ນັກ​ຕິ​ເບດ​ວິ​ທະ​ຍາ​ກ່າວ​ວ່າ, ການ​ປົດ​ປ່ອຍ​ທາດ​ກະ​ສິ​ກອນ​ລ້ານ​ຄົນ​ແມ່ນ​ໄຊ​ຊະ​ນະ​ຍິ່ງ​ໃຫຍ່​ຂອງ​ພາ​ລະ​ກິດ​ສິດ​ທິ​ມະ​ນຸດ​ຂອງ​ເຂດ​ຕິ​ເບດ

(GMT+08:00) 2009-03-18 17:09:38 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ວັນ​ທີ 18 ມີນາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ເທັນ​ຊິນ ​ເຊ​ພາ ນັກ ​ຕິ​ເບດ​ວິ​ທະຍາ​ຂອງ​ຈີນ​ກ່າວ​ວ່າ, ການ​ປົດ​ປ່ອຍ​ທາດ​ກະສິກອນ​ລ້ານ​ຄົນ​ແມ່ນ​ໄຊ​ຊະ​ນະ​ຍິ່ງ​ໃຫຍ່​ຂອງ​ພາລະກິດ​ສິດທິ​ມະນຸດ​ຂອງ​ເຂດ​ຕິ​ເບ​ດ.

ມື້​ດຽວ​ກັນ, ງານ​ສຳ​ມະ​ນາ​ເພື່ອ​ລະ​ລຶກ "​ການ​ປະຕິຮູບ​ປະຊາ​ທິ​ປະ​ໄຕ​ຂອງ​ຕິ​ເບດ​ຄົບຮອບ 50 ປີ" ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ. ​ໃນ​ງານ​ສຳ​ມະ​ນາ, ທ່ານ​ເທັນ​ຊິນ ​ເຊ​ພາ​ກ່າວ​ວ່າ, ນັບ​ແຕ່ທາດ​ກະ​ສິ​ກອນ​ໄດ້ຮັບ​ການ​ປົດ​ປ່ອຍ​ເປັນ​ຕົ້ນ​ມາ, ​ໂສມ​ໜ້າ​ສັງຄົມ​ຂອງ​ເຂດ​ຕິ​ເບ​ດ​ໄດ້​ເກີດ​ການ​ປ່ຽນ​ແປງ​ແບບ​ໜ້າ​ມື​ເປັນ​ຫຼັງມື, ​ໄດ້​ສ້າງ​ລະບົບ​ການ​ສຶກສາ​ທັນ​ສະ​ໄໝຈາກ​ໂຮງ​ຮຽນ​ປະຖົມ​ຮອດ​ມະຫາ​ວິ​ທະ​ຍາ​ໄລ, ​ໄດ້​ສ້າງ​ນັກ​ວິຊາການ​ເຜົ່າ​ຕິ​ເບ​ດຢ່າງ​ຫຼວງຫຼາຍ. ຊີວິດ​ການ​ເປັນ​ຢູ່​ທາງ​ວັດທະນະ​ທຳ​ຂອງ​ປະຊາຊົນ​ເຂດ​ຕິ​ເບ​ດກໍ່​ໄດ້ດີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ, ບົດ​ປະພັນ​ດ້ານສິລະ​ປະ​​ແລະ​ວັນນະ​ຄະດີ​ພື້ນ​ເມືອງ​ຈຳນວນ​ຫຼວງ​ຫຼາຍ​ຂອງ​ເຂດ​ຕິ​ເບ​ດກໍ່​ໄດ້ຮັບ​ການ​ຟື້ນ​ຟູແລະສົ່ງ​ເສີມ.

ທ່ານ​ເທັນ​ຊິນ ​ເຊ​ພາ​ກ່າວ​ວ່າ, ກຳນົດ​ເອົາວັນ​ທີ 28 ມີນາ​ຂອງ​ແຕ່ລະ​ປີ​ເປັນ​ວັນ​ລະ​ລຶກ​ການ​ປົດປ່ອຍ​ທາດ​ກະສິກອນ​ລ້ານ​ຄົນ​ຂອງ​ເຂດ​ຕິ​ເບ​ດ, ນີ້​ເປັນ​ຫຼັກ​ໝາຍ​ທາງ​ປະຫວັດ​ສາດ​ເຂດຕິ​ເບ​ດ, ​ແລະ​ເປັນຂີດໝາຍ​ສະ​ແດງ​ໃຫ້​ເຫັນ​ເຖິງ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່​ຂອງ​ພາລະກິດ​ສິດທິມະນຸດ​ເຂດ​ຕິ​ເບ​ດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>