ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອົສຕຼາລີ​ມີ​ທ່າ​ແຮງ​ຄ້ຳຊູກັນ​ແລະ​ຂະ​ຫຍາຍ​ໄປ​ໜ້າ​ຢ່າງ​ໜັກ​ແໜ້ນ

(GMT+08:00) 2009-03-20 18:07:25 cri
-----------------------------------------------------------------------------------------------------------------
ນັບ​ແຕ່​ຈີນ​ກັບ​ອົສຕຼາລີສ້າງສາ​ຍພົວພັນ​ທາງ​ການ​ທູດ​ເປັນ​ຕົ້ນ​ມາ,ການ​ພົວພັນ​ລະຫວ່າງ​ສອງປະ​ເທດ​ໄດ້​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງແລະ​ໜັກ​ແໜ້ນ​ຕະຫຼອດ​ມາ.​​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້,ການ​ຮ່ວມ​ມື​ແລະການ​ໄປມາຫາສູ່​ກັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ແໜ້ນ​ແຟ້ນກວ່າ​ເກົ່າ​ແລະ​ແລກປ່ຽນ​ກັນ​ເລື້ອຍໆ.ຄັນ​ຊັ້ນ,ການ​ແລກປ່ຽນ​ດ້ານ​​ເສດຖະກິດ​ການ​ຄ້າລະຫວ່າງ​ຈີນ​ກັບ​ອົສຕຼາລີ​ມີ​ຈຸດ​ພິ​ເສດ​ແນວ​ໃດ​ແດ່?ສອງ​ຝ່າຍ​ຈະ​ຮ່ວມ​ມື​ກັນ​ແນວ​​ໃດ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ?ກ່ຽວ​ກັບ​ບັນຫາ​ເຫຼົ່າ​ນີ້,ຫວ່າງ​ມໍ່ໆ​ນີ້,ນັກ​ຂ່າວ​ CRI ປະຈຳ​ອົສຕຼາລີ​ໄດ້​ສຳພາດ​ທ່ານ​ລີ​ວຈົ້ວຈ່າງ ທີ່​ປຶກສາ​ເສດຖະກິດ​ການ​ຄ້າ​ຊັ້ນ​ລັດ​ຖະ​ທູດ​ຂອງ​ຈີນ​ປະຈຳ​ອົສຕຼາລີ.ທ່ານ​ລີ​ວຈົ້ວຈ່າງ​​ໃຫ້​ສຳພາດ​ວ່າ,ຕາມຂໍ້​ມູນສະຖິຕິຂອງ​ຈີນ,​ໃນ​ເວລາ​ຈີນ​ກັບ​ອົສຕຼາລີ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ເມື່ອ 1972,ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ມີ​ແຕ່ 86 ລ້ານ​ໂດ​ລາ​ເທົ່າ​ນັ້ນ,​ໃນ​ເວລາ 30 ກວ່າ​ປີທີ່ຜ່ານ​ມາ,ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອົສຕຼາລີ​ໄດ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ຫຼວງ​ຫຼາຍ.ນັບ​ມາ​ຮອດ​ປີ 2007,ຈີນ​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ທີ່​​ໃຫຍ່​ກວ່າ​ໝູ່​,​ແຫຼ່ງສິນຄ້າ​ນຳ​ເຂົ້າ​ທີ່​​ໃຫຍ່​ກວ່າ​ໝູ່​ແລະ​ຕະຫຼາດ​ສົ່ງ​ອອກ​ໃຫຍ່​ທີ​ສອງຂອງ​ອົສຕຼາລີ. ປີ 2008,​ເຖິງ​ວ່າ​ໄດ້​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ຈາກ​ວິ​ກິດ​ການ​ການ​ເງິ​ນທົ່ວ​ໂລກກໍ​ຕາມ,​ແຕ່​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ຍັງ​ໄດ້​ມີ​ເຖິງ 59 ຕື້ 700 ລ້ານ​ໂດ​ລາ,ຈີນ​ສືບ​ຕໍ່​ຄອງ​ຖານະ​ຄູ່​ການ​ຄ້າ​​ໃຫຍ່​ກວ່າ​ໝູ່​ຂອງ​ອົສຕຼາລີ.

ທ່ານ​ລີ​ວຈົ້ວຈ່າງ​ກ່າວ​ວ່າ,ການ​ພົວພັນ​ດ້ານ​​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອົສຕຼາລີ​ໄດ້​ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ​ນັ້ນ,ຕົ້ນຕໍ​ແມ່ນ​ຍ້ອນ​ເສດຖະ​ກິດ​ຂອງ​ສອງ​ປະ​ເທດ​ມີ​ລັກສະນະ​ຄ້ຳ​ຊູ​ກັນສູງ.ອົສຕຼາລີ​ມີ​ຊັບພະ​ຍາກອນ​ອັນອຸດົມ​ສົມ​ບູນ,ສ່ວນ​ຈີນ​ມີ​ຕະຫຼາດ​ທີ່​ກວ້າງຂວາງ,ພ້ອມ​ກັນ​ນັ້ນ,ອົສຕຼາລີ​ກໍ່​ຕ້ອງການ​ສິນຄ້າ​ຈີນຫຼາຍ.ທ່ານ​ຍົກ​ຕົວຢ່າງ​ວ່າ,​ແຕ່ລະ​ປີ,ຈີນ​ກໍ່​ນຳ​ເຂົ້າຫີນ​ແຮ່ເຫຼັກ​ເກືອບ 200 ລ້ານ​ໂຕນ​ຈາກ​ອົສຕຼາລີ.​ເມື່ອ​ຈີນ​ຜະລິດອຸ​ປະກອນ​ເຫຼັກ​ກ້າ​​ແລ້ວ,ດ້ານ​ໜຶ່ງ​ແມ່ນ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຕົນ,ອີກ​ດ້ານ​ໜຶ່ງ,ອົສຕຼາລີ​ກໍ່​ໄດ້​ນຳ​ເຂົ້າ​ເຫຼັກ​ກ້າ​ຈາກ​ຈີນ,ບາງ​ປີໄດ້​ຫຼາຍ​ເຖິງ 5 ​ແສນ​ໂຕນ.

ທ່ານ​ລີ​ວຈົ້ວຈ່າງ​ກ່າວ​ວ່າ,ມີ​ທ່າ​ແຮງ​ຄ້ຳ​ຊູ​ກັນ,ພັດທະນາ​ຮ່ວມ​ກັນ,ນີ້​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ວິ​ສາ​ຫະກິດຂອງທັງ​ສອງ​ຝ່າຍ.​ໂດຍ​ສະ​ເພາະ​ແມ່ນ​ໃຕ້​ສະພາບ​​ເບື້ອງ​ຫຼັງ​ທີ່​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ​​ແຜ່​ຂະຫຍາຍ​ໃນ​ປະຈຸ​ບັນ​ນີ້,ຈີນ​ກັບ​ອົສຕຼາລີ​ຄວນ​ສືບຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ,ສ່ວນ​ການ​ຄັດຄ້ານ​ລັດທິ​ປົກ​ປ້ອງ​ການ​ຄ້າ,ຊຸກຍູ້​ການ​ຮ່ວມ​ມື​ພັດທະນາ​ໃນ​ຫຼາຍ​ດ້ານ​ແລະ​ຫຼາຍ​ຂົງ​ເຂດນັ້ນ​ກໍ່​ສຳຄັນ​ຍິ່ງ​ຂຶ້ນ.ທ່ານ​ລີ​ວຈົ້ວຈ່າງ​ກ່າວ​ວ່າ,ຄອງ​ຄອຍ​ການ​ສະ​ແດງ​ຂອງ​ສອງ​ຝ່າຍ​ໃນ​ກອງ​ປະຊຸມສຸດ​ຍອດການ​ເງິນ​ G20 ທີ່​ຈະ​ຈັດ​ຂຶ້ນ​ຢູ່​ລອນ​ດອນຂອງ​ອັງກິດ​ໃນ​ເດືອນ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>