ເວ​ທີ​ປາ​ໄສ​ຊັບ​ພະ​ຍາ​ກອນ​ນ້ຳ​ຂອງ​ໂລກ​ຄັ້ງ​ທີ​5 ​ໄຂ​ຂຶ້ນ​ຢູ່​ຕວກ​ກີ

(GMT+08:00) 2009-03-17 16:21:32 cri
-----------------------------------------------------------------------------------------------------------------
ຕາມຂ່າວCRI: ວັນ​ທີ 16 ມີນາ​ນີ້, ​ເວທີ​ປາ​ໄສ​ຊັບພະຍາກອນ​ນ້ຳຂອງ​ໂລກ​ ຄັ້ງ​ທີ 5ແລະ​ງານ​ວາງສະ​ແດງ​ນ້ຳ​ຂອງໂລກ​​ໄດ້​ໄຂ​ຂຶ້ນຢູ່​ອິສຕັນບູນ ນະຄອນອັນດັບຫນຶ່ງຂອງຕວກກີ ​ແລະ​ດຳ​ເນີນ​ນຳ​ໄປ​ເປັນ​ເວລາ 7 ວັນ . ບຸກຄົນ​ວົງ​ການ​ຕ່າງໆ  2 ຫມື່ນ ກວ່າ​ຄົນ​ທີ່​ມາ​ຈາກ 13 ອົງການ​ຈັດ​ຕັ້ງສາກົນ​ 100 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​​ທີ່ລວມມີ​ຈີນ​ນັ້ນໄດ້​ເຂົ້າ​ຮ່ວມ​.  ຫົວ​ຂໍ້​ຕົ້ນຕໍ​ຂອງ​ເວທີ​ປາ​ໄສ​ເທື່ອ​ນີ້​ແມ່ນ​" ​ສ້າງ​ຂົວ​ເພື່ອຕິດ​ຕໍ່​ພົວພັນ​ກັບ​ບັນຫາ​ຊັບພະຍາກອນ​ນ້ຳ", ມີ​ຈຸດປະສົງ​ເພື່ອ​ເພີ່ມ​ທະວີຄວາມ​ເຂົ້າ​ໃຈ ​ແລກປ່ຽນ​ແລະ​ປະສານ​ງານ​ກັນ​ລະຫວ່າງ​ປະ​ເທດ​ຕ່າງໆ​ໃນ​ໂລກ​​ ໃນການ​ຄຸ້ມ​ຄອງດ້ານ​ຊັບພະຍາກອນ​ນ້ຳ​ແລະ​ຈຳກັດຄວາມ​ຂັດ​ແຍ່ງ​​ກັນ​ດ້ານ​ຊັບພະ ຍາກອນ​ນ້ຳ.      ​ເວທີ​ປາ​ໄສ​ຊັບພະຍາກອນ​ນ້ຳຂອງ​ໂລກ​ແມ່ນສະພາ​ນ້ຳ​ໂລກ​​ລິເລີ່​ມ ຈັດຂຶ້ນ​,​​​​ ແມ່ນ​ກິດຈະກຳ​ສາກົນ​ທີ່​ມີ​ຂະຫນາດ​ໃຫຍ່​ກວ່າ​ຫມູ່​ໃນ​ຂົງ​ເຂ​ດຊັບພະຍາກອນ​ນ້ຳ.  ປີ 1997, ສະພາ​ນ້ຳ​ໂລກ​ໄດ້​ຈັດ​ເວທີ​ປາ​ໄສ​ຊັບພະຍາກອນ​ນ້ຳຂອງ​ໂລກ​ຄັ້ງ​ທຳ​ອິດ​ຢູ່​ນະຄອນມາຣາ​ເຄິສ໌ ​ຂອງ​ລາຊະ​ອານາຈັກ​ມາ​ຣົກ,  ຫຼັງ​ຈາກ​ນັ້ນ, ກໍ່ຈັດ​ຂຶ້ນ​ໃນ​ທຸກໆ​ 3 ປີ​.
 
 
ໃນພິທີ​ໄຂ​ເວທີ​ປຶກສາ​ຫາລື​ເທື່ອ​ນີ້, ທ່ານ​ໂລ​ລິກ ຟາ​ວຈົນ ຜູ້ອຳ​ນວຍ​ການ​ໃຫຍ່​ສະພາ​ນ້ຳ​ໂລກ​ຮຽກຮ້ອງ​ວ່າ, ຜູ້​ຕັດສິນ​ນະ​ໂຍບາຍ​ການ​ເມືອງ​ທັງຫຼາຍ​ຄວນ​ເອົາ​ໃຈ​ໃສ່​ບັນຫາ​ຊັບພະຍາກອນ​ນ້ຳ​ໃນ​ລະດັບ​ສູງ, ​ການແກ້​ໄຂ​ບັນຫາ​ນ້ຳ​ບໍ່​ພຽງ​ແຕ່​ຕ້ອງການ​ຄວາມ​ກ້າວໜ້າ​ດ້ານ​ເຕັກນິກທໍ່​ນັ້ນ, ຄວາມ​ພະຍາຍາມ​ດ້ານ​ການ​ເມືອງ​ກໍ​ຂາດ​ບໍ່​ໄດ້ຄື​ກັນ. ປັດຈຸບັນ, ປະ​ເທດ​ພັດທະນາ​ແລ້ວ​ແລະ​ປະ​ເທ​ດທີ່​ພວມ​ພັດທະນາ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຫຼາຍ​ສົມຄວນ​ໃນ​ດ້ານ​ການ​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ, ​ລະຫວ່າງ​ບາງ​ປະ​ເທດ​ຍັງ​ມີ​ຂໍ້​ຂັດ​ແຍ່ງ​ດ້ານ​ຊັບພະຍາກ​ອນນ້ຳ​ຢ່າງ​ໜັກໜ່ວງ, ສະ​ນັ້ນ, ​ກອງ​ປະ​ຊຸມ​ເທື່ອ​ນີ້​ແມ່ນ​ກາ​ນທົດ​ລອງ​ທີ່ມີ​ຜົນ​ດີ​ຢ່າງ​ແນ່ນອນ​ຕໍ່​ການ​ແກ້​ໄຂ​ບັນຫາ​ເຫຼົ່າ​ນີ້​ຈາກ​ດ້ານ​ການ​ເມື​ອງ.

ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ໄລຍະ​ທ້າຍ​ຂອງ​​ເວທີ​ປຶກສາ​ຫາລື​ເທື່ອ​ນີ້​ແມ່ນ​ສ່ວນ​ປະກອບ​ສຳຄັນ​ອີກ​ຢ່າງ​ໜຶ່ງ​ຂອງ​ເວທີ​ປຶກສາ​ຫາລື​ເທື່ອ​ນີ້. ​ຮອດ​ເວລາ​ນັ້ນ, ​ເຈົ້າ​ໜ້າ​ທີ່​ລະດັບ​ລັດຖະມົນຕີ​ຊົນລະປະທານ​ຫຼື​ສີ່​ງ​ແວດ​ລ້ອມ​ທີ່​ມາກ​ຈາກ 100 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ຈະ​ເຕົ້າ​ໂຮມ​ກັນ, ​ແລກປ່ຽນ​ບົດຮຽນ​ດ້ານ​ການ​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳຂອງ​ຕົນ, ​ແລະ​ດຳ​ເນີນ​ການ​ແລກປ່ຽນ​ແລະ​ການ​ສົນທະນາ​ຢ່າງ​ກວ້າງຂວາງ​ກ່ຽວ​ກັບ​ຊັບພະຍາກອນ​ນ້ຳ.

ນອກ​ນີ້,ບົດ​ລາຍ​ງານ​ການ​ພັດທະນາ​​ຊັບພະຍາກອນ​ນ້ຳຂອງ​ໂລກ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ທີ່​ຈະ​ເຜີຍ​ແຜ່​ໃນ​ທຸກໆ​ສາມ​ປີ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້,​ກໍ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫຼາຍ.​ອີງ​ຕາມ​ຂໍ້​ມູນ​ຕົວ​ເລກ​ຫຼ້າ​ສຸດ​ທີ່​ຈັດ​ທຳ​ໂດຍ​ສະ​ຫະ​ປະ​ຊາ​ຊາດ,​ຖ້າ​ວ່າ​ສະ​ພາບ​ສິ້ນ​ເປືອງ​ນ້ຳ​ໃນ​ປະຈຸ​ບັນນີ້​​ສືບ​ຕໍ່​ໄປ,​ເມື່ອ​ຮອດ​ປີ​2025,​ໃນ​ທົ່ວ​ໂລກ​ຈະ​ມີ​ປະ​ຊາ​ກອນ​2​ສ່ວນ​3​ຕົກ​ຢູ່​ວິ​ກິດ​ການ​ຂາດນ້ຳ. ບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ,ການ​ເຜີຍ​ແຜ່​ບົດ​ລາຍ​ງານ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ນ້ຳ​ຂອງ​ໂລກ​ສະ​ບັບ​ຫຼ້າ​ສຸດ​ຈະ​ມີ​ຜົນ​ດີ​ຕໍ່​ຜູ້​ຕັດ​ສິນ​ນະ​ໂຍ​ບາຍ​ຂອງ​ປະ​ເທດ​ຕ່າງໆ​ທຳ​ການ​ວາງ​ນະ​ໂຍ​ບາຍ​ດ້ານ​ຊັບ​ພະ​ຍາ​ກອນ​ນ້ຳ​ຢ່າງ​ຖືກ​ຕ້ອງ​ໂດຍ​ອີງ​ຕາມ​ການ​ວິ​ໄຈ​ທີ່​ມີ​ຄວາມ​ໜ້າ​ເຊື່ອ​ຖື.​ໃນ​ຖານະທີ່​ເປັນປະ​ເທດ​ພວມ​ພັດທະນາ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ໂລກ,​ລັດ​ຖະ​ບານ​ຈີນ​ເອົາ​ໃຈ​ໃສ່​ທີ່​ສຸດ​ນຳ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້.​ທ່ານ​ເຊິນ​ເລີຍ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຊົນ​ລະ​ປະ​ທານ​ຈີນ​ຈະ​ນຳ​ພາ​ຄະ​ນະ​ຜູ້​ແທນ​ຈີນ​ທີ່​ປະ​ກອບ​ດ້ວຍ​ກະ​ຊວງ​ຊົນ​ລະ​ປະ​ທານ ກະ​ຊວງ​ການ​ຕ່າງ​ປະ​ເທດ ກະ​ຊວງ​ກະ​ສິ​ກຳ​ແລະ​ກົມ​ອຸ​ຕຸ​ນິ​ຍົມ​ຈີນ​ເຂົ້າ​ຮ່ວມ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​ ພ້ອມ​ດ້ວຍ​ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ແລະ​ກອງ​ປະ​ຊຸມ​ຍ່ອຍ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>