ອາ​ເມ​ລິ​ກາ​ກ່າວ​ລື້​ມວ່າ​ບໍ່​ຮັບ​ຮອງ​ສປປ​ເກົາ​ຫຼີ​ເປັນ​ປະ​ເທດ​ທີ່​ມີ​ອາ​ວຸດ​ນິວ​ເຄຼຍ

(GMT+08:00) 2009-04-26 17:27:48 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ: ​ວັນ​ທີ25​ເມສາ​ນີ້ ນາງ​ເມ​ກັນ ມັດ​​ແຊນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ອາ​ເມ​ລິ​ກາຈະ​ບໍ່​ຮັບຮອງ​ສປປ​ເກົາຫຼີ​ເປັນ​ປະ​ເທດ​ທີ່​ມີ​ອາວຸດ​ນິວ​ເຄຼຍ,ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່​ສະ​ແຫວ​ງຫາ​ບັນລຸ​ຄາດ​ໝາຍ​ໃຫ້​ແຫຼມ​​ເກົາຫຼີ​ປອດ​ນິວ​ເຄຼຍດ້ວຍ​ສັນຕິ​ວິທີ ​ໂດຍ​ຜ່ານ​ກົນ​ໄກ​ການ​ເຈລະຈາ6ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍແຫຼມ​ເກົາຫຼີ.
ນາງ​ມັດ​ແຊນ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວຕໍ່​ນັກ​ຂ່າວ​ພາຍຫຼັງກະຊວງ​ການ​ຕ່າງປະ​ເທດ​ຂອງ​ສປປ​ເກົາຫຼີ​ປະກາດ​ຈະ​ປຸງ​ແຕ່ງ​ບັ້ງວັດຖຸ​ເຊື້ອ​ໄຟ​ທີ່​ຍັງ​ບໍ່​ທັນ​ໄໝ້​ໝົດ​ນັ້ນຄືນ​ໃໝ່.

ວັນ​ທີ25​ເມສາ​ນີ້ ກະຊວງ​ການ​ຕ່າງປະ​ເທດສປປ​ເກົາຫຼີ​ປະກາດ​ວ່າ,ສປປ​ເກົາຫຼີ​ໄດ້​ເລີ່​ມຊຳລະ​ບັ້ງວັດຖຸ​ເຊື້ອ​ໄຟ​ທີ່​ຍັງ​ບໍ່​ທັນ​ໄໝ້​ໝົດ​ທີ່​ເກັບ​ເອົາ​ຈາກ​ເຄື່ອງປະຕິ​ກອນນິວ​ເຄຼຍຄັ້ງ​ໃໝ່​ແລ້ວ.ຕາມ​ຂ່າວ​ແຈ້ງວ່າ,ວິ​ທີ​ນີ້​ສາມາດ​ກັ່ນ​ເອົາ​ທາດ plutonium ວັດຖຸ​ດິບ​ທີ່​ຜະລິດ​ອາວຸດ​ນິຍ​ເຄຼຍ​ໄດ້.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>