ໜັງສືພິມ​ຮິນ​ດູ​ຂອງ​ອິນ​ເດຍພິມ​ບົດ​ນຳຕີໂຕ້​ຖ້ອຍ​ຄວາມ​ທີ່​​ໄຮ້​ສາລະຂອງກຸ່ມ​ດາ​ໄລລາ​ມະ

(GMT+08:00) 2009-03-29 18:41:52 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ28 ມີນາ​ນີ້,ໜັງ​ສື​ພິມ​ຮິນ​ດູຂອງ​ອິນ​ເດຍ​ພິມ​ບົດ​ນຳ​ທີ່​ມີ​ຫົວ​ຂໍ້​ວ່າ​ສະຫຼອງ​ການ​ປົດ​ປ່ອຍສັງຄົມ​ຕິ​ເບດ​ທີ່ຂຽນ​ໂດຍ​ທ່ານ​ຕີຣູ ນະຣາມ ບັນນາທິຫານ​ໃຫຍ່​ຂອງ​ໜັງສືພິມ​ດັ່ງກ່າວ,​ໂດຍປຽບທຽບ​ການ​ເວົ້າ​ຍ້ອມ​ຂອງ​ກຸ່ມ​ດາ​ໄລລາ​ມະ​ຕໍ່​ລະບອບ​ທາດ​ກະສິກອນ​ກັບ​​ເລື່ອງ​ຈິງ​​ໃນປະຫວັດສາດ,​ໄດ້ຕີ​ໂຕ້​ຖ້ອຍ​ຄວາມ​ຂອງ​ກຸ່ມ​ດາ​ໄລລາ​ມະ​ອັນທີ່​ວ່າການ​ປົດ​ປ່ອຍປະ​ຊາ​ທິປະ​ໄຕ​ຕິ​ເບ​ດ​ແມ່ນ​ການ​​ໂຄສະນາທາງ​ການ​ເມືອງ​ແລະ​ຕິ​ເບ​ດບໍ່​ມີ​ລະບອບ​ທາດ​ກະສິກອນ​ສັກດິນາ.

ບົດ​ນຳ​ຂຽນ​ວ່າ,​ ເອກ​ະສານ​ແລະ​ຂໍ້​ມູນ​ປະຫວັດສາດ​ຢ່າງ​ຫຼວງ​ຫຼາຍ​ພ້ອມ​ດ້ວຍ​ການພັນ​ລະນາ​ຂອງນັກ​ຜະຈົນ​ໄພ,ນັກປາດ​ແລະ​ນັກ​ຂ່າວຝ່າຍ​ຕາ​ເວັນ​ຕົກ​ຈຳນວນ​ໜຶ່ງ​ທີ່​​ເຄີຍຢ້ຽມຢາມ​ຕິ​ເບ​ດ​ເກົ່າ​ລ້ວນ​ແຕ່​ຢັ້ງຢືນ​ວ່າ​ຈົນ​ຮອດ​ປີ1959​ລະບອບ​ທາດ​ກະສິກອນ​ສັກ​ດິນາ​ຍັງ​ຄົງ​ຕົວ​ຢູ່​ຕິ​ເບ​ດ,​ຄວາມ​ໂລບ​ມາກ​ໂລພາ,ຄວາມ​ໂຫດຮ້າຍທາລຸນ​ແລະ​ອຳນາດ​ສາສະໜາ​ທີ່​ເດັດຂາດ​ຂອງ​ມັນ​ລ້ວນ​ແຕ່​ແມ່ນ​ບໍ່​ຄ່ອຍເຫັນ​ໃນ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>