ຫຼາຍ​ກວ່າ1​ແສນ​ຄົນ​ຊົມ​ງານ​ວາງສະ​ແດງ​ການ​ປະຕິ​ຮູບ​ປະຊາທິປະ​ໄຕ​ຂອງ​ຕິ​ເບ​ດຄົບຮອບ50​ປີ

(GMT+08:00) 2009-03-23 18:00:05 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສາ​ນຊິນ​ຮວາ,ນັບແຕ່​ງານ​ວາງສະ​ແດງ​ຂະໜາດ​ໃຫຍ່​ທີ່​ມີ​ຫົວ​ຂໍ້​ວ່າ"ການ​ປະຕິ​ຮູບ​ປະຊາທິປະ​ໄຕ​ຂອງ​ຕິ​ເບ​ດຄົບຮອບ50​ປີ"​ເລີ່​ມຈັດ​ຂຶ້ນແຕ່​ວັນ​ທີ24​ກຸມພາ​ແລ້ວ​ນີ້,​ໄດ້​ຕ້ອນຮັບ​ຜູ່​ຊົມ​ຫຼາຍ​ກວ່າ1​ແສນ​ຄົນ​ແລ້ວ.

ງານ​ວາງສະ​ແດງ​ເທື່ອ​ນີ້​ໄດ້​ວາງສະ​ແດງ​ຮູບ​ພາບ​500ກວ່າ​ແຜ່ນ,​ວັດ​ຖຸສິ່ງ​ຂອງ180​ກວ່າ​ອັນ​ແລະ​​ເອກະສານ​ຕ່າງໆ,​ເຊິ່ງ​ໄດ້​ທວນຄືນຄວາມ​ມືດ​ມົນ​ຂອງ​ລະບອບ​ຂ້າ​ທາດ​ກະສິກອນ​ສັກ​ດິນາ​ຕິ​ເບ​ດ​ເກົ່າ​ແລະ​ສະພາບ​ຊີວິດ​ການ​ເປັນ​ຢູ່​ທີ່​ໜ້າ​ສັງ​ເວດ​ຂອງ​ປະຊາຊົນ​ຕິ​ເບ​ດ,​ແລະ​ໄດ້​ສະ​ແດງ​ໃຫ້​ເຫັນ​ຂ້າທາດ​ກະສິກອນ​ນັບເປັນ​ລ້ານ​ຄົນ​ເມື່ອ​ໄດ້​ຮັບ​ການ​ປົດ​ປ່ອຍ​ແລ້ວ​ໄດ້​ມີ​​ເສລີພາບ​ດ້ານ​ຮ່າງກາຍ,ສິດ​ຢູ່ລອດ​ແລະ​ສິດ​ດ້ານ​ການ​ພັດທະນາ,ກາຍ​ເປັນ​ເຈົ້າ​ຂອງ​ຕິ​ເບ​ດ.

ບຸກຄົນ​ທີ່​ກ່ຽວຂ້ອງ​ກ່າວ​ວ່າ,ງານ​ວາງສະ​ແດງ​ຂະໜາດ​ໃຫຍ່​ທີ່​ຈະ​ດຳ​ເນີນ​ເປັນ​ເວລາ50​ວັນ​ເທື່ອ​ນີ້​ຄາດ​ວ່າ​ຈະ​ດຶງ​ດູດ2​ແສນ​ຄົນ​ມາ​ເຂົ້າ​ຊົມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>