ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຂ່າວ​ລື​ທີ່​ຝ່າຍ​ຈີນ​ພິຈາລະນາ​ຖອນ​ຊາວ​ຈີນຈາກ​ຟີ​ລິ​ບປິນບໍ່ມີຫຼັກ​ຖານ​ອ້າງ​ອີງ

(GMT+08:00) 2009-03-19 16:33:42 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ວັນ​ທີ18 ມີນາ​ນີ້,ທ່ານ​ຊິງ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຂ່າວ​ລື​ທີ່​ກ່ຽວ​ກັບ​ຝ່າຍ​ຈີນ​ພິຈາລະ​ນາຈະ​ຖອນ​ຊາວ​ຈີນຈາກ​ຟີ​ລິບ​ປິນບໍ່​ມີຫຼັກ​ຖານ​ອ້າງ​ອີງ.

ກ່ອນ​ນີ້​ມີ​ຂ່າວ​ກ່າວ​ວ່າ,ຟີ​ລິບ​ປິນຜ່ານກົດໝາຍ​ເສັ້ນ​ພື້ນຖານ​ນ່ານທະ​ເລ​ທີ່​ກ່ຽວ​ພັນ​ເຖິງ​ເກາະ​ຮວາງຢາ​ນ​ແລະດອນ​ໜີ​ສ່ວນ​ໜຶ່ງ​ຂອງ​ໝູ່​ເກາະນານ​ຊ່າ,ຂະ​ແໜງ​ການ​ກ່ຽວຂ້ອງ​ຈີນ​ເລີ່​ມຄົ້ນ​ຄວາມ​ຖອນ​ຊາວ​ຈີນຈາກ​ຟີ​ລິບ​ປິນ.​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ຂ່າວ​ລື​ນີ້,ທ່ານ​ຊິງ​ກ່າງ​ກ່າວ​ວ່າ,ຂ່າວ​ລື​ດັ່ງກ່າວ​ປັ້ນ​ແຕ່ງ​ຂຶ້ນ,ບໍ່​ມີຫຼັກ​ຖານ​ອ້າງ​ອີງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>