ຄະນະຜູ້ແທນຕິເບດຂອງສະພາຜູ້ແທນປະຊາຊົນແຫ່ງຊາດຈີນໄປຢ້ຽມຢາມອາເມລິກາ
(GMT+08:00) 2009-03-17 19:06:11 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຊິ່ນຮວາ: ຫວ່າງມໍ່ໆນີ້, ຄະນະຜູ້ແທນຕິເບດທີ່ປະກອບດ້ວຍຜູ້ແທນເຜົ່າຕິເບດທີ່ຂອງສະພາຜູ້ແທນປະຊາຊົນແຫ່ງຊາດຈີນທີ່ເກີດຢູ່ເຂດຕິເບດ, ເຕີບໃຫຍ່ຂຶ້ນຢູ່ເຂດຕິເບດໄດ້ໄປຢ້ຽມຢາມອາເມລິກາ. ເຂົາເຈົ້າຈະແນະນຳສະພາບຕົວຈິງຂອງເຂດຕິເບດຕໍ່ວົງການຕ່າງໆຂອງອາເມລິກາດ້ວຍປະສົບການຂອງຕົນ.
ວັນທີ 16 ມີນານີ້, ຄະນະຜູ້ແທນຕ່າງໄດ້ເຈລະຈາກັບເຈົ້າໜ້າທີ່ລະດັບສູງຂອງກະຊວງການຕ່າງປະເທດອາເມລິກາແລະສະມາຄົມອາຊີອາເມລິກາທີ່ເປັນອົງການບໍ່ແມ່ນລັດຖະບານຂອງອາເມລິກາ. ພະຊິນຈາ ເທັນຊິນ ໂຈອິທາ ຮອງປະທານສະພາຜູ້ແທນປະຊາຊົນເຂດປົກຄອງຕົນເອງຕິເບດ ທັງເປັນຫົວໜ້າຄະນະຜູ້ແທນກ່າວວ່າ, ປະຊາຊົນເຂດຕິເບດບໍ່ພຽງແຕ່ມີອິດສະຫຼະທາງກາຍ, ການເຊື່ອຖືສາສະໜາກໍ່ມີການຮັບປະກັນຢ່າງແຂງແຮງຈາກລັດຖະທຳມະນູນແລະກົດໝາຍ. ເຫດການ "14 ມີນາ" ທີ່ເກີດຂຶ້ນໃນປີກາຍນີ້ບໍ່ແມ່ນອັນທີ່ເອີ້ນວ່າ "ການແຫ່ຂະບວນໂດຍສັນຕິ" ທີ່ກຸ່ມດາໄລລະມະເວົ້າ, ພັດແມ່ນການເຄື່ອນໄຫວຕ້ອງໂທດທີ່ຕີຄົນ, ປຸ້ນຈີ້ແລະເຜົາເຮືອນດ້ວຍກຳລັງຮຸນແຮງ, ທຳລາຍສະຖຽນລະພາບຂອງສັງຄົມ. ການລົງໂທດຕໍ່ພວກນີ້ແມ່ນດຳເນີນຕາມກົດໝາຍຢ່າງເຄັ່ງຄັດ.
ເຈົ້າໜ້າທີ່ຊັ້ນສູງຂອງກະຊວງການຕ່າງປະເທດອາເມລິກາໄດ້ກ່າວຢ້ຳເຖິງຫຼັກໝັ້ນຂອງລັດຖະບານອາເມລິກາອີກເທື່ອໜຶ່ງວ່າ, ຮັບຮອງເຂດຕິເບດແມ່ນດິນແດນສ່ວນໜຶ່ງຂອງຈີນ. ຜູ້ຮັບຜິດຊອບສະມາຄົມອາຊີຂອງອາເມລິກາກ່າວວ່າ, ດີໃຈຫຼາຍທີ່ໄດ້ແລກປ່ຽນໜ້າຕໍ່ໜ້າກັບຜູ້ແທນສະພາປະຊາຊົນແຫ່ງຊາດຈີນທີ່ມາຈາກເຂດຕິເບດ, ນີ້ຈະຊ່ອຍໃຫ້ສອງຝ່າຍເພີ່ມທະວີຄວາມເຂົ້າໃຈແລະຄວາມໄວ້ເນື້ອເຊື່ອໃຈກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ