ຄະ​ນະ​ຜູ່​ແທນ​ສະ​ພາ​ປະ​ຊາ​ຊົນ​ຂອງ​ເຂດ​ຕິ​ເບດ​ໄປ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ​​ເທື່ອ​ທຳ​ອິດ ​ເພື່ອ​ອະ​ທິ​ບາຍ​ບັນ​ຫາ​ກ່ຽວ​ກັບ​ຕິ​ເບດ

(GMT+08:00) 2009-03-18 16:07:56 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI:  ວັນ​ທີ 17 ມີນາ​ນີ້, ຄະນະ​ຢ້ຽມຢາມ​ທີ່​ປະກອບ​ດ້ວຍຜູ່​ແທນ​ສະພາ​ປະຊາຊົນ​ເຜົ່າ​ຕິ​ເບ​ດ  5 ຄົນ​ທີ່​ມາ​ຈາກ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດ ​ໄດ້​ຈັດ​ງານ​ພົບ​ປະ​ກັບ​ສື່​ມວນ​ຊົນ​ ຢູ່​ສະຖານທູ​ດຈີນ​ປະຈຳ​ອາ​ເມ​ລິ​ກາ, ​​​ເພື່ອແນະນຳສະພາບການ​ປ່ຽນ​ແປງ​ຂອງ​ 50 ປີ ​​ແຫ່ງການ​ປະຕິ​ຮູ​ບ​ປະຊາທິປະ​ໄຕ​ຂອງ​ເຂດ​ຕິ​ເບ​ດ ​ຕໍ່​ນັກ​ຂ່າວ​ຈີນ​ແລະ​ອາ​ເມ​ລິ​ກາ​ດ້ວຍ​ປະສົບ​ການ​ຂອງ​ຕົນ​ເອງ.

ພາລາ​ມະ​ຊິງຊາ ​ແທນ​ຊິນ​ໂຈດຼາກ​ແຫ່ງວັດ​ຊິນ​ຈາຕິ​ເບ​ດ  ຮອງຫົວ ຫນ້າຄະນະ​ກຳມາ​ທິການ​ສະພາ​ຜູ່​ແທນ​ປະຊາຊົນ ​ທີ່ເປັນບຸກຄົນບໍ່​ສັງກັດ​ພັກ​ຝ່າຍ​ໃດ ​ໄດ້​ສະ​ເຫ​ນີ​ສະພາບ​ຂອງ​ສະພາ​ຜູ່​ແທນ​ປະຊາຊົນ​ຕິ​ເບ​ດນັບ​ແຕ່​ສ້າງ​ຕັ້ງ​ຂຶ້ນ​ໃນປີ 1965 ​ເປັນ​ຕົ້ນ​ມາ, ​ແລະ​ກ່າວ​ວ່າ,  ລະບອບ​ສະພາ​ຜູ່​ແທນ​ປະຊາຊົນ​ ໄດ້​ສະ​ແດງ​ໃຫ້​ເຫັນສະພາບ​ຕົວ​ຈິງ​ຂອງ​ປະຊາຊົນ​ທີ່​​ເປັນ​ເຈົ້າຂອງ​ປະ​ເທດ​ຊາດຢ່າງ​​ແທ້​ຈິງ.

ໃນ​ຜູ່​ແທນ​ສະພາ​ປະຊາຊົນ​ທຸກ​ລະດັບ​ຂອງ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດ, ຈຳນວນ​ຜູ່​ແທນ​ເຜົ່າ​ຕິ​ເບ​ດ ມີ​ຫຼາຍ​ກວ່າ70%. ປະທານສະພາຜູ່​ແທນ​ປະຊາຊົນ​ຂອງເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດທຸກ​ຊຸດ​ ລ້ວນ​ແຕ່​ແມ່ນ​ຊາວເຜົ່າ​ຕິ​ເບ​ດ, ໃນ​ປະທານສະພາຜູ່​ແທນ​ປະຊາຊົນລະດັບ​ເມືອງກໍ່ມີຈຳນວນ​​ເຜົ່າ​ຕິ​ເບ​ດ​ຫຼາຍ​ສົມຄວນ.
 

ໃນ​ຖານະ​ເປັນ​ຜູ່​ແທນ​ປະຊາຊົນ​ທົ່ວ​ປະ​ເທດ​ທີ່​ມາ​ຈາກ​ຮາກ​ຖານ, ນາງ​ເກວສາງ ດຼູນກາ ​ເລຂາ​ຄະນະ​ພັກ​ບ້ານ​ຕາ​ມາ​ຕາ​ແສງ​ນາ​​ເກັນ​ເມືອງ​ລາຊາ​ເຂດ​ຕິ​ເບ​ດສົນ​ໃຈ​ນຳ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ສະ​ເຫມີ.ນາງ​ບອກ​ວ່າ:ປີນີ້ ຄົນ 1/3 ​ໃນ​ບ້ານ​ພວກເຮົາ​ໄດ້​ຍ້າຍ​ເຂົ້າ​ເຮືອນ​ໃຫມ່​​ໃນ​ໂຄງການ​ເຮືອນ​ຢູ່ທີ່​ອົງການ​ປົກຄອງ​ສ້າງ​ຂຶ້ນ​ໃຫ້​ຊາວ​ກະສິກອນ​​ຢູ່,​ເຮືອນ​ໃຫມ່​ເຫລົ່ານ​ນີ້​ສອດຄ່ອງ​ກັບ​ເອກະລັກ​ພິ​ເສດ​ຂອງ​ເຮືອນ​ຢູ່​ຊາວ​ເຜົ່າ​ຕິ​ເບ​ດພວກ​ເຮົາ​ຫລາຍ,ມີ​ອຸປະກອນ​ທຸກ​ຢ່າງ​ຄົບ​ຊຸດ, ​ເສັ້ນທາງ ​ໄຟຟ້າ​ແລະ​ນ້ຳ​ປະປາ​ກໍ່​ມີ​ຢ່າງ​ສົມບູນ, ບໍ່​ຕ່າງ​ຫຍັງ​ກັບ​ຕົວ​ເມືອງ​ເລີຍ.ປີ​ກາຍ​ນີ້ ຊາວ​ກະສິກອນ​ໃນ​ບ້ານ​ພວກ​ເຮົາ​ຍັງ​ໄດ້​ເຮັດ​ທຸລະ​ກິດ​ຫລາຍ​ຢ່າງ, ​ເຮັດ​ໃຫ້​ລາຍ​ໄດ້​ສະ​ເລ່ຍຕໍ່​ຫົວ​ຄົນ​ຕໍ່​ປີ​ສູງ​ເຖິງ 6800 ຢວນ.ນາງ​ເກວສາງ​​ດຼູນກາ​ເວົ້າວ່າ, ​ເດືອນ​ມັງກອນ​ທີ່​ຜ່ານ​ມານີ້ ນາງ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ຜູ່​ແທນສະພາ​ປະຊາຊົນ​ເຂດ​ປົກ​ຄອງ​ຕົນ​ເອງ​ຕິ​ເບ​ດເທື່ອ​ທີ 2 ຊຸດ​ທີ 9, ຜູ່​ແທນ 382 ຄົນ​ເປັນ​ເອກະສັນ​ກັນ​ເຫັນ​ດີ​ຈັດ​ເອົາ​ວັນ​ທີ 28 ມີນາ​ຂອງ​ແຕ່ລະ​ປີ​ເປັນ​ວັນ​ລະ​ລຶກການ​ປົດ​ປ່ອຍ​ຂ້າ​ທາດກະສິກອນ​ຕິ​ເບ​ດ​ລ້ານຄົນ​,​ເພື່ອ​ລະ​ລຶກການ​ປະຕິ​ຮູບ​​ແບບປະຊາທິປະ​ໄຕ​ທີ່​ດຳ​ເນີນ​ຢູ່​ຕິ​ເບ​ດ​ເມື່ອ 50 ປີ​ກ່ອນ.


ທ່ານ​ກາມາ​ຣິນ​​ເຊັນ, ຮອງ​ເຈົ້າ​ໜ້າ​ທີ່ຮັບຜິດຊອບ​ເຂດ​ນັກ​ຊູ​ຂອງ​ເຂດ​ຕິ​ເບ​ດ​ແມ່ນລູກ​ຫຼານຂອງ​ທາດ​ກະສິກອນ. ທ່ານ​ເຫັນ​ວ່າ, ການ​ຕັ້ງ​ວັນ​ລະ​ລຶກການ​ປົດ​ປ່ອຍ​ທາດ​ກະສິກອນ​ຕິ​ເບ​ດລ້ານ​ຄົນ"ມີ​ຄວາມ​ໝາຍພິ​ເສດ.

"ວັນ​ລະ​ລຶກການ​ປົດ​ປ່ອຍ​ທາດ​ກະສິກອນ​ຕິ​ເບ​ດລ້ານ​ຄົນ, ເຮັດ​ໃຫ້​ຄົນ​ທັງຫຼາຍ​ຮູ້ຈັກ​ປະຫວັດສາດ​ຂອງ​ເຂດ​ຕິ​ເບ​ດ, ບໍ່​ລືມ​ປະຫວັດສາດ​ຂອງ​ເຂດ​ຕິ​ເບ​ດ. ທາດ​ກະສິກອນ​ໃນ​ເມື່ອກ່ອນ​ໄດ້​ຮັບ​ການ​ປົດ​ປ່ອຍ​ກາຍ​ເປັນ​ເຈົ້າ​ຂອງ​ເຂດ​ຕິ​ເບ​ດ​ໃໝ່​ສັງຄົມ​ນິຍົມ,​ ​ເລື່ອງ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ຫຼາຍ​ຄື​ກັນ​ຕໍ່​ຊີ​ວິການ​ເປັນ​ຢູ່​ຂອງ​ ​ຕົວ​ເອງ​ແລະ​ຄອບ​ຄົວ. ກ່ອນ​ 1959, ຈຳນວນ​ຄົນ​ໄດ້​ຮັບ​ການ​ສຶກສາ​ຂອງ​ເຂດ​ຕິ​ເບ​ດພຽງ​ມີ 5% ຂອງປະຊາກອນ​ທັງ​ໝົດຂອງ​ເຂດ​ຕິ​ເບ​ດ. ຖ້າວ່າຢູ່​ໃຕ້​ລະບອບ​ສັງຄົມ​ເກົ່າ, ຂ້າພະ​ເຈົ້າ​​ໄດ້ຮ່ຳຮຽນ, ​ແລະກາຍ​ເປັນ​ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ແລະ​ຜູ້ນຳ​ຂອງ​ເຂດ​ໃດ​ໜຶ່ງ​ຂອງ​ເຂດ​ຕິ​ເບ​ດ​ນັ້ນແມ່ນ​ບໍ່​ອາດ​ເປັນ​ໄປ​ໄດ້​ແລະ​ບໍ່​ຕ້ອງ​ຄິດ​ເຖິງ​ເລີຍ."​

ໃນ​ຫຼາຍ​ມື້​ມາ​ນີ້ຢູ່​ວໍ​ຊີງ​ຕັນ, ຄະນະ​ຜູ້​ແທນ​ສະພາ​ປະຊາຊົນ​​ຂອງ​ເຂດ​ຕິ​ເບ​ດຍັງ​ໄດ້​ພົບ​ປະ​ກັບ​ບຸກຄົນສຳຄັນ​ຂອງ​ລັດຖະບານ, ລັດຖະສະພາ​ແລະ​ວົງ​ການ​ວິຊາ​ການ​ຂອງ​ອາ​ເມ​ລິ​ກາ. ​ໃນ​ໄລຍະ​ນັ້ນ, ທ່ານ​ໂຈນ ​ໂນຣິສ, ຮອງ​ເລຂາ​ຂອງຜູ້​ຊ່ອຍ​ລັດຖະມົນຕີ​​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ກ່າວ​ຢ້ຳຫຼັກ​ໝັ້ນ​ຂອງ​ລັດຖະບານ​ອາ​ເມ​ລິ​ກາ, ຮັບຮອງ​​ເຂດ​ຕິ​ເບ​ດ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ແຍກ​ອອກ​ບໍ່​ໄດ້​ຂອງ​ຜືນ​ແຜ່ນດິນ​ຈີນ, ​ແລະກ່າວ​ວ່າ​ບໍ່​ສະໜັບສະໜູນ"​​ການ​ແຍກ​ເຂດ​ຕິ​ເບ​ດ​ເປັນ​ເອກະລາດ"ຢ່າງ​ເດັດຂາດ. ບຸກຄົນສຳຄັນ​ຂອງ​ວົງ​ການ​ຕ່າງໆ​ຂອງ​ອາ​ເມ​ລິ​ກາ​ກ່າວ​ວ່າ, ມີ​ການ​ແລກປ່ຽນ​ກັບ​ຜູ້​ແທນ​ສະພາ​ປະຊາຊົນ​ທີ່​ມາ​ຈາກ​ເຂດ​ຕິ​ເບ​ດ​ໂດຍ​ກົງ​ແນວ​ນີ້​ມີ​ຄວາມ​ໝາຍ​ຫຼາຍ, ຈະ​ມີ​ຜົນ​ດີ​ຕໍ່​ວົງ​ການ​ຕ່າງໆ​ຂອງ​ອາ​ເມ​ລິ​ກາມີຄວາມ​ເຂົ້າ​ໃຈຫຼາຍ​ຂຶ້ນ​ຕໍ່​ເຂດ​ຕິ​ເບ​ດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>