລວມ​ແລ້ວ,​ຫຼຸດ​ລົງ​ມື້​​ລະ​4​ລ້ານ​2​ແສ​ຕໍ່​ບາ​ເຣວ​ຕໍ່​ວັນ​ກໍ່​ຕາມ,​ແຕ່ບໍ່​ໄດ້​ຢຸດ​ທ່າ​ອ່ຽງ​ທີ່​ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ​ຕ່ຳ​ລົງ.​ນັບ​ແຕ່​ເດືອນ​ກໍ​ລະ​ກົດ​ປີ 2008 ​​ເປັນ​ຕົ້ນ​ມາ,​ລາ​ຄາ​ນ້ຳ​ມັນ​​ເຊື້ອ​ໄຟ​ສາ​ກົນ​ໄດ້​ຕ່ຳ​ລົງກ​າຍ​100 ​ໂດ​ລາ,​ນັບ​ລວມ​ແລ້ວ,​ຕ່ຳລົ​ງ​ປະ​ມານ 70%.

ອີກ​ດ້ານ​ຫນຶ່ງ, ພາຍ​ໃນອົງການ​ໂອ​ເປັກ ກໍ່​ມີ​ຄວາມ​ເຫັນ​ທີ່​ຕ່າງ​ກັນ​ກ່ຽວ​ກັບ​ການ​ສືບ​ຕໍ່​ຫຼຸດ​ປະ​ລິ​ມານ​ຜະ​ລິດ​ນ້ຳ​ມັນ​ເຊື້ອ​ໄຟຫຼື​ບໍ່.​ອານ​ເຊ​ລີ​ແລະ​ປະ​ເທດອື່ນໆ ​ເຫັນ​ວ່າ, ​ເພື່ອ​ ບໍ່​ໃຫ້ລາຄາ​ນ້ຳມັນ​ເຊື້ອ​ໄຟຕ່ຳລົງອີກ, ຕ້ອງ​ຫຼຸດ​ປະລິມານ​ຜະລິດ​ນ້ຳມັນ​ດິບ​ໃຫ້​ຫນ້ອຍ​ລົງ​ຕື່ມ​ອີກ. ​ແຕ່​ປະ​ເທດ​ສະ​ມາ​ຊິກ​​​ໂອ​ເປັກ​ຈຳນວນ​ຫນຶ່ງ​ທີ່​ຖື​ອາ​ລາ​ບີ​ຊາ​ອູ​ດິດ ປະ​ເທດນ້ຳ​ເບີ 1 ທີ່​ຜະ​ລິດ​ນ້ຳ​ມັນ​ເຊື້ອ​​ໄຟ​​ໃນ​ໂລກ​ ​ໄດ້​ມີ​ຄວາມ​ເຫັນ​ທີ່​ຕ່າງ​ກັນ​ກ່ຽວ​ກັບ​ເລື່ອງ​ນີ້.

ທ່ານ​ນາ​ອີ​ມີ ລັດຖະມົນຕີ​ວ່າການ​ກະຊວງ​ນ້ຳມັນ​ເຊື້ອ​ໄຟ​ຂອງອາ​ລາ​ບີ​ຊາ​ອູ​ດິດ ກ່າວ​ວ່າ,​ການ​ສືບ​ຕໍ່​ຫຼຸດປະລິມານຜະລິດ​ນ້ຳມັນ​ເຊື້ອ​ໄຟ ຈະ​ເຮັ​ດ​ໃຫ້​ລາຄາ​ນ້ຳມັນ​​ແພງ​ຂຶ້ນ,  ​ແລ້ວ​​ເຮັດ​ໃຫ້​ເສດຖະກິດ​ໂລກ​ຟື້ນ​ຕົວ​ຄືນ​ໃຫມ່​ຊ້າ​ລົງ.  ສິ່ງ​ທີ່​ຕ້ອງ​ພິຈາລະນາ​ໃນ​ປະ​ຈຸບັນ​ແມ່ນ​ການ​ປະຕິບັດ​ການ​ຕົກລົງ​ຫຼຸດ​ປະລິມານຜະ ລິດທີ່​​ວາງ​ອອກ​​ແລ້ວຢ່າງ​ເຄັ່ງ​ຄັດ​.

ທີ່​ຈິງ​ແລ້ວ,ບາງປະ​ເທດ​ພາຄີ​ອົງການ​ໂອ​ເປັກບໍ່​ໄດ້​ປະຕິບັດ​ຕາມ​​ໂຄ​ຕາ​ການ​ຜະລິດ​ທີ່​ໄດ້​ຕົກລົງ​ກັນ​​ແລ້ວຢ່າງ​​ເຄັ່ງຄັດ,ປະລິມານ​ການ​ຜະລິດ​ຕໍ່​ມື້​ຂອງ​ປະ​ເທດ​ເຫຼົ່ານີ້​ສູງກວ່າ​ໂຄ​ຕາ​ທີ່​ກຳ​ນົດ.​ຕາມ​ສະ​ຖິ​ຕິ,​ປະ​ຈຸ​ບັນ​ນີ້,​12ປະ​ເທດ​ພາ​ຄີ​ຂອງ​ອົງ​ການ​ໂອ​ເປັກ​ມີ​ແຕ່​ປະ​ຕິ​ບັດ​80%​ຂອງ​ການ​ຕົກ​ລົງ​ຕັດ​ປະ​ລິ​ມານ​ການ​ຜະ​ລິດ.​ກ່ຽວ​ກັບ​ເລື່ອງ​ນີ້,​ບົດ​ລາຍ​ງານ​ປະ​ຈຳ​ເດືອນ​ທີ່​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ​ປະ​ກາດ​ຫຼ້າ​ສຸດ​ກ່າວ​ວ່າ,ຍາມ​ໃດ​ທີ່​ປະ​ເທດ​ພາ​ຄີ​ອົງ ການ​ໂອ​ເປັກ​ປະ​ຕິ​ບັດ​ຕາມ​ການ​ຕົກ​ລົງ​ຕັດ​ປະ​ລິ​ມານ​ການ​ຜະລິດ​ທີ່​ໄດ້​ກຳ​ນົດ​ອອກ​ຈົນ​ຮອດ​ປະ​ຈຸ​ບັນ​ນີ້​ຢ່າງ​ເດັດ​ຂາດ,​ປະ​ລິ​ມານ​ສະ​ສົມ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ປະ​ເທດ​ອຸດ​ສາ​ຫະ​ກຳ​ຝ່າຍ​ຕາ​ເວັນ​ຕົກ​ກໍ່​ຈະ​ຫຼຸດ​ລົງ,​ຖ້າ​ຕັດ​ປະ​ລິ​ມານ​ການ​ຜະ​ລິດ​ຕື່ມ​ອີກ​ຈະ​ມີ​ຜົນ​ຮ້າຍ​ຕາມ​ມາ​ຢ່າ​ງຮຸນ​ແຮງ.

ປະຈຸ​ບັນ​ນີ້,ລາຄາ​ນ້ຳມັນ​​ສາກົນ​​ເຄື່ອນ​ໄຫວ​ຢູ່​ລະຫວ່າງ40​ໂດ​ລາຕໍ່​ບາ​ເຣວ,ນີ້​ຍັງ​​ໄກ​ກັນຫຼາຍ ກັບຄາວ​ມປາຖະໜາ​ຂອງ​ອົງການ​ໂອ​ເປັກ​ທີ່ຢາກ​ໃຫ້​ເປັນ75​ໂດ​ລາ​ຕໍ່​ບາ​ເຣວ.​ແຕ່​ໃນ​ຂະນະ​ດຽວ​ກັນ​ນີ້,ການ​ຕົກລົງ​ຕັດ​ປະລິມານ​ຜະລິດ​ຍັງ​ບໍ່​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເດັດຂາດ.ສະນັ້ນ,​ເທື່ອ​ນີ້​ປະ​ເທດ​ພາຄີ​ອົງການ​​ໂອ​ເປັກ​ສ່ວນ​ໃຫຍ່​ໄດ້​ເລືອກ​ຍຸດ​ໂທ​ບາຍລໍ​ຈັງຫວະ,​ເພື່ອ​ສັງ​ເກດ​ເບິ່ງ​ທ່າ​ຂະຫຍາຍຕົວ​ຂອງ​ລາຄາ​ນ້ຳມັນ​ສາກົນ​ພາຍຫຼັງປະ​ເທດ​ພາຄີ​ທັງ​ໝົດ​ປະຕິບັດ​ຕາມ​ການ​ຕົກລົງ​ຕັດ​ປະລິມານ​ຜະລິດ​ຢ່າງ​ເຂັ້ມງວດ​,​ແລ້ວຈຶ່ງຈະຕົກລົງ​ນະ​ໂຍບາຍ​ດ້ານປະ ລິມານ​ການ​ຜະລິດ​ໃນ​ກ້າວ​ຕໍ່​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>