ນັກ​ຂ່າວ​ຕ່າງ​ປະ​ເທດ​ອີກ​ຊຸດ​ຫນຶ່ງ​ໄປ​ເອົາ​ຂ່າວ​ຢູ່​​ເຂດ​ຕິ​ເບດ

(GMT+08:00) 2009-03-30 10:25:11 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຈີນ: ວັນ​ທີ 29 ມີນາ​ນີ້, ນັກ​ຂ່າວ​ຕ່າງປະ​ເທດ​ອີກ​ຊຸດ​ຫນຶ່ງ​ໄດ້​​ເດີນທາງ​ດ້ວຍ​ຍົນ​ໄປ​ຮອດ​ນະຄອນ​ລາຊາ, ​ເລີ່​ມ ​ໄປ​ເອົາ​ຂ່າວ​ເປັນ​ເວລາ 3 ວັນ. ນີ້​ແມ່ນ​ຫ້ອງການ​ຖະ​ແຫຼ​ງຂ່າວ​ຂອງ​ລັດຖະບານ​​​ແລະ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຈັດຕັ້ງ​ນັກ​ຂ່າວ​ຕ່າງປະ​ເທດ​ໄປ​ເອົາ​ມຂ່າວ​ຢູ່​ເຂດ​ຕິ​ເບ​ດ​ເທື່ອ​ທີ 2 ​ໃນ​​ໄລຍະ 1 ​ເດືອນ​ມານີ້.

ຂ່າວ​​ແຈ້ງວ່າ, ຄະນະ​ນັກ​ຂ່າວດັ່ງກ່າວ​ມາ​ຈາກ 8 ສຳນັກ​ຂ່າວຂອງ​ປະ​ເທດ​ຕ່າງໆ​​ເຊັ່ນ: ອິນ​ເດຍ ຣັດ​ເຊຍ ອາ​ຟຼິກາ​ໃຕ້ ຍີ່​ປຸ່ນ​ແລະປະ​ເທດ​ອື່ນ.

ຕອນ​ບ່າຍ​ວັນ​ທີ 29 ມີນາ​ນີ້, ນັກ​ຂ່າວ​ຕ່າງປະ​ເທດ​ໄດ້​ເດີນທາງ​ໄປ​ຮອດ​ນະຄອນ​ລາຊາ, ​​ແລ້ວໄປ​ຢ້ຽມຢາມວັດ​ຈົກ​​ຮັງທີ່​ເປັນວັດ​ສາສະຫນາພຸດ​ນິກາຍ​ຕິ​ເບ​ດທີ່​ມີ​ຊື່​ສຽງຢູ່ນະຄອນລາຊາ. ​ເຂົາ​ເຈົ້າ​ຍັງຈະ​ໄປ​ຊົມປູຊະນີຍະສະ ຖານຈຳນວນ​ຫນຶ່ງ ຢ້ຽມຄະນະ​ກຳມະການ​​ເຂດຊຸມ​ຊົນ  ຕະຫຼາດ ວັດວາອາຮາມ​ແລະ​​ແຫ່ງອື່ນໆ,​ເພື່ອ​ຮູ້​ຈັກ​ສະພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະສິກອນຕິ​ເບ​ດ, ​ແລະ​ໄປ​ສຳພາດ​ນັກທຸລະກິດ​ເຜົ່າ​ຕິ​ເບ​ດ​ແລະຜູ່​ທີ່​ຫຼຸດ​ພົ້ນ​ອອກ​ຈາກ​ລະບອບຂ້​າທາດ​ກະສິກອນ​ເປັນ​ຕົ້ນ.


ນັບ​ແຕ່​ປີ​ກາຍ​ນີ້​ເປັນຕົ້ນມາ, ຫ້ອງການ​ຖະ​ແຫຼ​ງຂ່າວ​ຂອງ​ລັດຖະບານ​​ແລະ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຈັດຕັ້ງນັກ​ຂ່າວຕ່າງປະ​ເທດ 11 ຊຸດ​ໄປ​ເອົາ​ຂ່າວ​ຢູ່​ເຂດ​ຕິ​ເບ​ດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>