ເສດຖະກິດໄທຊຸດໂຊມລົງເປັນເທື່ອທຳອິດນັບແຕ່ວິກິດການການເງິນອາຊີປີ1997ເປັນຕົ້ນມາ
-----------------------------------------------------------------------------------------------------------------
ຕາມຂ່າວສານຊິນຮວາ:ວັນທີ25 ພຶດສະພານີ້,ໜ່ວຍງານທີ່ມີຊື່ສສຽງຂອງໄທປະກາດວ່າ,ຍ້ອນໄດ້ຮັບຜົນສະທ້ອນຈາກການສົ່ງອອກແລະການທ່ອງທ່ຽວຊຸດໂຊມ,ໃນໄຕມາດທີ1ປີນີ້,ການເຕີບໂຕຂອງເສດຖະກິດໄທຫຼຸດລົງ7,1%ທຽບໃສ່ໄລຍະດຽວກັນປີກາຍນີ້,ແລະຫຼຸດລົງ2ໄຕມາດລຽນຕິດແລ້ວ,ນີ້ແມ່ນເສດຖະກິດໄທຕົກຢູ່ໃນສະພາບຊຸດໂຊມເປັນເທື່ອທຳອິດນັບແຕ່ວິກິດການການເງິນອາຊີປີ1997ເປັນຕົ້ນມາ.
ຄະນະກຳມະການພັດທະນາເສດຖະກິດແລະສັງຄົມແຫ່ງຊາດໄທຍັງຫຼຸດການຄາດຄະເນການເຕີບໂຕຂອງເສດຖະກິດໄທປີ2009ເປັນລົບ3,5%ຫາ2,5%.
ທ່ານອຳພົນ ກິດຕິອຳພົນ ເລຂາທິການຂອງຄະນະກຳມະການນີ້ກ່າວວ່າ,ເສດຖະກິດໄທອາດຈະເລີ່ມຟື້ນຟູຄືນຈາກໄຕມາດທີ3ປີນີ້.ແຕ່ວ່າຖ້າບໍ່ສາມາດເລີ່ມປະຕິບັດແຜນການກະຕຸ້ນເສດຖະກິດໄລຍະທີ2ໃນເດືອນກັນຍາ,ເສດຖະກິດໄທອາດຈະສືບຕໍ່ຊຸດໂຊມລົງອີກ.