ຈຳນວນ​ຮ້ອງ​ຂໍ​ຂຶ້ນ​ທະ​ບຽນ​ກາ​ໝາຍ​ສິນ​ຄ້າ​ຂອງ​ຈີນ​ເປັນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ​ເປັນ​ປີ​ທີ 7

(GMT+08:00) 2009-03-30 18:11:29 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 30 ມີນາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຟູ້ຊວງ​ຈ້ຽນ ຮອງ​ຫົວໜ້າ​ກົມ​ຄຸ້ມ​ຄອງ​ບໍລິຫານ​ອຸດສາຫະກຳ​ການ​ຄ້າ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ​ໃນ​ປີ 2008, ຈຳນວນຜູ້​ຮ້ອງ​ຂໍ​ຂຶ້ນທະບຽນ​ກາ​ໝາຍ​ສິນຄ້າ​ຂອງ​ຈີນ​ມີ​ເກືອບ 7 ​ແສນ​ສະບັບ, ​ເປັນ​ອັນ​ດັບ​ໜຶ່ງຂອງໂລກ​ເປັນປີ​ທີ 7 ​ແລ້ວ.

ໃນ​​"ເວທີ​ປຶກສາ​ຫາລື​ລະດັບ​ສູງ​ກ່ຽວ​ກັບ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂ້າມ​ພາກ​ພື້ນຂອງ​ອົງການ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ໂລກ"ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ມີນາ​ນີ້, ທ່ານ​ຟູ້ຊວງ​ຈ້ຽນກ່າວ​ວ່າ, ​ນັບ​ແຕ່​ຈີນ​ຟື້ນ​ຟູ​ການ​ຂຶ້ນ​ທະບຽນ​ກາ​ໝາຍ​ສິນຄ້າ​ເປັນ​ເອກະ​ພາບ​ໃນ​ທົ່ວ​ປະ​ເທດ​ເມື່ອ​ປີ 1979 ​ເປັນຕົ້ນມາ, ຈຳນວນ​ຮ້ອງ​ຂໍ​ຂຶ້ນ​ທະບຽນກາ​ໝາຍ​ສິນຄ້າ​​ໄດ້ຈາກ 2 ໝື່ນ 6 ພັນ​ສະບັບ​ໃນ​ປີ 1980 ​ເພີ່ມ​ຂຶ້ນ​​ເກືອບຮອດ 7 ​ແສນ​ສະບັບ​ໃນ​ປີ 2008. ນອກ​ນັ້ນ, ຈີນ​ຍັງ​ໄດ້​​ເຂົ້າຮ່ວມ​ສົນທິ​ສັນຍາ​ສາກົນກ່ຽວ​ກັບກາ​ໝາຍ​ສິນຄ້າ 6 ສະບັບ, ​​ເຮັດ​ໃຫ້​ການປົກ​ປ້ອງ​ກາ​ໝາຍ​ສິນຄ້າ​ຂອງ​ຈີນ​ຫັນ​ເປັນ​ສາກົນ​ນັບ​ມື້​ນັບຫຼາຍ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>