ລັດຖະບານ​ອາ​ເມ​ລິ​ກາ​ປະ​ກາດ​ແຜນ​ການ​ປະ​ຕິ​ຮູບ​ລະ​ບົບ​​ການ​ເງິນ​ຢ່າງ​ຮອບ​ດ້ານ

(GMT+08:00) 2009-03-27 16:59:42 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ26​ມີນາ​ນີ້,ລັດຖະບານ​ອາ​ເມ​ລິ​ກາ​ໄດ້​ປະ​ກາດ​ແຜນ​ການ​ປະ​ຕິ​ຮູບ​ລະ​ບົບ​ການ​ເງິນ​ຢ່າງ​ຮອບ​ດ້ານ,​ເພື່ອ​ເພີ່ມ​ອຳ​ນາດ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ຂອງ​ລັດ​ຖະ​ບານ​ທີ່​ມີ​ຕໍ່​ຄວາມ​ສ່ຽງ​ໃນ​ຕະ​ຫຼາດ​ການ​ເງິນ,​ແລະ​ປ້ອງ​ກັນ​ບໍ່​ໃຫ້​ວິ​ກິດ​ການ​ໃນ​ລະ​ບົບ​ການ​ເງິນ​ເກີດ​ຂຶ້ນ​ອີກ.

ແຜນການ​ສະບັບ​ນີ້​ຈະ​ເພີ່​ມ​​ອຳນາດ​ຕິດຕາມ​ຄຸ້ມ​ຄອງ​ຂອງ​ລັດຖະບານ​ທີ່ມີ​ຕໍ່​ລະ​ບົບ​ການ​ເງິນ​​ຢ່າງ​ກວ້າງ​ຂວາງ,​ຮຽກ​ຮ້ອງ​ລັດ​ຖະ​ບານ​ດຳ​​ເນີນ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ຢ່າງ​ເຂັ້ມ​ງວດ​ກວ່າ​ເກົ່າ​ຕໍ່​ສະ​ຖາ​ບັນ​ການ​ເງິນ​ໃຫຍ່​ທີ່​​ເມື່ອ​ລົ້ມ​ລະ​ລາຍ​ຍາມ​ໃດ​ກໍ່​ເປັນ​​ໄພ​ຂົ່ມ​ຂູ່​ຕໍ່​ທົ່ວ​ລະ​ບົບ​ການ​ເງິນ​ໂລດ,​ແລະ​ເຮັດ​ໃຫ້​ການ​ຕິດ​ຕາມ​ຄຸ້ມ​ຄອງ​ຂອງ​ອາ​ເມ​ລິ​ກາ​ຂະ​ຫຍາຍ​ໄປ​ຮອດ​ການ​ຄ້າ ຂາຍ​ໃນ​ດ້ານ​ຜະ​ລິດ​ຕະ​ພັນ​ສຳ​ຮອງ​ຂອງ​ການ​ເງິນ​ແລະ​ສິນ​ເຊື່ອ​ປ່ອຍ​ກູ້​ແກ່​ລູກ​ໜີ້​ທີ່​ຄຸນ​ນະ ພາບ​ຕ່ຳ (ຄືCredit Deault Swap) ຫຼື​CDS​ເປັນ​ຕົ້ນ.

ຕາມ​ແຜນການ​ສະບັບ​ນີ້, ກອງ​ທຶນ​ຫຼຸດ​ຄວາມ​ສ່ຽງ​ທີ່​​ກາຍ​ຂະ​ໜາດ​ກຳ​ນົດ, ​ແລະ​ກອງ​ທຶນ​ເອກະ​ຊົນ​ອື່ນໆ​ລວມ​ທັງ​ກອງ​ທຶນ​ລົງ​ທຶນ​​ສິດ​ຖື​ຫຸ້ນ​ເອ​ກະ​ຊົນ​ແລະ​ກອງ​ທຶນ​ລົງ​ທຶນ​ຄວາມ​ສ່ຽງ​ລ້ວນ​ແຕ່​ຕ້ອງ​ຂຶ້ນ​ທະ​ບຽນ​ນຳ​ຄະ​ນະ​ກຳ​ມະ​ການ​ຊື້​ຂາຍ​ຫຼັກ​ຊັບອາ​ເມ​ລິ​ກາ.​ພ້ອມ​ກັນ​ນັ້ນ,​ລັດ​ຖະ​ບານ​ສະ​ເໜີ​​ໃຫ້​ສ້າງ​ພາກ​ສ່ວນ​ຕິດ​ຕາມ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ທີ່​ມີ​ລັກ​ສະ​ນະ​ເປັນ​ລະ​ບົບ, ​ເພື່ອ​ຕິດ​ຕາມ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ຕໍ່​ສະ​ຖາ​ບັນການ​ເງິນ​ຂະ​ໜາດ​ໃຫຍ່.

ນອກ​ນີ້, ລັດຖະບານ​ອາ​ເມ​ລິ​ກາ​ຮຽກຮ້ອງ​ໃຫ້​ລັດຖະສະພາ​ມອບ​ສິດ​ຫຼາຍ​ກວ່າ​ເກົ່າ, ​ເພື່ອ​ໃຫ້​ລັດ​ຖະ​ບານ​ມີ​ສິດ​​ຄຸ້ມ​ຄອງ​ສະ​ຖາ​ບັນການ​ເງິນ​​ໃຫຍ່ທີ່​ບໍ່​ເປັນ​ທະ​ນາ​ຄານ​ທີ່​ອາດ​ຈະ​ຂົ່ມ​ຂູ່​ຕໍ່​​ເສດຖະກິດ​ແຫ່ງ​ຊາດໃນ​ເວ​ລາ​ທີ່​ລົ້ມ​ລະ​ລາຍ. ​ແຕ່​ຕາມ​ການ​ມອບ​ສິດ​ໃນ​ປັດ​ຈຸ​ບັນ,​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ພຽງ​​ແຕ່​ສາ​ມາດ​​ຄຸ້ມ​ຄອງ​ທະ​ນາ​ຄານ​ທໍ່​ນັ້ນ. ​ໂດຍ​ຜ່ານ​ແຜນ​ການ​ດັ່ງ​ກ່າວ,​ ລັດ​ຖະ​ບານ​ອາ​ເມ​ລິ​ກາ​ຈະ​ສາ​ມາດ​ຕິດ​ຕາມ​ກວດ​ກາ​ຕໍ່​ການ​ໝູນ​ເດີນ​ພາຍ​ໃນ​ຂອງ​ບໍ​ລິ​ສັດ​ທີ່​ບໍ່​​ໄດ້​ຮັບ​ການ​ຄຸ້ມ​ຄອງ​ຈາກ​ລັດ​ໃນ​ປັດຈຸບັນ.

​ແຕ່​ວ່າ​ໃນ​ວັນ​ທີ 26 ມີນາ​ນີ້, ທ່ານ​ທິ​ໂມ​ທີ ​ເກດ​ເນີ, ລັດ​ຖະ​ມົນ​ຕີ​ວ່າການ​ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ​ບໍ່​ໄດ້​ບັນ​ລະ​ຍາຍ​ລະ​ອຽດ​ກ່ຽວ​ກັບ​ວ່າ​ຈະ​ດຳ​ເນີນ​ວຽກ​ງານ​ດັ່ງກ່າວ​​ແນວ​ໃດ, ທ່ານ​ກ່າວ​ວ່າ​ຈະ​ເປີດ​ເຜີຍ​ຂໍ້​ລະ​ອຽດ​ປີກ​ຍ່ອຍ​ຈຳ​ນວນ​ໜຶ່ງ​ຂອງ​ແຜນ​ການ​ດັ່ງ​ກາວ​ໃນ​ຫຼາຍ​ອາ​ທິດ​ຕໍ່​ໜ້າ. ​ແຕ່​ສິ່ງ​ທີ່​ອາດ​​ແນ່ນອນ​ນັ້ນ​​ແມ່ນ: ທ່ານ​ເກດ​ເນີ​ຢາກ​ໃຫ້​ຂົງ​ເຂດ​ການ​ເງິນ​ສາ​ມາດ​ສ້າງ​ແບບ​​ແຜນ​ແລະ​ລະບຽບ​ການ​ທີ່​ດີ​ໃໝ່, ​ກໍ​ຄື​ຮຽບ​ຕົວແບບ​ການ​ເງິນ​ທີ່​ລະ​ມັດ​ລະ​ວັງ​ແລະ​ໝັ້ນ​ທ່ຽງ​ມາ​​ໃຊ້າ​ແທນ​ຮູບ​ແບບ​ທີ່​ສະ​ແຫວ​ງຫາ​​ແຕ່ຊັບ​ສິນ​ແລະ​ການ​ລົງ​ທຶນ​ທີ່​ມີ​ຄວາມ​ສ່ຽງ.

ໃນມື້ຫນຶ່ງກ່ອນຫນ້າ​ນີ້, ​ໃນ​ເວລາທ່ານເກັດ​ເນີ ກ່າວຄຳ​ປາ​ໄສ​ຢູ່ສະ​ມາ​ຄົມ​ການ​ພົວ​ພັນ​ກັບ​ຕ່າງປະ​ເທດ​ຂອງ​ອາ​ເມ​ລິ​ກາ, ທ່ານ​​ເຄີຍ​ຊີ້​ອອກ​ວ່າ, ບົດຮຽນ​ທາງ​ລົບ​ອັນ​ຫນຶ່ງ​ທີ່​ໄດ້​ຮັບ​ຈາກ​ວິ​ກິດ​ການ​ການ​ເງິນ​ໃນ​ປະ​ຈຸ​ບັນ​ແມ່ນ ​ຂະ​ແຫນງ​ການ​ການ​ເງິນ​ທີ່​ນອກຈາກ​ທະນາຄານ​ໄດ້ສ້າງ​ໄພ​ຂົ່ມ​ຂູ່​ຕໍ່​ລະ​ບົບ​ການ​ເງິນ​ເຊັ່ນ​ດຽວ​ກັນ,​ແຜນ​ການ​ໃຫມ່​ຈະໃຫ້​ລັດ​ຖະບານ​ມີ​ສິດ​ນຳ​ໃຊ້​ເຄື່ອງ​ມື​ຢ່າງ​​ເຕັມ​ທີ່, ​​ ​ເພື່ອ​ຕິດຕາມ​ຄຸ້ມ​ຄອງ​ວິ​ສາ​ຫະ​ກິດ​ດ້ານ​ການ​ເງິນ, ​ແລະ​ຫຼີກ​ເວັ້ນ​ບໍ່​ໃຫ້​ມີ​ການ​​ກະ​ທຳ​ຂອງ​ວິ​ສາ​ຫະ​ກິດ​ການ​ເງິນທີ່​ມີ​ຄວາມ​ສ່ຽງ​ທີ່​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ລະ​ບົບ​ການ​ເງິນ​ທັງ​ຫມົດ.​ທ່ານ​ກ່າວ​ເນັ້ນ​ວ່າ,​ຫຼັງ​ຈາກ​ວິ​ກິດ​ການ​ການ​ເງິນ​ເທື່ອ​ນີ້​ ສິ້ນ​ສຸດ​ລົງ​ແລ້ວ,​ວິ​ສາ​ຫະ​ກິດ​ການ​ເງິນ​ຂະ​ຫນາດ​ໃຫຍ່​ທັງ​ຫມົດ​ຕ້ອງ​ໂຄລົບ​ຂໍ້​ກຳ​ນົດ​ທີ່​ສົມ​ຄູ່​ກັນ,​ເພື່ອ​ຮັບ​ປະ​ກັນ​ໃຫ້​ວິ​ສາ​ຫະ​ກິດ​ເຫຼົ່າ​ນີ້ຈະ​ບໍ່​ສ້າງ​ໄພຂົ່ມ​ຂູ່​ຕໍ່​ລະ​ບົບ​ການ​ເງິນ​ທັງ​ຫມົດ.​ທ່ານ​ເກັດ​ເນີ​ ກ່າວ​ຢ້ຳ​ວ່າ,​ລັດ​ຖະ​ບານ​ຈະ​​ນຳ​ໃຊ້​​ເຄື່ອງ​ມື​ຕ່າງໆ​ເຮັດ​ໃຫ້​ລະ​ບົບ​ການ​ເງິນ​ມີ​ຄວາມ​ຫມັ້ນ​ທ່ຽງ, ​ເພື່ອ​ຟື້ນ​ຟູ​ຄວາມ​ມີ​ຊີ​ວິດ​ຊີວາ​ຂອງ​ເສດ​ຖະ​ກິດ​ອາ​ເມ​ລິ​ກາ.ແຜນ​ການ​ປະ​ຕິ​ຮູບ​ລະ​ບົບ​ການ​ເງິນ​ຂອງ​ລັດ​ຖະ​ບານ​ອາ​ເມ​ລິ​ກາສະ​ບັບ​ນີ້​ ຍັງ​ຈະ​ໃຫ້​ລັດ​ຖະ​ສະ​ພາ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ແລະ​ຮັບ​ຮອງ. ​ ມື້​ດຽວ​ກັນ, ທ່ານ​ບາ​ຣນີ ຟຼັນ​ເຄິ ປະ​ທານ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ການ​ການ​ເງິນ​ຂອງ​ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ​ກ່າວ​ວ່າ, ມັນ​​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ,​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ຕ້ອງ​ການ​ມີ​ທາງ​ເລືອກ​ທີ່​ດີກ​ວ່າ​ເກົ່າ, ​ເພື່ອ ​ຫຼີກ​ເວັ້ນ​ບໍ່​ໃຫ້​ມີ​ປະ​ກົດ​​ການ​ທີ່​​ຄ້າຍ​ຄື​ກັບ​ບໍ​ລິ​ສັດ​ເລ​ແມນ ບຣາ​ເຕີ ທີ່​ລົ້ມ​ລະ​ລາຍ​ກ່ອນ​ຫນ້າ​ນີ້,​ພ້ອມ​ທັງ​ກໍ່​ຈະ​ບໍ່​ຈຳ​ເປັນ​ຕ້ອງ​ນຳ​ໃຊ້​ເງິນ​ຂອງ​ຜູ່​ເສຍ​ອາ​ກອນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເພື່ອ​ກອບ​ກູ້​ບໍ​ລິ​ສັດ​ຈຳ​ນວນ​ຫນຶ່ງ​ທີ່​ຄ້າຍ​ຄື​ກັນ​ກຸ່ມ​ບໍ​ລິ​ສັດ​ສາ​ກົນ​ອາ​ເມ​ລິ​ກາ​​ແບບ​ນີ້​ທີ່​ລົ້ມ​ລະ​ລາຍ​ບໍ່​ໄດ້.​ແຕ່​ວ່າ, ​ຫາງ​ສຽງ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ,​ແຜນ​ການ​ປະ​ຕິ​ຮູບ​ດັ່ງ​ກ່າວ​ຍ່ອມ​ຈະ​​ໄດ້​ຮັບ​ການ​ຕຳ​ນິ​ວິ​ຈານ​ແລະ​ສົງ​​ໄສ​ຈາກ​ຝ່າຍ​ຕ່າງໆ​ຢ່າງ​ແນ່​ນອນ,​ແລະ​ຄາດ​ວ່າ,​ບຸກ​ຄົນ​ວົງ​ການ​ການ​ຄ້າ​ຈະ​ຕິ​ຕຽນ​ແຜນ​ການ​ດັ່ງ​ກ່າວ​ທີ່​ເຂົ້າ​ແຊກ​ແຊງ​ເກີນ​ໄປ, ​ແຕ່​ນັກ​ວິ​ຊາ​ການ​ດ້ານ​ນະ​ໂຍ​ບາຍ​ເຫັນ​ວ່າ​ເນື້ອ​ໃນ​ຂອງ​ແຜນ​ການ​ດັ່ງ​ກ່າວ​ຍັງ​ບໍ່​ຈະ​ແຈ້ງ​ປານ​ໃດ ແລະ​ປະ​ຕິ​ບັດ​ຍາກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>