ເຂດ​ຊົນ​ເຜົ່າ​ຈີນ​ຈາກ​ການ​ກິນ​ບໍ່​ອີ່ມ​ນຸ່ງ​ບໍ່ອຸ່ນ​ກາຍ​ເປັນ​ມີ​ຢູ່​ມີ​ກິນ​ແລະ​ຍັງ​ມີ​ສ່ວນ​ເຫຼືອ

(GMT+08:00) 2009-05-10 16:36:55 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຈີນ: ວັນ​ທີ 10 ພຶດສະພາ​ນີ້, ຄະນະ​ກຳມະການ​ວຽກ​ງານ​ຊົນ​ເຜົ່າ​ແຫ່ງ​ລັດ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ, ​​ເມື່ອ​ປະຕິບັດ"ກົດໝາຍ​ວ່າ​ດ້ວຍ​ການ​ປົກຄອງ​ຕົນ​ເອງ​ໃນ​ເຂດ​ຊົນ​ເຜົ່າ"​ 25 ປີ​ມາ​ນີ້, ​ຊາວ​ເມືອງ​ໃນ​ເຂດ​ຊົນ​ເຜົ່າມີ​ລາຍ​ໄດ້​ທີ່ສາມາດ​ໃຊ້ຈ່າຍ​ໄດ້​ສະ​​ເລ່ຍຕາມ​ຫົວ​ຄົນ​ຈາກ 593 ຢວນ​ໃນ​ປີ 1984 ​ເພີ່ມ​ຂຶ້ນ​ຮອດ 11.490 ຢວນ​ໃນ​ປີ 2007, ​ໄດ້​ບັນລຸການ​ກ້າວ​ກະ​ໂດດ​ທາງ​ປະຫວັດສາດ​ຄືຈາກ​ການກິນ​ບໍ່ອີ່ມ​ນຸ່ງ​ບໍ່ອຸ່ນ​ກາຍ​ເປັນມີ​ຢູ່​ມີ​ກິນ​ຍັງ​ມີ​ສ່ວນ​ເຫຼືອ​ໂດຍ​ລວມ.

ລາຍ​ໄດ້​ສຸດທິ​ຂອງ​ຊາວກະສິກອນ​ໃນ​ເຂດ​ຊົນ​ເຜົ່າຈາກ 300 ຢວນ​ໃນ​ປີ 1984 ​ເພີ່ມ​ຂຶ້ນ​ຮອດ 2.937 ຢວນ​ໃນ​ປີ 2007. GDP ສະ​ເລ່ຍຕາມ​ຫົວ​ຄົນ​ໃນ​ເຂດ​ຊົນ​ເຜົ່າ​ໄດ້ຫຼາຍກວ່າ 1 ພັນ​ໂດ​ລາ​ເປັນ​ເທື່ອ​ທຳ​ອິດ​ໃນ​ປີ 2005.

ນອກ​ນັ້ນ, ຄຽງ​ຄູ່​ກັບ​ລັດ​ລົງທຶນ​ເພີ່ມ​ຂຶ້ນ​ນັບ​ມື້​ນັບຫຼາຍ, ການ​ສ້າງສາ​ພື້ນຖານ​ໂຄງ​ລ່າງ​ໃນ​ເຂດ​ຊົນ​ເຜົ່າ​ໄດ້​ຮັບ​ຄວາມ​ຄືບ​ໜ້າ. ຮອດປີ 2007, ​ເຂດ​ປົກຄອງ​ຕົນ​​ເອງ​ເຜົ່າ​ຈ້ວງ​ກວາງຊີ​ມີບ້ານ​ຊົນນະບົດ 90% ຂຶ້ນ​ໄປ​ມີ​ທາງຫຼວງ​ໄປ​​ເຖີງ, ມີ​ໄຟຟ້າ, ​​ມີໂທລະສັບ​​ໃຊ້, ​ມີ​ອາຍ​ແກັສຊີວະ​ຊາດ, ສະພາບ​ແວດ​ລ້ອມ​ການ​ຜະລິດ​ແລະ​ການ​ດຳ​ລົງ​ຊີວິດ​ຂອງ​ຊົນ​ນະ​ບົດ​ໄດ້​ປັບປຸງ​ໃຫ້ດີ​ຂຶ້ນຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>