ນັກ​ວິ​ຊາ​ການ​ເຢຍ​ລະ​ມັນ​ຕີ​ລາຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ຄວາມ​ໝາຍ​ປະ​ຫວັດ​ສາດ​ຂອງ​ການ​ປົດ​ປ່ອຍ​ທາດ​ກະ​ສິ​ກອນ​ລ້ານ​ຄົນ​ຢູ່​ຕິ​ເບດ

(GMT+08:00) 2009-03-28 17:55:50 cri
-----------------------------------------------------------------------------------------------------------------
ຕາມ​ຂ່າ​ວສານ​ຊີ​ນຮວາ:ວັນ​ທີ27ມີນາ​ນີ້,ໜັງ​ສືພິມ​ຈັງ​ເວນຂອງ​ເຢຍລະ​ມັນ​ໄດ້​ພິມ​ບົດຄວາມ​ທີ່​ມີ​ຫົວ​ເລື່ອງ​ວ່າການ​ສິ້ນ​ສຸດ​ຂອງ​ລະບອບ​ຂ້າ​ທາດ,ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່ຄວາມ​ໝາຍ​ປະ​ຫວັດ​ສາດ​ຂອງ​ການປົດ​ປ່ອຍ​ທາດ​ກະສິກອນ​ລ້ານ​ຄົນ​ຢູ່​ຕິ​ເບ​ດ.

ທ່ານ​ຮານ​ສ ​ເຮັນ​ສ໌ ​ໂຮສ໌ ນັກ​ຈີນ​ສຶກສາ​ຂອງ​ເຢຍລະ​ມັນສາດ​ສະດາຈານ​ວິຊາ​ປັດ​ຊະ​ຍາ​ຂອງມະ​ຫາວິ​ທະຍາ​ໄລມາ​ເບີກ ໄດ້​ຂຽນ​ໃນບົດ​ຄວາມວ່າ,​ອັນ​ທີ່ຄຳ​ວ່າລັດ​ຖະບານ​ພັດ​ຖິ່ນ​ຕິ​ເບ​ດ​ແມ່ນ​ອົງການ​ຕົວແທນ​ຂອງອະດີດ​ຜູ້​ກົດ​ຂີ່​ຂູດ​ຮີດ.​ເສລີພາບ​ທີ່ດາ​ໄລລາ​ມະ​ເວົ້າ​ເຖິງ​ນັ້ນແມ່ນ​ເສລີ​ພາບ​ທີ່​ຄົນ​ສ່ວນໜ້ອຍ​ຂູດ​ຮີດມວນ​ຊົນ.ລະບົບ​ການ​ປົກຄອງ​ດ້ວຍ​ອຳນາດ​ເທບພະ​ເຈົ້າຂອງລາ​ມະ​ບໍ່​ແມ່ນ​ວັດທະ​ນະທຳ​ສາດສະ​ໜາ,ຫາກ​ແມ່ນ​ລະບອບ​ຂູດ​ຮີດ​ແລະ​ປົກຄອງທີ່​ດຶກ​ດຳ​ບັນ​ທີ່ສະ​ໜັບສະ​ໜູນ​ໂດຍ​ຮູບ​ຖານ​ຈິດ​ສຳນັກ.

ບົດ​ຄວາມຂຽນ​ວ່າ,ປະ​ຊາຊົນ​ມີ​ເຫດຜົນ​ທີ່ເຕັມ​ສ່ວນ​ມາສະ​ເຫຼີມສະ​ຫຼອງ​ການ​ຍຸກ​ເລີກ​ລະບອບ​ທາດ​ກະສິ​ກອນ,ນີ້​ແມ່ນ​ໄຊຊະ​ນະ​ຂອງ​ສິດ​ທິມະນຸດ,​ແມ່ນ​ການ​ບັນລຸ​ຜົນ​ເປັນ​ຈິງ​ຂອງ​ກົດ​ບັດ​ສະ​ຫະ​ປະຊາ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>