ນາຍົສິງກະ​ໂປພົບ​ປະ​ທ່ານ​ລິວ​​ເຢັນ​ດົ່ງ

(GMT+08:00) 2009-04-25 17:50:53 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວ​ສານ​ຊິນ​ຮວາ:ວັນ​ທີ24 ​ເມສາ​ນີ້,ຢູ່​ທຳນຽບປະທານາທິບໍດີ​ສິງກະ​ໂປ,ທ່ານ​ລີ​ຊຽນລົງ ນາຍົກລັດຖະມົນຕີສິງກະ​ໂປ​ໄດ້​ພົວປະນາງລິວ​ເຢັນ​ດົ່ງ ທີ່​ເປິກສາ​ແຫ່ງລັດຈີນ​ທີ່​ພວມ​ຢ້ຽມຢາມ​ສິງກະ​ໂປ.

ນາງລິວ​ເຢັນ​ດົ່ງ​ກ່າວ​ວ່າ,ຈີນ​ກັບ​ສິງ​ກະ​ໂປ​ແມ່ນ​ປະ​ເທດ​ບ້ານ​ໃກ້​​ເຮືອນຄຽງທີ່​ດີ,ໝູ່​ເພື່ອນ​ທີ່​ດີ,ຫຼັງ​ຈາກ​ສ້າງ​ສາຍ​ພົວພັນທາງ​ດ້ານ​ການ​ທູດມາ​ນີ້,ໝາກຜົນ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ແມ່ນ​ອຸດົມສົມບູນ,​ໂດຍ​ສະ​ເພາະ​ແມ່ນການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຊັບພະຍາມະນຸດແມ່ນມີ​ປະສິດທິ​ຜົນອັນ​ເດັ່ນ​ຊັດ.ສອງປະ​​ເທດໄດ້​ປະສານສົມທົບ​ກັນໃນ​ວຽກ​ງານ​ສາກົນ​ແລະ​ພາກ​ພື້ນ.ຝ່າ​ຍຈີນ​ຍິນ​ດີ​ພ້ອມ​ກັບ​ຝ່າຍ​ສິງກະ​ໂປ​ຕັ້ງໜ້າ​ບຸກ​ເບີ​ກຂົງ​ເຂດ​ແລະ​ຮູບ​ແບບ​ຮ່ວມ​ມື​ອັນ​ໃໝ່,ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ຮັບ​ການ​ພັດທະນາ​ໃຫຍ່​ກວ່າ​ເກົ່າ.

ທ່ານຫຼີຊຽນລົງ​ຕັ້ງໜ້າ​ຕີ​ລາຄາ​ທ່ວງທ່າ​ພັດທະນາ​ອັນ​ດີງາມ​ຂອງ​ການ​ພົວພັນ​ລະຫວ່າງ​ສິງກະ​ໂປ​ກັບ​ຈີນ,ກ່າວ​ວ່າ​ສອງ​ປະ​ເທດ​ສິງກະ​ໂປ​ກັບ​ຈີນ​ລ້ວນ​ແຕ່ຈັດ​ເອົາການ​ສຶກສາ​ແລະ​ການ​ຄົ້ນ​ຄວ້າ​ວິທະຍາສາດ​ໄວ້​ຢູ່ຖານະ​ພັດທະນາ​ບູລິ​ມະ​ສິດ,ຝ່າຍ​ສິງກະ​ໂປ​ຍິນ​ດີ​ພ້ອມ​ກັບ​ຝ່າຍ​ຈີນ,ລົງ​ເລິກ​ແລະ​ເປີດ​ກວ້າງ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ດ້ານ​ການ​ສຶກສາ​ວິທະຍາສາດ​ເຕັກນິກ,ການ​ອົບຮົມ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ເປັນ​ຕົ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​​ໄມຕີ​ຈິດລະຫວ່າງ​ສິກະ​ໂປກັບ​ຈີນ​ພັດທະນາ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>