ງານ​ລາ​ຕີ​ສະ​ເຫຼີມ​ສະ​ຫຼອງ​ທາດ​ກະ​ສິ​ກອນ​ລ້ານ​ຄົນ​ໄດ້​ຮັບ​ການ​ປົດ​ປ່ອຍ​ຄົບ​ຮອບ 50 ປີ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

(GMT+08:00) 2009-03-29 17:59:25 cri
-----------------------------------------------------------------------------------------------------------------

ຕາມຂ່າວສານ​ຊິ່ນ​ຮວາ: ວັນ​ທີ 28 ມີນາ​ນີ້, "ງານ​ລາຕີ​ສະ​ເຫຼີມ​ສະຫຼອງ​ທາດ​ກະສິກອນ​ລ້ານ​ຄົນ​ໄດ້ຮັບ​ການ​ປົດ​ປ່ອຍ​ຄົບຮອບ 50 ປີ​" ທີ່​ມີ​ຫົວ​ຂໍ້​ວ່າ ກ້າວ​ໄປ​ສູ່​ແສງ​ແດດ ໄດ້ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ. ທ່ານ​ເຈຍ​ຊິ້ງລິນ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ, ທ່ານ​ໂຈ່​ຢົງ​ຄ່າງ ກຳມະການ​ປະຈຳ​ກົມ​ການ​ເມືອງສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ​ເລຂາ​ຄະນະ​ກຳ​ມະ​ການ​ການ​ເມືອງ​ແລະ​ກົດໝາຍ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກັບ​ປະຊາຊົນ​ປະມານ​ພັນ​ຄົນ​ຂອງ​ວົງ​ການ​ຕ່າງໆ​ຂອງປັກ​ກິ່ງ​ໄດ້​ຊົມ​ການສະ​ແດງ.


ຕອນ​ຄ່ຳ​ວັນ​ທີ 28 ມີນາ​ນີ້, ງານລາຕີ​ໄດ້​ເລີ່​ມຕົ້ນ​ໂດຍ​ລາຍການ​ຟ້ອນ​ທີ່​ມີຊື່ວ່າ "ທາດ​ກະສິກອນ​ລ້ານ​ຄົນລຸກ​ຢືນ​ຂຶ້ນ", ນາງ​ເຊ​ເທ​ນ ​ໂດ​ມາ ​ສິລະປິນ​ເຜົ່າ​ຕິ​ເບດ​ໄດ້​ຮ້ອງ​ເພງ "ທາດ​ກະ​ສິ​ກອນ​ທີ່​ໄດ້ຮັບ​ການ​ປົດ​ປ່ອຍ​ຮ້ອງ​ເພງ​ຂຶ້ນ", ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ມ່ວນ​ຊື່ນ​ຂອງ​ທາດ​ກະສິກອນ​ທີ່​ໄດ້​ຮັບ​ເສລີພາບ​ຢ່າງ​ເຕັມ​ສ່ວນ. ທ້າວ​ໂຊ​ນາມ ວາງ​ໂມ ນັກຮ້ອງ​ເຜົ່າ​ຕິ​ເບດ​ໄດ້ຮ້ອງ​ເພງ "ຮ້ອງ​ເພງ​ໃຫ້​ພັກ​ຟັງ", ​ໄດ້​ສະ​ແດງ​ການ​ສະໜັບ​ສະໜູນ​ອູ້ມຊູ​ອັນ​ຈິງ​ໃຈ​ຕໍ່​ພັກ​ແລະ​ຄວາມ​ຮັກ​ແພງ​ຕໍ່​ປະ​ເທດ​ຊາດ​ຂອງ​ປະຊາຊົນ​ຕິ​ເບດ​ໃນ​ປະຈຸ​ບັນ. ​ເພງ "ຮັກ​ຈີນ​ເຮົາ" ທີ່​ສະຫງ່າ​ອົງອາດ​ກັບ​ວາດ​ຟ້ອນ​ອັນ​ສວຍ​ງາມ​ຂອງ​ນັກສະ​ແດງ​ຈາກ 56 ​ຊົນ​ເຜົ່າ​ໄດ້ສ້າງ​ກະ​ແສ​ສູງ​ໃຫ້​ງານ​ລາຕີ, ​​ໄດ້ຮັບ​ສຽງ​ຕົບມື​ດັງ​ຟົດ​ສະ​ໝັ່ນຢ່າງ​ບໍ່​ຂາດສາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>