ຄະ​ນະ​ຜູ້​ແທນ​ຕິ​ເບດ​ຂອງ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສົນ​ທະ​ນາ​ກັບ​ວົງ​ການ​ວິ​ຊາ​ການ​ວົງ​ການຈີນ​ຕ່າງ​ດ້າວ​ແລະ​ພີ່​ນ້ອງ​ເຜົ່າ​ຕິ​ເບ​ດຢູ່​ນິວ​ຢອກ

(GMT+08:00) 2009-03-19 18:17:01 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສາ​ນຊິ່ນ​ຮວາ: ວັນ​ທີ 18 ມີນາ​ນີ້, ຄະນະ​ຜູ້​ແທນ​ຕິ​ເບ​ດຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້ສົນທະນາ​ກັບວົງ​ການວິຊາ​ການວົງ​ການຈີນ​ຕ່າງ​ດ້າວ​ແລະ​ພີ່ນ້ອງ​ເຜົ່າ​ຕິ​ເບ​ດຢູ່​ນິວຢອກ, ​ແນະນຳ​ການ​ປ່ຽນ​ແປງ​ທີ່​ມີ​ລັກສະນະ​ປະຫວັດ​ສາດ​ໃນ 50 ປີ​ທີ່​ເຂດ​ຕິ​ເບ​ດດຳ​ເນີນ​ການ​ປະຕິຮູບ​ປະຊາທິປະ​ໄຕ​ເປັນ​ຕົ້ນ​ມາ, ຮັບ​ຟັງ​ຄວາມ​ເຫັນ​ແລະ​ຂໍ້​ສະ​ເໜີ​ຂອງ​ພວກ​ທ່ານກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ.

ວົງ​ການວິຊາ​ການວົງ​ການ​ຈີນ​ຕ່າງ​ດ້າວ​ແລະ​ພີ່ນ້ອງ​ເຜົ່າ​ຕິ​ເບ​ດຢູ່​ນິວຢອກທີ່​ໄປຮ່ວມ​ງານ​ສົນທະນາ​ເຫັນ​ວ່າ, ຄະນະ​ຜູ້​ແທນ​​ໄປ​ຢ້ຽມຢາມ​ອາ​ເມ​ລິ​ກາ​ໃນ​ຍາມ​ນີ້​ມີ​ຄວາມ​ຈຳ​ເປັນ​ຫຼາຍ. ສະມາຊິກ​ຄະນະ​ຜູ້​ແທນ​ເກີດ​ຢູ່​ເຂດ​ຕິ​ເບ​ດ, ​ເຕີບ​ໃຫຍ່​ຢູ່​ເຂດ​ຕິ​ເບ​ດ, ແນະນຳ​ສະພາບ​ຕົວ​ຈິງ​ຂອງ​ເຂດ​ຕິ​ເບ​ດດ້ວຍ​ປະສົບ​ການ​ຂອງ​ຕົນ, ​ເຮັດ​ໃຫ້​ຄົນ​ຮູ້ສຶກ​ວ່າ​​ເປັນ​ໜ້າ​ເຊື່ອ. ຫວັງ​​ໃຫ້​ດາ​ໄລ​ລະ​ມະ​ຢຸດ​ການ​ແບ່ງ​ແຍກ​ປະ​ເທດ​ຊາດ​ໂດຍ​ໄວ, ​ເຮັດ​ເລື່ອງ​ທີ່​ມີ​ຜົນດີຕໍ່​ການ​ພັດທະນາ​​ເສດຖະກິດ​ສັງຄົມ​ແລະ​ປະຊາຊົນ​ອັນໄພສານ​ຂອງ​ເຂດ​ຕິ​ເບ​ດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>