ສູນ​ຄົ້ນຄວ້າ​ຕິ​ເບ​ດສຶກສາຂອງ​ຈີນ​ປະກາດ"ບົດ​ລາຍ​ງານ​ພັດທະນາ​ເສດຖະກິດ​ສັງຄົມ​ຕິ​ເບ​ດ"ສະບັບ​ທຳ​ອິດ

(GMT+08:00) 2009-03-30 20:03:03 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:​ໃນ​ໂອກາດການ​ປະຕິຮູບ​ປະຊາທິປະ​ໄຕຕິ​ເບດຄົບຮອບ50ປີ,ວັນ​ທີ30 ມີນາ​ນີ້,ສູນ​ຄົ້ນຄວ້າ​ຕິ​ເບ​ດສຶກສາ​ຂອງ​ຈີນ​​ໄດ້ປະກາດ"ບົດ​ລາຍ​ງານ​ການ​ພັດທະນາ​ເສດ​ຖະກິດ​ສັງຄົມ​ຕິ​ເບ​ດ"ສະບັບ​ທຳ​ອິດ,ຫວນ​ຄືນ​ແລະ​ສະຫຼຸບ​ການ​ພັດທະນາ​ເສດຖະກິດ​ຂອງ​ຕິ​ເບ​ດ.

ບົດ​ລາຍ​ງານ​ຊີ້​ອອກ​ວ່າ,ປັດຈຸບັນ,​ເສດຖະກິດ​ຂອງ​ຕິ​ເບ​ດບໍ່ພ​ຽງ​ແຕ່GDP​ຄືບໜ້າ​ຢ່າງ​ວ່ອງ​ໄວ,​ໂຄງ​ປະກອບ​ຜະລິດຕະກຳ​ທີ່​ມີ​ຢູ່​ແຕ່​ເກົ່າ​ກໍ່​ເກີດ​ການປ່ຽນ​​ແປງ​ຢ່າງ​ເລິກ​ເຊິ່ງ.​​ຜ່ານ​ການ​ຄົ້ນຄວ້າ​ບັນຫາທີ່​ກ່ຽວຂ້ອງ​ຕ່າງໆ​ຄື​ຕົວ​ເລກ​ດັດ​ຊະນີ​ການພັດທະນາ​ຂອງມະນຸດ​ຂອງ​ຕິ​ເບ​ດ​ເປັນຕົ້ນ​ໄດ້​ປະກົດ​ເຫັນ​ວ່າ,ຄຽງ​ຄູ່ກັບ​ເສດ​ຖະກິດ​ທ້ອງ​ຖິ່ນ​ເຕີບ​ໂຕຢ່າງ​ສູງ,​ຕົວ​ເລກ​ດັດຊະນີ​ພັດທະນາ​ມະນຸດ​ອັນ​ສຳຄັນ​ຂອງໄທ​​ເມືອງ​ຕິ​ເບ​ດ,​ໂດຍ​ສະ​ເພາະ​ແມ່ນ​ໄທ​​ເມືອງ​ເຜົ່າ​ຕິ​ເບ​ດຄື​ການເຕີບ​ໂຕຂອງປະຊາກອນ​, GDPສະ​ເລ່ຍຕາມ​ຫົວຄົນ,ອາຍຸ​ຄາດ​ຄະ​ເນສ​ະ​ເລ່ຍ,ລະດັບ​ໄດ້​ຮັບ​ການ​ສຶກສາສະ​ເລ່ຍຕົວ​ຫົວຄົນ​ເປັນຕົ້ນ​ກໍ່ມີ​ການ​ປ່ຽນ​ແປງ​ທີ່​ມີ​ລັກສະນະ​ປະຕິວັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>