ປະຊາຊົນຂອງ​ບ້ານທຳ​ອິດທີ່​ດຳ​ເນີນ​ການ​ປະຕິ​ຮູບ​ປະຊາທິປະ​ໄຕຢູ່​ຕິ​ເບດຮຽກຮ້ອງ​ໃຫ້ທາດກະສິກອນທີ່​​ໄດ້​ເປັນ​ເຈົ້າ​ຕົນ​ເອງກຳຈັດສິ່ງ​ລົບ​ກວນ​ແລະຖະໜອມຊີວິດ​ການ​ເປັນ​ຢູ່

(GMT+08:00) 2009-03-28 18:50:35 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ:ຫວ່າງ​ມໍ່ໆ​ນີ້,ປະຊາຊົນບ້ານ​​ເຄີ້ຊົ່ງຕາ​​ແສງ​ຊ່າງ​ຈູ​ເຂດ​ຊ່ານ​ນານ ບ້ານ​ທຳ​ອິດ​ທີ່​ດຳ​ເນີນ​ການ​ປະຕິ​ຮູບ​ປະຊາ​ທິປະ​ໄຕ​ຢູ່​ຕິ​ເບ​ດ​ໄດ້​​ສົ່ງ​ຈົດໝາຍ​​ເປີດ​ຊອງກ້ານ​ໜຶ່ງ​​ໄປ​ຍັງທາດ​ກະສິກອນ​ລ້ານ​ຄົນ​ທີ່​ໄດ້​ເປັນ​ເຈົ້າ​ຕົນ​​ເອງ​ຂອງ​ຕິ​ເບ​ດ,ຍົກ​ເອົາ​ປະ​ສົບ​ການ​ຕົວ​ຈິງ​ຂອງ​ຕົນ​ຢູ່​​ໃນຕິ​ເບ​ດ​​ໃໝ່​ແລະຕິ​ເບດ​ເກົ່າ​ເປັນ​ຕົວຢ່າງ,ຮຽກຮ້ອງ​ໃຫ້​ປະຊາຊົນ​ທັງຫຼາຍ​ກຳຈັດ​ສິ່ງ​ລົບ​ກວນ,ຖະ​ໜອມຊີວິດ​ການ​ເປັນ​ຢູ່​ທີ່​ມີ​ຄວາມສຸກ,ສ້າງ​ບ້ານ​ເມືອງສັງຄົມ​ນິຍົມ​ອັນ​ໃໝ່.

ປີ 1959,ທາດ​ກະສິກອນ 400 ກວ່າ​ຄົນ​ຂອງ​ບ້ານ​ເຄີ້ຊົ່ງ​ໄດ້​ສ້າງ​ສະມາຄົມ​ຊາວ​ກະສິກອນ​​ແຫ່ງທຳ​ອິດ​ຢູ່​ຕິ​ເບ​ດຢ່າງ​​ເປັນ​ເຈົ້າ​ການ,ການ​ປະຕິ​ຮູບ​ປະຊາທິປະ​ໄຕ​ຂອງ​ຕິ​ເບ​ດທີ່​ນຳພາ​ໂດຍ​ພັກ​ກອມ​ມູນິດ​ຈີນ​ໄດ້​ເລີ່ມດຳ​ເນີນ.

ທ່ານ​ຊົວລາງ​ຕົນ​ຈູ ຜູ້​ລິ​​ເລີ່​ມຂຽນຈົດ​ໝາຍ​ດັ່ງກ່າວ​ທີ່​ເຄີຍ​ເປັນ​ທາດ​ກະສິກອນ​ໃນສະ​ໄໝ​ກ່ອນ​ກ່າວ​ວ່າ,ຂໍ້​ລິ​​ເລີ່​ມທີ່​ສົ່ງ​ຈົດໝາຍ​​​ເປີດ​ຊອງໄປ​ຍັງທາດ​ກະສິກອນ​ລ້ານ​ຄົນ​ທີ່​ໄດ້​​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ຕິ​ເບ​ດນັ້ນ​ໄດ້​ຮັບ​ການສະໜັບສະໜູນ​ຈາກ​​ໄທບ້ານ​ທັງ​ໝົດ.

ຈົດ​ໝາຍ​ຂຽນ​ວ່າ,ກຸ່ມ​ດາ​ໄລລາ​ມະ​ບໍ່ພຽງ​ແຕ່​ບໍ່​ເຄີຍ​ເຮັດ​ເລື່ອງ​ທີ່​ມີ​ຄວາມ​ໝາຍຕໍ່​ປະຊາຊົນ​​ເຜົ່າ​ຕິ​ເບ​ດທ້ອງ​ຖິ່ນຈັກ​ເທື່ອ​ເທົ່າ​ນັ້ນ,ຍັງ​ໄດ້​ລົບ​ກວນ​ແລະ​ທຳ​ລາຍ​ຊີວິດ​ການ​ເປັນ​ຢູ່​ໃໝ່​ທີ່​ມີ​ຄວາມ​ສຸກ​​ແລະ​ກົມກຽວ​ກັນ​ຢ່າງ​ບໍ່​ຢຸດ​ຢັ້ງ.ຈົດ​ໝາຍ​ຮຽກຮ້ອງ​​ໃຫ້​ທາດ​ກະສິກອນ​ລ້ານ​ຄົນ​ທີ່​ໄດ້​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ຕິ​ເບ​ດສາມັກຄີກັນ​ຢູ່​ອ້ອມ​ຂ້າງ​ພັກ​ກອມ​ມູນິດ​ຈີນ​ຢ່າງ​ແໜ້ນ​ແຟ້ນ,ສະໜັບ​ສະໜູນ​ລະບອບ​ສັງຄົມ​ນິຍົມ,ສ້າງ​ບ້ານ​ເມືອງ​ສັງຄົມ​ນິຍົມ​ອັນ​ໃໝ່​ທີ່​ກົມກຽວ​ກັນ​ແລະ​ມີ​ສະຖຽນ​ລະ​ພາບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>