ຄວາມ​ເປັນ​ມາ​ຂອງ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ພ້ອມ​ດ້ວຍ​ຫຼັກ​ໝັ້ນ​ແລະ​ຫຼັກ​ການ​ຂອງ​ຈີນ

(GMT+08:00) 2009-03-17 17:27:01 cri
-----------------------------------------------------------------------------------------------------------------
ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້,ຈີນ​ມີ​ອະທິປ​ະ​ໄຕ​ທີ່​ໂຕ້​ຖຽງ​ກັນ​ບໍ່​ໄດ້​ຕະ​ຫຼອດ​ມາ,​ແລະ​ມີ​ຈຸດ​ຢືນ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ດ້ວຍ​ການ​ເຈ​ລະ​ຈາ​ດ້ວຍ​ສັນ​ຕິ​ວິ​ທີ.

1. ຄວາມ​​ເປັນມາ​ຂອງ​ບັນຫາ​ທະ​ເລ​ຈີນ​​ໃຕ້:

ຈີນ​ພົບ​​ເຫັນແລະ​ຕັ້ງຊື່​ໃຫ້​ໝູ່​ເກາະ​ນານ​ຊ່າ​ກ່ອນໝູ່,​ແລະ​ມີ​ສິດ​ອະ​ທິ​ປະ​ໄຕ​ເໜືອ​ໝູ່​ເກາະ​ນານ​ຊ່າ​ກ່ອນ​ໝູ່​ແລະ​ສືບ​ເນື່ອງ​ກັນ​ມາ.​ທັງ​ໝົດ​ເຫຼົ່າ​ນີ້​ມີ​ຫຼັກ​ອ້າງ​ອີງ​ທາງ​ປະ​ຫວັດ​ສາດ​ແລະ​ທາງ​ກົດ​ໝາຍ​ຢ່າງ​ເຕັມ​ທີ່,​ປະ​ຊາ​ຄົມ​ໂລກ​ກໍ່​ຮັບ​ຮູ້​ເປັນ​ເວລາດົນ​ນານມາ​ແລ້ວ.​ໃນ​ໄລ​ຍະ​ສົງ ຄາ​ມ​ໂລກ​ຄັ້ງ​ທີ​ສອງ,​ຍີ່​ປຸ່ນ​ກໍ່​ສົງ​ຄາມ​ຮຸກ​ຮານ​ຈີນ,ຍຶດຄອງ​ເຂດ​ສ່ວນ​ໃຫຍ່​ຂອງ​ຈີນ ​ເຊິ່ງ​ລວມ​ທັງ​ໝູ່​ເກາະ​ນານ​ຊ່າ.​ຖະ​ແຫຼງ​ການ​ເລີ​ແກ ​ຖະ​ແຫຼງ​ການ​ປົດສ໌​ດຳ​ພ້ອມ​ດ້ວຍ​ເອກະ​ສານ ສາ​ກົນ​ອື່ນໆ​ໄດ້​ລະ​ບຸ​ຢ່າງ​ແຈ່ມ​ແຈ້ງ​ວ່າ ​​​ດິນ​ແດນ​ຂອງ​ຈີນ​ທີ່​ຖືກ​ຍີ່​ປຸ່ນ​ຍຶດ​ຄອງ​ນັ້ນ​ສົ່ງ​ຄືນ​ໃຫ້​ຈີນ,ທຳ​ມະ​ດາ​ກໍ່​ລວມ​ທັງ​ໝູ່​ເກາະ​ນານ​ຊ່າ.

ເດືອນ​ທັນວາ​ປີ1946,​​ລັດຖະບານ​ຈີນ​​ໃນ​ຄາວ​ນັ້ນສົ່ງເຈົ້າໜ້າ​ທີ່​ລະ​ດັບ​ສູງ​ໄປ​ຮັບ​ເອົາ​ໝູ່​ເກາະ​ນານ​ຊ່າ,​ຢູ່​ເທິງ​ເກາະ​ໄດ້​ຈັດ​ພິ​ທີ​ມອບ​ຮັບ,​ແລະ​ໄດ້​ຕັ້ງ​ສີ​ລາ​ລືກ,​ສົ່ງ​ທະ​ຫານ​ໄປ​ເຝົ້າ​ຮັກ​ສາ.​ໃນ​ປີ 1952,​ລັດ​ຖະ​ບານ​ຍີ່​ປຸ່ນ​ໄດ້​ກ່າວ​ຢ່າງ​ເປັນ​ທາງ​ການ​ວ່າ "ປະ​ລະ​ສິດ​ ຊື່​ສຽງ​ແລະ​ຄວາມ​ຮຽກ​ຮ້ອງ​ທັງ​ໝົດ​ທີ່​ມີ​ຕໍ່​ໄຕ້​ຫວັນ ໝູ່​ເກາະ​ເພີງ​ຮູ​ພ້ອມ​ດ້ວຍ​ໝູ່​ເກາະ​ນານ​ຊ່າ​ແລະ​ໝູ່​ເກາະ​ຊີ່​ຊ່າ",​ເຊິ່ງ​ໄດ້​ສົ່ງ​ໝູ່​ເກາະ​ນານ​ຊ່າຄືນ​ໃຫ້​ຈີນ​ຢ່າງ​ເປັນ​ທາງ​ການ.

ໃນ​ໄລຍະຍາວ​ສົມຄວນ​ຫຼັງສົງຄາມ,ບໍ່​ມີ​ອັນ​ທີ່ວ່າ​ບັນຫາ​ທະ​ເລ​ຈີນ​ໃຕ້.​ເຂດ​ທີ່​ຢູ່​ອ້ອມ​ທະ​ເລ​ຈີນ​ໃຕ້​ກໍ່​ບໍ່​ມີ​ປະ​ເທດ​ໃດ​ສະ​ເໜີ​ຄວາມ​ເຫັນ​ຂັດ​​ແຍ່ງ​ຕໍ່​ຈີນ​ໃຊ້​ອະ​ທິ​ປະ​ໄຕ​ເໜືອ​ໝູ່​ເກາະ​ນານ​ຊ່າ​​​ພ້ອມ​ດ້ວຍ​ເຂດ​ທະ​ເລ​ທີ່ຢູ່​​ໃກ້.​ກ່ອນ​ປີ​1975,​ຫວຽດ​ນາມ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ວ່າ ຈີນ​ມີ​ອະທິ ປະ​ໄຕ​​​ເໜືອ​ໝູ່​ເກາະ​ນານ​ຊ່າ.​ກ່ອນ​ຊຸມ​ປີ​1970,​ປະ​ເທດ​ຕ່າງໆ ຄື ຟິລິບ​ປິນ​ແລະ​ມະ​ເລ​ເຊຍ​ບໍ່​ເຄີຍ​ມີ​ເອ​ກະ​ສານ​ກົດ​ໝາຍ​ຫຍັງ​ຫຼື​ຄຳ​ປາ​ໄສ​ຂອງ​ຜູ້​ນຳ​ກ່າວ​ເຖິງ​ຂອບ​ເຂດ​ຜືນ​ແຜ່ນ​ດິນ​ຂອງ​ປະ​ເທດ​ຕົນ​ລວມ​ທັງ​ໝູ່​ເກາະ​ນານ​ຊ່າ.​ມະ​ຕິ​​ຂອງ​ປະ​ເທດ​ຕ່າງໆ​ຫຼື​ກອງ​ປະ​ຊຸມ​ສາ​ກົນ​ບໍ່​ໜ້ອຍ​ກໍ່​ຮັບ​ຮູ້​ໝູ່​ນານ​ຊ່າ​ແມ່ນ​ຜືນ​ແຜ່ນ​ດິນ​ຂອງ​ຈີນ.​ຕົວ​ຢ່າງ​ຄື,​ມະ​ຕິ​ເລກ​ທີ​24​ທີ່​ຮັບ​ຮອງ​ໃນ​ກອງ​ປະ​ຊຸມ​ການ​ບິນ​ເຂດ​ປາ​ຊິ​ຟິກ​ຂອງ​ອົງ​ການ​ການ​ບິນ​ພົນລະ​ເຮືອນ​ສາ ກົນ​ທີ່​ຈັດ​ຂຶ້ນ​ຢູ່​ມະ​ນີລາ​ໃນ​ປີ​1955,​ຮຽກ​ຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ຂອງ​ຈີນ​ເພີ່​ມທະວີ​ການ​ກວດ​ກາ​ວັດ​ແທກ​ດ້ານ​ອຸ​ຕຸ​ນິ​ຍົມ​ຕໍ່​ໝູ່​ເກາະ​ນານ​ຊ່າ,​ໃນ​ກອງ​ປະ​ຊຸມ​ບໍ່​ມີ​ຜູ້​ແທນ​​ໃດ​ໜຶ່ງ​ສະ​ເໜີ​ຄວາ​ມ​ເຫັນ​ຂັດ​ກັນ​ຫຼື​ສະ​ຫງວນ​ຄວາມ​ເຫັນ​ຕໍ່​ມະ​ຕິ​ດັ່ງ​ກ່າວ.​ແຜນ​ທີ່​ທີ່​ຫຼາຍ​ປະ​ເທດ​ພິມ​ຈຳ​ໜ່າຍ​ກໍ່​ຂີດ​ເອົາ​ໝູ່ ເກາະ​ນາ​ນຊ່າ​ແມ່ນ​ຜືນ​ແຜ່ນດິນ​ຂອງ​ຈີນ.​ຕົວ​ຢ່າງ​ຄື ປື້​ມ​ແຜນ​ທີ່​ໃໝ່​ຂອງ​ໂລກ​ທີ່​ລັດ​ຖະ​ມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ​ສະ​ເໜີ​ໃຫ້​ພິມ​ຈຳ​ໜ່າຍ​ໃນ​ປິ​1962,​ແຜນ​ທີ່​ໂລກ​ທີ່​ຫວຽດ​ນາມ​ພິມ​ຈຳ​ໜ່າຍ​ໃນ​ປີ1960​ແລະ​ປີ​1972​ເປັນ​ຕົ້ນ.​ນັບ​ແຕ່​ຕົ້ນ​ສະ​ຕະ​ວັດ​ທີ​20​ເປັນ ຕົ້ນ​ມາ,ສາລາ​ນຸກົມ​ທີ່​ມີ​ອິດ​ທິ​ພົນ​ສູງ​ຂອງ​ຫຼາຍ​ປະ​ເທດ​ລ້ວນ​ແຕ່​ຮັບ​ຮອງ​ໝູ່​ເກາະ​ນານ​ຊ່າ​ແມ່ນ​ຜືນ​ແຜ່ນ​ດິນ​ຂອງ​ຈີນ ຄື ສາ​ລາ​ນຸ​ກົມ​ສະ​ຫະ​ພາບ​ໂຊ​ວຽດ​ສະ​ບັບ​ປີ​1973​ແລະ​ປື້ມ​ປະ​ຈຳ​ປີ​ຂອງ​ໂລກ​ຂອງ​ສຳ​ນັກ​ພິມ​ກຽວ​ໂດຂອງ​ຍີ່ປຸ່ນ​ພິມ​ຈຳ​ໜ່າຍ​ໃນ​ປີ​1979.

2. ຫຼັກ​ໝັ້ນ​ພື້ນຖານ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້​ພ້ອມ​ດ້ວຍນະ​ໂຍບາຍ​ແລະ​ຈຸດ​ຢືນ​ເພື່ອ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ຕໍ່​ໝູ່​ເກາະ​ນານ​ຊ່າ​ລັດ​ບານ​ຈີນ​ມີ​ຈຸດ​ຢືນ​ແກ້​ໄຂ​ຂໍ້​ຍັດ​ແຍ່ງ​ສາ​ກົນ​ດ້ວຍ​ການ​ເຈລະຈາ​ໂດຍ​ສັນ​ຕິ​ຕະ​ຫຼອດ​ມາ.​ໂດຍ​ອີງ​ຕາມ​ຈິດ​ໃຈ​ດັ່ງ​ກ່າວ,​ຈີນ​ກັບ​ປະ​ເທດ​ໃກ້​ຄຽງ​ຈຳ​ນວນ​ໜຶ່ງ​ໄດ້​ຜ່ານ​ການ​ເຈ​ລະ​ຈາ​ແລະ​ປຶກ​ສາ​ຫາ​ລື​ສອງ​ຝ່າຍ ​ແກ້​ໄຂ​ບັນ​ຫາ​ຊາຍ​ແດນ​ຢ່າງ​ຍຸດ​ຕິ​ທຳ ສົມ​ເຫດ​ສົມ​ຜົນ​ແລະ​ມີ​ໄມ​ຕີ​ຈິດ. ຈີນ​ກໍ່​ຍິນ​ດີ​ຮ່ວມ​ກັບ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ລະ​ຫວ່າງ​ຊາດ​ແລະ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ທີ່​ມີ​ຢູ່​ໃນ​ປະ​ຈຸ​ບັນ​ທີ່ຊາວ​ໂລກ​ຮັບ​ຮູ້​ກັນ,​ເຈ​ລະ​ຈາ​ໂດຍ​ສັນຕິ​ເພື່ອ​ແກ້​ໄຂຂໍ້​ຂັດ​ແຍ່ງ​ກ່ຽວ​ກັບ​ທະ​ເລ​ຈີນ​ໃຕ້​ຢ່າງ​ເໝາະ​ສົມ.​ລັດ​ຖະ​ບານ​ຈີນ​ຍັງ​ໄດ້​ສະ​ເໜີຈຸດ​ຢືນ​ທີ່​ວ່າ​ໂຈະ​ຄວາມ​ຖົກ​ຖຽງ​ກັນ​ໄວ້​ກ່ອນ​ແລະ​ພ້ອມ​ກັນ​ພັດ​ທະ​ນາ,​ຍິນ​ດີ​ຮ່ວມ​ກັບປະ​ເທດ​ທີ່​ກ່ຽວຂ້ອງ​ໂຈະ​ການ​ຖົກ​ຖຽງ​ກັນໄວ້​ກ່ອນ​ແລະ​ດຳ​ເນີນ​ການ​ຮ່ວມ​ມື​ກັນ​ກ່ອນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ. ​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້,​ຈີນ​ກັບ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ໄດ້​ປຶກ​ສາ​ຫາລື​ກັນ​ແລະ​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ຫຼາຍ​ເທື່ອ, ​ແລະ​ໄດ້​ມີ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ສັນ​ກັນ​ຢ່າງ​ກວ້າງ​ຂວາງ.​ວັນ​ທີ​4​ພະ​ຈິກ​ ປີ​2002, ຈີນ​ ກັບ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ພ້ອມ​ທັງ​ຜູ້​ຕາງ​ໜ້າ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໄດ້​ເຊັນ"​ຖະ​ແຫຼງ​ການ​ການ​ກະ​ທຳ​ຂອງ​ຝ່າຍ​ຕ່າງ​ໆ​ຢູ່​ທະ​ເລ​ຈີນ​ໃຕ້​ຢູ່​ພະ​ນົມ​ເປັນ".​ຖະ​ແຫຼງ​ການ​ຢືນ​ຢັນ​ຈີນ ກັບ​ ອາ​ຊຽນ​ສຸມ​ກຳ​ລັງ​ເພິ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ໄມ​ຕິ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ແລະ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,​ພ້ອມ​ກັນ​ຮັກສາ​ສັນ​ຕິ​ພາບ ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ເຂ​ດທະ​ເລ​ຈີນ​ໃຕ້. ຖະ​ແຫຼງ​ການ​​ເນັ້ນ​ໜັກ​ຜ່ານ​ຈາກ​ການ​ຫາ​ລື​ກັນ​ແລະ ການ​ເຈ​ລະ​ຈາ​ກັນ​ທີ່​ມີ​ໄມ​ຕີຈິດ,​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ກ່ຽວ​ກັບ​ທະ​ເລ​ຈີນ​ໃຕ້​ດ້ວຍ​ສັນ​ຕິ​ວິ​ທີ.​ກ່ອນ​​ຂໍ້​ຂັດ​ແຍ່ງ​ຈະຖືກ​ແກ້​ໄຂ, ຝ່າຍ​ຕ່າງໆ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ຮັກ​ສາ​ຄວາມ​ອົດ​ກັ້ນ,​ບໍ່​​ໃຊ້​ການ​ກະ​ທຳ​ທີ່​ຈະ​ເຮັດ​​ໃຫ້​ຂໍ້​ຂັດ​ແຍ່ງ​ສັບ​ສົນ ຫຼື ​ຮຸນ​ແຮງ​ຂຶ້ນ, ​ແລະ​ຖື​ນ້ຳ​ໃຈ​ຮ່ວມ​ມື ​ແລະ ​ເຂົ້າ​ໃຈ​ກັນ,ສະ​ແຫວງ​ຫາ​ຊ່ອງ​ທາງ​ທີ່​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ເຊິ່ງ​ລວມ​ທັງ​ດຳ​ເນີນ​ແຜນ​ການ​ປົກ​ປັກ​ຮັກ​ສາ​ທະ​ເລ,​ຊອກ​ຫາ​ແລະ ຂໍ​ຊ່ວຍ​ເຫຼືອ ພ້ອມ​ທັງ​ໂຈມ​ຕີ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ​ເປັນ​ຕົ້ນ.ຖະ​ແຫຼງການ​ນີ້​ແມ່ນ​ເອ​ກະ​ສານ​ການ​ເມືອງ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ສະບັບ​ທຳ​ອິດ​ລະ​ຫວ່າງ​ຈີນ​ກັບ​ອາຊ​ຽນ,​ມີ​ຄວາມ​ໝາຍ​ຕັ້ງ​ໜ້າ​ອັນ​ສຳຄັນ​ຕໍ່​ການ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ທ່ຽງ​ຂອງ​ເຂດ​ທະ​ເລ​ຈີນ​ໃຕ້​ແລະ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ.​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ແມ່ນ​ບັນ​ຫາ​ລະ​ຫວ່າງ​ຈີນ​ກັບປະ​ເທດ​ທີ່​ກ່ຽວ​ຂ້ອງ.​ລັດ​ຖະ​ບານ​ຈີນ​ມີ​ຈຸດ​ປະ​ສົງ​ຢາກ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື​ຢ່າງ​ມີ​ໄມ​ຕີ​ຈິດ​ມາ​ໂດຍ​ຕະ​ຫຼອດ.​ອິດ​ທິ​ພົນ​ພາຍ​ນອກ​ໃດໆ​ມາ​ແຊກ​ແຊງ​ມີ​ແຕ່​ຈະ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ສັບ​ສົນ​ຂຶ້ນ​ຕື່ມ​ອີກ.​ຈີນ​ກັບ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ມີ​ຄວາມ​ສາ​ມາດ​ແລະ​ຄວາມ​ໝັ້ນ​ໃຈ​ຢ່າງ​ສົມ​ບູນ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ໃຫ້​ຕົວ​ຢ່າງ​ເໝາະ​ສົມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>