ເສັ້ນ​ທາງ​ທີ່​ຖືກ​ທຳ​ລາຍ​ໃນ​ແຜ່ນ​ດິນ​ໄຫວ​ຂອງ​ແຂວງ​ເສ​ສວນ​ມີ​ເກືອບ 90% ຈະ​ສຳ​ເລັດ​ການ​ສ້າງ​ສາ​ຄືນ​ໃໝ່

(GMT+08:00) 2009-04-26 18:32:05 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ຫວ່າງ​ມໍ່ໆ​ນີ້, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວວິທະຍຸ​ພວກ​ເຮົາ, ທ່ານ​ສຽນ​ຊົງ ຮອງ​ຫົວໜ້າ​ພະ​ແນ​ກ​ຄົມມະ​ນາຄົມ​ແຂວງ​ເສ​ສວນກ່າວ​ວ່າ, ພາກ​ສ່ວນ​ທີ່​ກ່ຽວຂ້ອງ​ຂອງ​​ແຂວງ​ເສ​ສວນ​ກຳລັງ​ໃຊ້​ມາດ​ຕະການ, ພະ​ຍາ​ຍາມ​ເຮັດ​ໃຫ້​ເສັ້ນທາງທີ່​ຖືກ​ທຳລາຍ​ໃນ​​ແຜ່ນດິນ​ໄຫວ​ຂອງ​ແຂວງ​ເສ​ສວນ​ເກືອບ 90% ສຳ​ເລັດ​ການ​ສ້າງສາ​ຄືນ​ໃໝ່ກ່ອນ​ທ້າຍ​ປີ​ນີ້.

ໄພ​ແຜ່ນດິນ​ໄຫວ​ເວີ້​ນຊ່ວນ​ໃຫຍ່​ພິ​ເສດ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 12 ພຶດສະພາປີ​ກາຍ​ນີ້​​ເຮັດ​ໃຫ້​ພື້ນຖານ​ໂຄງ​ລ່າງຄົມມະນາຄົມ​ຂອງ​ເຂດ​ປະສົບ​ໄພ​ແຂວງ​ເສ​ສວນ​ຖືກ​ທຳລາຍ​ຢ່າງ​ຮ້າຍ​ແຮງ, ທາງຫຼວງທີ່​ແລ່ນ​ໄປ​ຫາເຂດ​ປະສົບ​ໄພຮ້າຍ​ແຮງ​ຢຸດ​ແລ່ນ​ໄລຍະ​ໜຶ່ງ.

ຂ່າວ​ແຈ້ງວ່າ, ກ່ອນ​ທ້າຍ​ປີ​ນີ້, ​ແຂວງ​ເສ​ສວນ​ຈະ​ສຳ​ເລັດ​ໂຄງການ​ສ້າງສາ​ຄືນ​​ໃໝ່ 400 ກວ່າ​ໂຄງການ, ການ​ລົງທຶນ​ຫຼາຍ​ກວ່າ 56 ຕື້​ຢວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>