ພະ​ປານ​ຊານ​ອົງ​ທີ 11 ​​ເຜີຍ​ແຜ່​ບົດ​ຄວາມ​ເພື່ອ​ລະ​ລຶກ​ທາດ​ກະ​ສິ​ກອນ​ຕິ​ເບດ​ລ້ານ​ຄົນ​ຮັບ​ການ​ປົດ​ປ່ອຍ​ຄົບ​ຮອບ 50 ປີ

(GMT+08:00) 2009-03-22 17:00:09 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ​ໜັງສືພິມ​ປະຊາຊົນ​ລາຍ​ວັນ​ສະບັບ​ວັນ​ທີ 23 ມີນາ​ນີ້ຈະ​ພິມ​ບົດ​ຄວາມ​ຂອງ​ພະ​ປານ​ຊານ​ເອີ​ເຕີນີ ​ເຊ​ຈີ​ຈີ​ໂບ ອົງ​ທີ 11 ທີ່​ຂຽນ​ເພື່ອ​ລະ​ລຶກທາດ​ກະສິກອນຕິ​ເບ​ດ​ລ້ານ​ຄົນ​​ໄດ້​ຮັບ​ການ​ປົດ​ປ່ອຍ​ຄົບຮອບ 50 ປີ. ບົດ​ຄວາມ​ຂຽນ​ວ່າ, ການ​ປະຕິ​ຮູບ​ປະຊາທິປະ​ໄຕ​ຂອງ​ຕິ​ເບ​ດ​ໄດ້​ເຮັດ​ໃຫ້​ລະບອບ​ສັງຄົມ​ຂອງ​ຕິ​ເບ​ດຂ້າມ​ຍຸກ​ສະ​ໄໝ​ຢ່າງ​ມີ​ລັກສະນະ​ປະຫວັດສາດ. ​ເລື່ອງ​ຈິງ​ພິສູດ​ໃຫ້​ເຫັນ​ວ່າ, ມີ​ແຕ່​ພັກ​ກອມ​ມູນິດ​ຈີນ​ຈຶ່ງ​ສາມາດ​ເຮັດ​ໃຫ້​ທາດ​ກະສິ​ກອນ​ໃນ​ອະດີດ​ໄດ້​ມີ​ກຽດ​ສັກສີ​​ແລະ​ຄວາມ​ເສລີ​ຂອງ​ຄົນ. ພະ​ທຳ​ພຸດທະ​ສາສະໜາສົ່ງ​ເສີມ​ໃຫ້​ໝົດ​ທຸກ​ຄົນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນຳ​ກັນ, ​ແລະ​ຊ່ວຍ​ໝົດ​ທຸກ​ຄົນ​ພົ້ນອອກ​ຈາກ​ຄວາມ​ທຸກ​ຍາກ​ລຳບາກ, ສະນັ້ນ, ການ​ປົດ​ປ່ອຍ​ທາດ​ກະສິກອນ​​ແມ່ນ​ສອດຄ່ອງ​ກັບ​ວັດຖຸ​ປະສົງ​ຂອງ​ພຸດທະ​ສາສະ​ໜາ​ຢ່າງ​ສິ້ນ​ເຊິງ.

ບົດ​ຄວາມ​ຂຽນ​ວ່າ, ​ນັບ​ແຕ່​ເຂດ​ຕິ​ເບ​ດດຳ​ເນີນ​ການ​ປະຕິ​ຮູບ​ປະຊາທິປະ​ໄຕ 50 ປີ​ມາ​ນີ້, ການ​ປົກຄອງ​ໂດຍ​ຕົນ​ເອງ​ແລະ​ພາລະກິດ​ພັດທະນາ​ຕ່າງໆຂອງ​ເຂດ​ຕິ​ເບ​ດລ້ວນ​ແຕ່​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ທີ່​ປະຈັກ​ຕາ​ຊາວ​ໂລກ. ​ວົງ​ການ​ຕ່າງໆ​ຂອງ​ເຂດ​ຕິ​ເບ​ດຕ້ອງ​ຖະນຸຖະໜອມ​ໝາກຜົນ​ທີ່​ໄດ້​ມາ​ຢ່າງ​ບໍ່​ງ່າຍດາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>