ກອງ​ປະຊຸມ​ອາຊີຄວາມໝັ້ນຄົງ​ທົ່ວ​ໂລກປີ2009ຈັດ​ຂຶ້ນ​ຢູ່​ສິງກະ​​ໂປ

(GMT+08:00) 2009-03-17 19:09:33 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ວັນ​ທີ17 ມີນາ​ນີ້,ກອງ​ປະຊຸມ​ອາຊີ​ຄວາມ​ໝັ້ນ​ຄົງທົ່ວ​ໂລກຫຼືGSA​ປີ2009ທີ່​​ເປັນ​ເວລາ3ມື້ຈັດ​ຂຶ້ນ​ຢູ່ສູນ​ວາງສະ​ແດງ​ສິງກະ​ໂປ.

ທ່ານ​ວົງ​ກັນ​ເຊິ​ງ ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​​ພາຍ​ໃນ​ສິງກະ​ໂປ​ກ່າວ​ໃນ​ພິທີ​ໄຂ​ວ່າ,​ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້,ສະພາບ​ຄວາມ​ໝັ້ນຄົງ​ທົ່ວ​ໂລກ​ປ່ຽນ​ແປງ​ຢ່າງ​ບໍ່​ຢຸດ​ຢັ້ງ,ລັດທິ​ການ​ກໍ່​ການ​ຮ້າຍ​ນັບ​ມື້​ນັບ​ຫັນ​ມັງ,​ໄດ້​ທ້າ​ທາຍ​ຕໍ່​ຄວາມ​ປອດ​ໄພດ້ານ​ຜືນ​ແຜ່ນດິນຂອງ​ບັນດາ​ປະ​ເທດ.ນອກຈາກ​ໃຊ້​ອາວຸດ​ແຜນ​ທຳ​ມະ​ດາ​ແລະ​​ເຄື່ອງ​ລະ​ເບີດ​​ແລ້ວ,ພວກ​ການ​ກໍ່​ການ​ຮ້າຍ​ຍັງ​​ໃຊ້​ອາວຸດ​ຫຼື​ພາຫະນະດ້ານ​ເຄມີ,ຊີ​ວະ​ຊາດ,ມວນ​ສານ​ແຜ່​ລັງສີ​ແລະໝາກແຕກ​ກໍ່​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ.ສະ​ນັ້ນ,ບັນດາ​ປະ​ເທດ​ຕ້ອງ​ຮໍ່າຮຽນ​ເຊິ່ງກັນ​ແລະ​ກັນ​ແລະ​ຖອດ​ຖອນ​ບົດຮຽນ​ເຊິ່ງກັນ​ແລະ​ກັນ,​ເພື່ອ​ເອົາ​ໄຊ​ຊະນະ​ລັດທິ​ການ​ກໍ່​ການ​ຮ້າຍ.ທ່ານ​ກ່າວ​ເນັ້ນ​ວ່າ,​ການໂຈມ​ຕີ​ລັດທິ​ການ​ກໍ່​ການ​ຮ້າຍ​ຕ້ອງການ​ການ​ຮ່ວມ​ມື​ທີ່​ມີ​ຜົນ​ສັກສິດ​ລະຫວ່າງ​ປະ​ເທດ​ກັບປະ​ເທດ,ລະຫວ່າງ​ກອງທັບ​ຄວາມ​ປອດ​ໄພ​ແຜ່ນດິນ​​ແຫ່ງ​ຊາດແລະ​ລະຫວ່າງ​ຂະ​​ແໜງ​ການ​ສ່ວນ​ເອກະ​ຊົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>