ເວ​ລາ​ໃດເສດ​ຖະ​ກິດ​ຂອງ​ອາ​ເມ​ລິ​ກາ​ຈິ່ງ​ຈະ​ຟື້ນ​ຕົວ

(GMT+08:00) 2009-03-30 17:13:57 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ cri:ພາຍຫລັງ​ເກີດ​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ​ແລ້ວ,​ນັກ​ວິ​ເຄາະ​ບໍ່​ຫນ້ອຍ​ເຫັນ​ວ່າ,​ເສດ​ຖະ​ກິດ​ທີ່​ຊຸດ​ໂຊມ​ລົງ​ຍ້ອນ​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ​ທີ່​ເກີດ​ມາ​ຈາກ​ອາ​ເມ​ລິ​ກາ​ນັ້ນ​ຈະ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ​ຢ່າງ​ແທ້​ຈິງ​ພາຍ​ຫລັງ​ເສດ​ຖະ​ກິດ​ອາ​ເມ​ລິ​ກາ​ພົ້ນ​ອອກ​ຈາກ​ຄວາມ​ຫຍຸ້ງ​ຍາກ.​ຄັນ​ຊັ້ນ ​ເສດ​ຖະ​ກິດ​ອາ​ເມ​ລິ​ກາ​ທີ່​ຊຸດ​ໂຊມ​ລົງ​ນັ້ນ​ຈະ​ຕົກ​ຢູ່​ໃນ​ສະ​ພາບ​ຫຍຸ້ງ​ຍາກ​ທີ່​ສຸດ​ໃນ​ເວລາ​ໃດ?​ແຜນ​ການ​ກະ​ຕຸ້ນ​ເສດ​ຖະ​ກິດ​ຈະ​ເຮັດ​ໃຫ້​ເສດ​ຖະ​ກິດ​ອາ​ເມ​ລິ​ກາ​ຟື້ນ​ຕົວ​ຄືນ​ຢ່າງ​ວ່ອງ​ໄວ​ໄດ້​ຫລື​ບໍ່? ​ກ່ຽວ​ກັບ​ບັນ​ຫາ​ເຫລົ່າ​ນີ້, ​ເຈົ້າ​ຫນ້າ​ທີ່​ແລະ​ນັກ​ເສດ​ຖະ​ສາດ​ທີ່​ມີ​ຊື່​ສຽງ​ຫລາຍ​ທ່ານ​ກໍ່​ມີ​ຄວາມ​ເຫັນ​ຂອງ​ຕົນ​ເອງ.ຕັ້ງ​ແຕ່​ທ່ານ​ບາຣັກ ​ໂອ​ບາ​ມາ​ຂຶ້ນ​ຮັບ​ຕຳ​ແຫນ່ງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ເປັນ​ຕົ້ນ​ມາ,​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ໄດ້​ວາງ​ແຜນ​ການ​ກອບ​ກູ້​ເສດ​ຖະ ກິດ​ຫລາຍ​ເທື່ອ​ແລ້ວ, ​ໃນ​ນັ້ນ ລວມ​ທັງ​ແຜນ​ການ​ກະ​ຕຸ້ນ​ເສດ​ຖະ​ກິດ​ທີ່​ມີ​ມູນ​ຄ່າ​787​ຕື້​ໂດ​ລາ​ແລະ​ແຜນ​ການ​ຊຳ​ລະ​ສະ​ສາງ​ທຶນ​ດ້ອຍ​ຄຸນ​ນະ​ພາບ​ທີ່​ມີ​ມູນ​ຄ່າ 1000​ຕື້​​ໂດ​ລາ​ໃນ​ທະ​ນາ​ຄານ.​ພ້ອມ​ກັນ​ນັ້ນ,​ພາຍ​ຫລັງ​ໄດ້​ຫລຸດ​ອັດ​ຕາ​ດອກ​ເບ້ຍ​ໃຫ້​ຕ່ຳ​ລົງ ທີ່​ເປັນ​ເຄື່ອງ​ມື​ແບບ​ເກົ່າ​ໃນ​ການ​ດັດ​ສົມ​ເສດ​ຖະ​ກິດ​ມະ​ຫາ​ພາກ​ແລ້ວ,​ສະ​ຫະ​ພັນ​ຄັງ​ສຳ​ຮອງ​ເງິນ​ຕາ​ຂອງ​ອາ​ເມ​ລິ​ກາ​ຫລື​ເຟດ​ກໍ່​​ໃຊ້​ວິ​ທີ​ການ​ບໍ່​ແມ່ນ​ດັ້ງ​ເດີມ​ຂຶ້ນ​ອີກ,​ໂດຍ​ກ່າວ​ວ່າ​ຈະ​ຊື້​ພັນ​ທະ​ບັດ​ແຫ່ງ​ລັດ​ແລະ​ພັນ​ທະ​ບັດ​​​ພັນ​ກັບ​ເງິນ​ກູ້​ຊວດ​ຈຳ​ຢ່າງ​ຫລວງ​ຫລາຍ. ​ເມື່ອ​ມີ​ແຜນ​ການ​ກອບ​ກູ້​ເຫລົ່າ​ນີ້​ແລ້ວ, ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ມີນາ​ນີ້ ທ່ານ​ໂອ​ບາ​ມາ​ກໍ່​ກ່າວ​ວ່າ, ​ໄດ້​ເຫັນ​ວີ່​ແວວ​ທີ່​ມາດ​ຕະ​ການ​ກອບ​ກູ້​ເສດ​ຖະ​ກິດ​ເລີ່ມ​ເກີດ​ຜົນ​ແລ້ວ.​ທ່ານ​ແບນ ​ເບີ​ນານ​ເຄ ປະ​ທານ​ເຟດ​ກໍ່​ກ່າວ​ວ່າ​ເສດ​ຖະ​ກິດ​ທີ່​ຊຸດ​ໂຊມ​ລົງ​ນັ້ນ​ອາດ​ຈະ​ສິ້ນ​ສຸດ​ລົງ​ພາຍ​ໃນ​ປີ​ນີ້.

ແຕ່​ນັກ​ເສດຖະສາດ​ຫຼາຍທ່ານ​ມີ​ຄວາມ​ເຫັນທີ່​ຕ່າງ​ກັນ,ພວກ​ເພິ່ນ​ບໍ່​ເຫັນອະນາຄົດ​ຂອງ​ເສດ ຖະກິດ​ອາ​ເມ​ລິ​ກາ​ໄປ​ໃນ​ແງ່​ດີ.ທ່ານ​ຈັສຕິນ ອີ​ຟູ ລີ​ນ,ຮອງ​ຜູ້​ວ່າການ​ຂັ້ນ​ສູງ​ຂອງ​ທະ​ນາ​ຄານ​ໂລກ ທັງ​ເປັນ​ນັກ​ເສດ​ຖະ​ສາດ​ຜູ້​ທີ​ໜຶ່ງ​ເຫັນ​ວ່າ,​ດຽວ​ນີ້,​ຜົນ​ກະ​ທົບ​ຂອງ​ວິ​ກິດ​ການ​ການ​ເງິນ​ພຽງ​ແຕ່​​ເຜີຍ​ໃຫ້​ເຫັນ​ສ່ວນ​ໜ້ອຍ​ດຽວ​ທໍ່​ນັ້ນ.​ທ່ານ​ກ່າວ​ວ່າ: "ພວກ​ເຮົາ​ເຫັນ​ແຕ່​ປະ​ກົດ​ການ​ເບື້ອງ​ນອກ​ຂອງ​ວິ​ກິດ​ການ.​ຂ້າ​ພະ​ເຈົ້າ​ເຫັນ​ວ່າ,​ສາ​ເຫດ​ຕົ້ນຕໍ​ແມ່ນ​ກຳ​ລັງ​ການ​ຜະ​ລິດ​ຂອງ​ທົ່ວ​ໂລກ​ມີ​ຫຼາຍ​ເກີນ​ໄປ.​ເຖິງ​ວ່າ​ຂ້າ​ພະ​ເຈົ້າ​ຍັງ​ບໍ່​ມີ​ຕົວ​ເລກ​ສຸດ​ທ້າຍ​ກ່ຽວ​ກັບ​ຊັບ​ສິນ​ທົ່ວ​ໂລກ​ຫົດ​ຕົວ​ເຂົ້າ​ກໍ່​ຕາມ,​ແຕ່​ຂ້າພະ​ເຈົ້າ​ສາ​ມາດ​ເວົ້າ​ໄດ້​ວ່າ,​ຮອດ​ທ້າຍ​ປີ 2008,​ຊັບ​ສິນ​ທົ່ວ​ໂລກ​ໄດ້​ຫຼຸດ​ໜ້ອຍ​ລົງ​4​ໝື່ນ​ຕື້​​ໂດ​ລາ​ແລ້ວ,​ເທົ່າ​ກັບ​2​ສ່ວນ​3​ຂອງ​GDP​ທົ່ວ​ໂລກ."

ນັກ​ເສດຖະສາດ​ທັງຫຼາຍ​ເຫັນ​ວ່າ,ລັດຖະບານ​ອາ​ເມ​ລິ​ກາ​ລົງທຶນ​ກ້ອນ​ໃຫຍ່​ເພື່ອ​ກະ​ຕຸ້ນ​ຄວາມ​ຕ້ອງ​ການ​ແມ່ນ​ວິ​ທີ​ທີ່​ດີ​ສຳລັບ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ເສດ​ຖະ​ກິດ,​ແຕ່​ການ​ປະ​ຕິ​ບັດ​ມາດ​ຕະ​ການ​ນີ້​ຍັງ​ຈະ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ບໍ່​ໜ້ອຍ.​ທ່ານ​​ແອວ​ເບີດ ​​ເຄ​​ ​ ​ເດ​ວ,​ອະ​ດີດ​ຮອງ​ຫົວ​ໜ້າ​ຫ້ອງ​ການ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ຂອງ​ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ​ເຫັນ​ວ່າ,​ແຜນ​ການ​ກະ​ຕຸ້ນ​ເສດ​ຖະ​ກິດ​ແມ່ນ​ບາດ​ກ້າວ​ທີ່​ຖືກ​ຕ້ອງ,​ແຕ່​ຂຸມ​ການ​ເງິນ​ກ້ອນ​ໃຫຍ່​ທີ່​ເກີດ​ຂຶ້ນ​ນຳ​ຫຼັງ​ອາດ​ຈະ​ມີຜົນ​ກະ​ທົບ​ໃນ​ອະ​ນາ​ຄົດ.

ສັງ​ເກດ​ຈາກ​ທັງ​ໝົດ​​ເຫຼົ່ານີ້​ແລ້ວ​ເຫັນ​ວ່າ,​ແຜນການ​ກ​ະຕຸ້ນ​ເສດຖະກິດ​ຍາກ​ທີ່​ຈະ​ເຮັດ​ໃຫ້​ເສດ​ຖະ​ກິດ​ອາ​ເມ​ລິ​ກາ​ຫຼຸດ​ພົ້ນ​ໃນ​ເວລາ​ສັ້ນ,​ລັດ​ຖະ​ບານ​ໂອ​ບາ​ມາ​ຍັງ​ມີ​ພາ​ລະ​ໜ້າ​ທີ່​ອັນ​ໜັກ​ໜ່ວງ​ຢູ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>