ການ​ຮ່ວມ​ມື​ທາງ​ວຽກ​ງານ​ປ້ອງ​ກັນປະ​ເທດລະ​ຫວ່າງ​ຈີນ​ກັບ​ອາຊ​ຽນມີ​ຊ່ອງ​ທາງພັດທະນາ​ອັນກວ້າງຂວາງ

(GMT+08:00) 2009-03-30 19:36:37 cri
-----------------------------------------------------------------------------------------------------------------

ຕາມຂ່າວcri:ວັນ​ທີ30 ມີນາ​ນີ້,​ພົນ​ໂທ ລິວ​ເຊິ​ງ​ຈຸ່ນ ຫົວໜ້າ​ສະພາ​ບັນດິດ​ວິທະຍາສາດ​ການ​ທະຫານ​ຈີນ​ກ່າ​ວຢູ່​ປັກ​ກິ່ງ​ວ່າ,ການ​ຮ່ວມ​ມື​ທາງ​ວຽກ​ງານ​ປ້ອງ​ກັນ​ປະ​ເທດລະຫວ່າງ​ຈີນ​ກັບ​ອາຊ​ຽນມີ​ຊ່ອງທາງພັດທະນາ​ອັນ​ກວ້າງຂວາງ.

ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະຊຸມ"ການ​ສົນທະນາ​ນັກວິຊາ​ການ​ວຽກ​ງານ​ປ້ອງ​ກັນລະດັບສູງ​ຈີນ​ອາຊ​ຽນປີ2009"ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,ທ່ານ​ລິວ​ເຊິ​ງຈຸ່ນ​ກ່າວ​ວ່າ,​ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້,ການ​ຮ່ວມ​ມືກັນ​ດ້ານ​ປ້ອງ​ກັນປະ​ເທດ​ລະຫວ່າງ​ຈີນ​ກັບ​ອາຊ​ຊຽນ​ໄດ້​ຮັບ​ການ​ຄືບ​ໜ້າທີ່ສຳຄັນຢ່າງ​ເປັນ​ລະບົບ.ຈີນ​ໄດ້​ສ້າງ​ຕັ້ງ​ກົນ​ໄກ​ເປິກສາ​ທາງ​ວຽກ​ງານ​ປ້ອງ​ກັນ​ປະຈຳ​ປີ​ກັບ​ໄທ,ຫວຽດນາມ,ຟີ​ລິບ​ປິນ,ອິນ​ໂດ​ເນ​ເຊຍ,ມາ​ເລ​ເຊຍ​ແລະ​ສິງ​ກະ​ໂປ,​ໄດ້​ເຊັນ​ສັນຍາ​ການ​ຮ່ວມ​ມື​ທາງ​ວຽກ​ງານ​ປ້ອງ​ກັນ​ປະ​ເທດກັບ​ມາ​ເລ​ເຊຍ,ຟິລິບ​ປິນ,ອິນ​ໂດ​ເນ​ເຊຍ​ແລະ​ສິງກະ​ໂປ,​ໄດ້​ເຊັນ"​ແຜນການ​​ເຄື່ອນ​ໄຫວ​ຮ່ວມ​ການ​ຮ່ວມ​ມື​ຍຸດ​ທະ​ສາດ"ກັບ​ໄທ​ເປັນ​ຕົ້ນ.

ທ່ານ​ລິວ​ເຊິ​ງຈຸ່ນ​ກ່າວ​ວ່າ,ການ​ຮ່ວມ​ມື​ທາງ​ວຽກ​ງານ​ປ້ອງ​ກັນ​ປະ​ເທດລະຫວ່າງ​ຈີນ​ກັບ​ອາຊ​ຽນ​ໄດ້​ມີ​ພື້ນຖານ​ອັນ​ໜາແໜ້ນ,ຊ່ອງ​ທາງພັດທະນາ​ໃນ​ຕໍ່ໜ້າ​ຍິ່ງ​ຈະກວ້າງ​ຂວາງກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>