WTO​ເຕືອນ​ວ່າ ປີ​ນີ້,​ປະ​ລິ​ມານ​ການ​ຄ້າ​ທົ່ວ​ໂລກ​ຈະ​ຫຼຸດ​ລົງ​ຢ່າງ​ວ່ອງ​ໄວ

(GMT+08:00) 2009-03-24 16:37:43 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:​ໃນ​ເວລາ​ທີ່​ອົງການ​ກອງ​ທຶນ​ເງິນຕາ​ສາກົນ​ຫຼືIMFແລະ​ທະ​ນາ​ຄານ​ໂລກ​ພິ​ຈາ​ລະ​ນາ​ທ່າ​ອ່ຽງ​ຂອງ​ການ​ພັດ​ທະ​ນາ​ທົ່ວ​ໂລກ​ໃນ​ປີ​ນີ້​​ເປັນ"​ເຕີບ​ໂຕ​ອ່ອນ​ແອ"​ ຫຼື​ວ່າ​"ຊຸດ​ໂຊມ​ລົງ"​ນັ້ນ,​ໃນ​ວັນ​ທີ​23​ມີ​ນາ​ນີ້,​ອົງ​ການ​ການ​ຄ້າ​ໂລກ​ຫຼື​WTO ​ແມ່ນ ອົງ​ການ​ສຳ​ຄັນ​ອີກ​ແຫ່ງ​ໜຶ່ງ​ທີ່​ມີ​ຜົນ​ສະ​ທ້ອນ​ຕໍ່​ການ​ຄ້າ​ທົ່ວ​ໂລກ​ນັ້ນ​ໄດ້​ໃຫ້​ຄຳ​ສະ​ຫຼຸບ​ຢ່າງ​ຈະ​ແຈ້ງ​ຕໍ່​ສະ​ພາບ​ການ​ຄ້າ​ທົ່ວ​ໂລກ​ໃນ​ປີ​ນີ້.​ມື້​ດຽວ​ກັນ,​ຢູ່​ສຳ​ນັກ​ງານ​ໃຫຍ່​ທີ່​ເຊີ​ແນວ​ຂອງ​ສະ​ວິສ,​ອົງ​ການ​ການ​ຄ້າ​ໂລກ​ເຜີຍ​ແຜ່​ບົດ​ລາຍ​ງານ​ວ່າ,​ປີ​ນີ້,​ປະ​ລິ​ມານ​ການ​ຄ້າ​ທົ່ວ​ໂລກ​ຈະ​ສິ້ນ​ສຸດ​ຄວາມ​ເຕີບ​ໂຕ​ທີ່​ມີ​ມາ​ຫຼາຍ​ສິບ​ປີ​ແລ້ວ,​ຈະ​ປະ​ກົດ​ມີ​ການ​ຫຼຸດ​ລົງ​ປະ​ມານ​9%​ເປັນ​ຄັ້ງ​ປະ​ຫວັດ​ສາດ,​ແມ່ນ​ການ​ຫຼຸດ​ລົງ​ດ້ານ​ການ​ຄ້າ​ທີ່​ໜັກ​ໜ່ວງ​ທີ່​ສຸດ​ແຕ່​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ​ເປັນ​ຕົ້ນ​ມາ.ບົດ​ລາຍ​ງານ​ຄາດ​ຄະ​ເນ​ສະບັບ​ນີ້​ຂອງ​WTOຂຽນ​ວ່າ,ປີນີ້,ສະພາບ​ການການ​ຄ້າ​ຫຼຸດ​ລົງ​​ໃນ​ອົງ​ກອນ​ເສດ​ຖະ​ກິດ​ທີ່​ພັດ​ທະ​ນາ​ແລ້ວ​ໜັກ​ໜ່ວງ​ກວ່າ​ໝູ່,​ເສັ້ນ​ສະ​ແດງ​ຫຼຸດ​ລົງ​ປະ​ມານ​10%,​​ສ່ວນ​ເສັ້ນ​ສະ​ແດງ​ຫຼຸດ​ລົງ​ໃນ​ອົງ​ການ​ເສດ​ຖະ​ກິດ​ທີ່​ພວມ​ພັດ​ທະ​ນາ​ມີ​ປະ​ມານ​2%​ຫາ​3%.​ນັກ​ເສດ​ຖະ​ສາດ​ຂອງ​ອົງ​ການ​ການ​ຄ້າ​ໂລກ​ແມ່ນ​​ໃຫ້​ຄຳ​ສະ​ຫຼຸບ​ດັ່ງ​ກ່າວ​ໂດຍ​ໄດ້​ວິ​ໄຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ສະ​ພາບ​ການ​ການ​ຄ້າ​ທົ່ວ​ໂລກ​ຂອງ​ປີ​2008​ແລະ​ໄດ້​ປະ​ສານ​ສົມ​ທົບ​ກັບ​ທ່າ​ອ່ຽງ ພັດ​ທະ​ນາ​ຂອງ​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ​ໃນ​ປະຈຸ​ບັນນີ້.

ບົດ​ລາຍ​ງານ​ຂຽນ​ວ່າ, ບໍລິ​ມາດ​ການ​ຄ້າ​​​ທົ່ວ​ໂລກ​ໃນ​ປີ​ກາຍ​ນີ້ ໄດ້​ເພີ່ມ​ຂຶ້ນ 2%, ​ເຊິ່ງຕ່ຳ​ກວ່າ​ຄາດຫມາຍ ທີ່​ອົງການ​ການ​ຄ້າ​ໂລກຄາດ​ຄະ​ເນຄື່4,5%​.  ອາ​ເມ​ລິ​ກາ,ຈີນ,​​ເຢຍລະ​ມັນເປັນ 3 ອັນ​ດັບທຳ​ອິດ​ໃນ​ບໍລິ​ມາດການ​ຄ້າ​ຂາ​ເຂົ້າຂາ​ອອກ. ການຄົ້ນຄວ້າ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເຖິງ​ວ່າອັດຕາ​ເຕີບ​ໂຕ​ 2% ບໍ່​ສູງ​ປານ​ໃດ​ກໍ່ຕາມ, ​ແຕ່ຍັງ​​​ແມ່ນການ​ເຕີບ​ໂຕ​ຈາກການກະ​ຕຸ້ນ​ຂອງ​ການຄ້າ​​ໃນ 6 ​ເດືອນຕົ້ນ​ປີ​ກາຍ​ນີ້.  ​ໃນ 6 ​ເດືອນ​ທ້າຍ​ປີກາຍ​ນີ້,  ການ​ຄ້າ​ຂອງ​ທົ່ວ​ໂລກ​ກໍ່​​ເລີ່ມມີ​ທ່າ​ອ່ຽງທີ່​ຕ່ຳ​ລົງ.  ​ໃນ​ເດືອນ​ກັນຍາ​ປີ​ກາຍ​ນີ້, ອາ​ເມ​ລິ​ກາ​ໄດ້​ເກີດ​ວິ​ກິດ​ການ​ການ​ເງິນ​ແລະ​ແຜ່​ລາມອອກ​​ໄປ​​ທົ່ວ​ໂລກ​ຢ່າງ​ບໍ່​ຢຸດ​ຢັ້ງ. ລາຄາບັດ​ຫຸ້ນ​ສ່ວນ​ແລະ​ລາຄາ​ອະສັງ​ຫະລິ​ມະ​ຊັບ​ ໄດ້​ຫຼຸດ​ຫນ້ອຍ​ລົງຢ່າງ​ວ່ອງ​ໄວ, ຊັບ​ສິນກ້ອນ​ໃຫຍ່​ໄດ້​​ສູນຫາຍ​ໄປ,  ​​ເງິນທຶນ​ທີ່​ເຄັ່ງ​ຕຶງ​​ແລະ​ຈໍລະຈອນ​ບໍ່ພຽງພໍ​ນັ້ນ ໄດ້​ເຮັດ​ໃຫ້​ຄວາມ​ຕ້ອງການ ​ຫຼຸດ​ຫນ້ອຍ​ລົງ, ຜົນ​ຮ້າຍ​ຢ້ອນ​ຫຼັງ​ໂດຍ​ກົງ​ກໍ່​ແມ່ນ​ການ​ນຳ​ເຂົ້າ​ຫຼຸດ​ຕ່ຳລົງ.   ບົດ​ລາຍ​ງານ​ຍັງຂຽນ​ວ່າ, ນັບ​ແຕ່​ໄຕ​ມາດ​ທີ 4 ຂອງ​ປີ​ກາຍ​ນີ້​ເປັນຕົ້ນ​ມາ,ການ​ນຳ​ເຂົ້າຂອງ​ອົງ​ກອນ​ເສດຖະກິດ​ສຳ​ຄັນ​ຕ່າງໆ​ ກໍ່​ໄດ້​ຫຼຸດ​ຫນ້ອຍ​ລົງຢ່າງ​ເດັ່ນ​ຊັດ,  6 ປ​ະ​ເທດ​ຄູ່​ການ​ຄ້າ​ໃຫຍ່​ທີ່​ກວມ​ຍອດ​ບໍລິ​ມາດການ​ສົ່ງ​ອອກ​ຂອງ​ຈີນ 70%  ລ້ວນ​ແຕ່​ຕົກ​ຢູ່​ໃນ​ສະພາບ​ເສດຖະກິດ​ທີ່​ຊຸດ​ໂຊມ​ລົງ, ​ແລ້ວ​ພາ​ໃຫ້ການ​ສົ່ງ​ອອກ​ຂອງ​ຈີນ​ຫຼຸດ​ຫນ້ອຍ​ລົງ​ຢ່າງ​ຫຼວງ​ຫຼາຍ​ໂດຍ​ກົງ.

 ບົດ​ລາຍ​ງານ​ຂຽນ​ວ່າ, ຫຼັງ​ຈາກ​​ເກີດວິ​ກິດ​ການ​ການ​ເງິນ​ແລ້ວ, ອົງກອນ​ເສດຖະກິດ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ວາງ​ແຜນການ​ກະ​ຕຸ້ນ​ເສ​ດຖະກິດ​ຕ່າງໆ, ມາດ​ຕະການ​ເຫຼົ່ານີ້ຈະ​ບັນລຸ​ຜົນ​ຕາມຄາດຫມາຍ​ຫຼື​ບໍ່, ຍັງ​ຕ້ອງ​ການ​ເວລາ​​ເປັນ​ເຄື່ອງ​ພິສູດ. ​ ແຕ່​ວ່າ, ​ເມື່ອສັງ​ເກດ​ຈາກ​ຜົນ​ກະທົບ​ຂອງ​ວິ​ກິດ​ການ​ການ​ເງິນ​ທີ່​ມີ​ຕໍ່​ອົງ​ກອນ​ເສ​ດຖະກິດ ​ພ້ອມ​ທັງປະສິດທິ​ພາບ​ທີ່ຕ່ຳ​ຂອງ​ມາດ​ຕະການ​ກອບ​ກູ້​ຕະຫຼາດ​​ແລະ​ອື່ນໆ​ ແລ້ວ​ເຫັນ​ວ່າ, ການ​ຄ້າ​ທົ່າ​ໂລກ​ໃນ​ປີນີ້ຈະ​ເຮັດ​ໃຫ້​​ເສດຖະກິດ​ໂລກຟື້ນ​ຕົວ​ຄືນຍາກຢ່າງ​​ແນ່ນອນ
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>