ທະຫານກຳ​ປູ​ເຈຍ​​ແລະ​ໄທ​ເກີດ​ການ​ປະ​ທະກັນ​​ເປັນ​ເວລາ​ສັ້ນຢູ່​ເຂດຊາຍ​​ແດນ

(GMT+08:00) 2009-04-03 17:23:39 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ເຊົ້າວັນ​ທີ3​ເມສາ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ ທະຫານຂອງ​ກຳປູ​ເຈຍ​ແລະ​ໄທ​ໄດ້​ຍິງປະ​ທະກັນ​ເປັນ​ເວລາ​ສັ້ນໆຢູ່​ເຂດທົ່ງ​ແຮ້ງ​ທີ່​ຢູ່​ໃກ້ກັບ​ເຂດຜາສາດພະ​ວິຫານທີ່​ສອງ​ຝ່າຍຂັດ​ແຍ່ງ​ກັນ,ປະຈຸ​ບັນ​ຍັງ​ບໍ່​ມີ​ຂ່າວກ່ຽວກັບ​ຜູ້​​ບາດ​ເຈັບ​ຫຼື​​ເສຍ​ຊີວິດ.

ທ່ານ​ໄ​ພ ຊິ​ພັນ,​ໂຄສົກສຳນັກງານນາຍົກ​ກຳປູ​ເຈຍ​ກ່າວ​ວ່າ,ຕອນ​ຂ້ອນ​ແຈ້ງ​ວັນ​ທີ3​ເມສາ​ນີ້,ທະຫານ​ຂອງ​ໄທກຸ່ມໜຶ່ງ​ເຂົ້າ​ໄປ​ເຂດ​ທົ່ງແຮ້ງ ຊຶ່ງ​ເປັນ​ດິນ​ແດນ​ຂອງ​ກຳ​ປູ​ເຈຍ,ສອງ​ຝ່າຍ​ຍິງປະ​ທະກັນ​ທັນທີ. ທ່ານ​ໄ​ພ ຊິ​ພັນ​ກ່າວ​ວ່າ,ການ​ຍິງ​​ກັນ​ເທື່ອນີ້​ແມ່ນ​ເກີດຂຶ້ນ​ຍ້ອນ​ຄວາມ​ເຂົ້າ​ໃຈ​ຜິດ​,ປະຈຸ​ບັນ​ສະພາບ​ການ​ໄດ້​ສະຫງົບ​ລົງ​ແລ້ວ.

ຂ່າວ​ແຈ້ງຕື່ມວ່າ,ວັນ​ທີ2​ເມສາ​ນີ້​ມີທະຫານ​ໄທ​ປະມານ40ຄົນ​ຍ່າງ​ເຂົ້າ​ໄປ​ບໍລິ​ເວນ​ທົ່ງແຮ້ງ,ມີ​ຄົນ​ໜຶ່ງຢຽບໝາກໝິ່ນ​ໄດ້ຮັບ​ບາດ​ເຈັບ.​ໃນ​ເວລາ​ຖອນ​ຄືນ,ທະຫານ​ໄທ​ໄດ້​ຍິງ​ປືນຂຶ້ນຟ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>