ຜູ້​ອຳ​ນວຍ​ການ​ໂທ​ລະ​ພາບ​ໂອ​ຈາ​ຊີ​ຣາ​ກ່າວ​ວ່າ ​ຖ້າ​ບໍ່​ມີ​ທະ​ຫານ​ອາ​ເມ​ລິ​ກາ ສະ​ຖາ​ນະ​ການ​ອີ​ຣັກ​ຍັງ​ຈະ​ດີກ​ວ່າ

(GMT+08:00) 2009-03-19 17:39:13 cri
-----------------------------------------------------------------------------------------------------------------
ເມື່ອວັນ​ທີ20​ມີນາ​ຂອງ6ປີ​ກ່ອນ,ກອງ​ທະຫານ​ອາ​ເມ​ລິ​ກາ​ໄດ້​ທຳລາຍ​ງຽບ​ສະຫງັດ​ຢູ່ນະ​ຄອນຫຼວງ​ແບັກ​ແດັດທີ່​ເປັນຕົວ​ເມືອງ​ທີ່​ມີ​ຊື່​ສຽງ​ໃນ​ປະຫວັດ​ສາດ,ກໍ່​ໄດ້​ກໍ່​ສົງຄາມ​ທີ່​ເຕັມ​ໄປ​ດ້ວຍຄາວ​ເລື​ອດ​ໃນ6​ປີຜ່ານ​ມາ.ຫວ່າງ​ບໍ່​ດົນ​ນີ້ ນັກ​ຂ່າວcri​ປະຈຳ​ຢູ່​ແບັກ​ແດັດ​ໄດ້​ສຳພາດ​ທ່ານ​ວາດາ ຂານ​ຟາ ອະດີດ​ນັກ​ຂ່າວ​ທີ່​ມີ​ຊື່​ສຽງ​ຂອງ​ໂທລະ​ພາບໂອ​ຈາ​ຊາຣີປະຈຳ​ຢູ່​ອີຣັກ ​ແລະ ​ປະ​ຈຸ​ບັນ​ ດຳລົງ​ຕຳ​ແໜ່ງ​ຜູ້ອຳນວຍ​ການໂທ​ລະພາບ​ໂອ​ຈາ​ຊີຣາ,​ເຊີນ​ທ່ານວິ​ເຄາະ​ການ​ປ່ຽນ​ແປງ​ຂອງ​ສະ​ຖານະ​ການ​ອີຣັກ​ໃນ6​ປີຜ່ານ​ມາ​ແລະ​​ໃນຕໍ່​ໄປພາຍ​ໜ້າ.

ທ່ານ​ວາດາ ຂານ​ຟາ​ໄດ້​ເຮັດ​ວຽກ​ຢູ່​ອີຣັກ​ຫຼາຍປີ,​ທ່ານ​ກ່າວ​ວ່າ,ຂ້າ​ພະ​ເຈົ້າຮັບ​ຮອງ​ວ່າ,​ແມ່ນ​ແທ້​ອີຣັກມີ​ບັນຫາ​ຢູ່​ໃນ​ໄລຍະ​ປົກ​ຄອງ​ຂອງ​ຊັດ​ດາມ,​ແຕ່​ວ່າ ຫຼັງ​ຈາກ​ກອງ​ທະຫານ​ອາ​ເມ​ລິ​ກາ​ໄດ້ໂຄ່ນ​ລົ້ມ​ອຳນາດ​ການ​ປົກຄອງ​ຊັດ​ດາມ​ແລ້ວ,​ເຂົາ​ເຈົ້າສ້າງ​ບັນຫາ​ຫຼາຍ​ກວ່າ​ເກົ່າ​ໃຫ້​ອີຣັກ,ຈົນ​ກວ່າໂທ​ລະ​ພາບ​ໂອ​ຈາ​ຊີຣາກໍ່​ຖືກ​ທຳລາຍ​ແລ້ວ.ກອງ​ທະຫານ​ອາ​ເມ​ລິ​ກາ​ບໍ່ພໍ​ໃຈ​ຕໍ່​ການ​ລາຍ​ງານ​ຂ່າວ​ຢ່າງພາວະ​ວິ​ໄສ​ຂອງພວກ​ຂ້າພະ​ເຈົ້າ,​ໄດ້ຖິ້ມລະ​ເບີດ​ໃສ່ບ່ອນ​ເຮັດ​ວຽກນັກ​ຂ່າວຂອງ​ພວກ​ຂ້າພະ​ເຈົ້າ,​ຍິ່ງກວ່າ​ນັ້ນ,ຍັງ​ໄດ້​ຈັບ​ນັກ​ຂ່າວ​ຂອງ​ພວກ​ຂ້າພະ​ເຈົ້າ​ເຂົ້າ​ໄປ​ໃນຄຸກ.

ທ່ານ​ວາດາ ຂານ​ຟາ​ກ່າວ​ວ່າ,ອາ​ເມ​ລິ​ກາ​ເຈຕະນາ​ຜິປອງ​ນຳ​ເອົາປະ​ຊາທິ​ປະ​ໄຕ​ແລະ​ເສລີ​ພາບມາ​ໃຫ້​ອີຣັກ,​ແຕ່​ວ່າ ອາ​ເມລິ​ກາ​ໄດ້​ເອົາ​ໄພ​ພິບັດ​ໃຫ້​ແກ່​ອີຣັກຢ່າງ​ຈະ​ແຈ້ງ.ປີ​ນີ້,ປະທາ​ນາທິ​ບໍດີ​ໂອ​ບາ​ມາ​ອາ​ເມ​ລິ​ກາ​ໄດ້​ປະກາດ​ແຜນການ​ຈະ​ຖອນ​ທະຫານ​ອາ​ເມ​ລິ​ກາ​ອອກ​ຈາກ​ອີຣັກ​ພາຍ​ໃນ18​ເດືອນ.ຫາງ​ສຽງ​​ເຫັນ​ວ່າ,ນີ້​ຈະ​ເຮັດ​ໃຫ້​ອີຣັກ​ຕົກ​ຢູ່​ໃນ​ສະພາບ​ທີ່​ບໍ່​ມີ​ຄວາມ​ປອດ​ໄພ,​ພາ​ໃຫ້​ເຫດການ​ກໍ່​ການ​ຮ້າຍ​ເກີດ​ຂຶ້ນ​ອີກ.ຕໍ່​ເລື່ອງ​ນີ້,ທ່ານ​ວາດາ ຂານ​ຟ​າມີ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ,ທ່ານ​ເຫັນ​ວ່າ,ສະຖຽນ​ລະ​ພາບ​ອີຣັກ​ຂຶ້ນ​ກັບ​ກອງ​ທະຫານ​ຂອງ​ຕົນ​ເອງ,ຫາກ​ບໍ່​​ແມ່ນ​ກອງ​ທະຫານ​ຕ່າງປະ​ເທດ.ຂ້າພະ​ເຈົ້າ​ເຫັນ​ວ່າ ຖ້າ​ບໍ່​ມີ​ການ​ຊົງ​ຕົວ​ທາງ​ການ​ທະຫານ​ຂອງຕ່າງປະ​ເທດ​ຢູ່​ອີຣັກຈະ​ດີກ​ວ່າ.ກອງ​ທະຫານ​ຕ່າງປະ​ເທດ​ຢູ່​ອີຣັກ​ຈະແມ່ນ​ແຫຼ່ງ​ເກີດ​ຂອງ​ຄວາມ​ຂັດ​ແຍ່ງກັນ.​ອີຣັກ​ຈະມີ​ສະຖຽນ​ລະ​ພາບ​ຫຼື​ບໍ່​ ມັນບໍ່ກ່ຽວ​ກັບການ​ມີ​ກອງ​ທະຫານ​ຕ່າງປະ​ເທດ​ຫຼື​ບໍ່,​ຫາກ​ແມ່ນ​ອີຣັກຈະ​ມີ​ກອງ​ທະຫານ​ທີ່​ແຂງ​ແຮງ​ກອງ​ໜຶ່ງ​ຫຼື​ບໍ່,ກອງ​ທະຫານ​ທີ່​ບໍ່​ມີ​ຄວາມ​ຂັດ​ແຍ່ງ​ກັນ​ດ້ານ​ສາດສະໜາ​ແລະລະ​ຫວ່າງ​ພັກ​ກອງ​ໜຶ່ງ,​ເມື່ອ​ມີ​ກອງ​ທະຫານ​ແບບ​ນີ້​ແລ້ວ,​ອີຣັກ​ຈິ່ງຈະ​ບັນລຸ​ສະຖຽນ​ລະ​ພາບ​ຢ່າງ​ແນ່ນອນ.

ເມື່ອ​ເວົ້າ​ເຖິງ​ອີຣັກ​ໃນ​ອະນາ​ຄົດ,ທ່ານ​ວາດາ ຂານ​ຟາ​ກ່າວ​ເນັ້ນວ່າ,ສົງ​ຄາມ​ຢູ່​ອີຣັກ​ເຮັດ​ໃຫ້​ອິດ​ທິກຳລັງຢູ່​ພາຍ​ນອກຈຳ​ນວນ​ໜຶ່ງ,​ຕົວຢ່າງ​ວ່າ​ອົງການ​ອານ​ໄຄດາ​ແລະ​ອິດ​ທິກຳ​ລັງ​ອື່ນໆ​ໄດ້​ເລັດ​ລອດ​ເຂົ້າ​ໄປ​ຢູ່​ໃນອີຣັກ ​ເຊິ່ງ​ເປັນ​ປະ​ເທດທີ່​ມີ​ວັດທະ​ນະທຳ​ເກົ່າ​ແກ່,​ເຮັດ​ໃຫ້​​ເກີດມີ​ຜົນ​ກະທົບ​ທາງ​ລົບຕໍ່​ອີຣັກ​,ອີຣັກ​ຕ້ອງ​ພະຍາ​ຍາມ​ຟື້ນ​ຟູ​ວັດທະ​ນະທຳ​ແລະ​ປະຫວັດ​ສາດ​ທີ່ມີ​ສະ​ເໜ່​ຂອງ​ຕົນ​ເອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>