ກອງ​ປະຊຸມ​ລະດັບລັດຖະມົນຕີອາຊ​ຽນEU​ຈະ​ເພີ່​ມທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງພາກ​ພື້ນ

(GMT+08:00) 2009-05-27 17:00:27 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ26 ພຶດສະພາ​ນີ້,ຢູ່​ພະນົມ​ເປັນ ນະຄອນຫຼວງ​ຂອງ​ກຳປູ​ເຈຍ,ທ່ານ​ເຟ​ເຣ​ໂຣ ວາດ​ເນີ ກຳມະການການ​ພົວພັນ​ກັບ​ຕ່າງປະ​ເທດ​ຂອງ​ຄະນະ​ກຳມະການ​ສະຫະພາບ​ເອີ​ລົບຫຼື​EUກ່າວ​ວ່າ,ກອງ​ປະຊຸມລະດັບລັດຖະມົນຕີ​ອາ​ຊຽນEU​ຄັ້ງ​ທີ17ທີ່​​ໃກ້​ຈະ​ຈັດ​ຂຶ້ນ​ຈະ​ຕົກລົງແຜນດຳ​ເນີນ​ງານ​ໄລຍະ​ທີ2ຂອງຖະ​ແຫຼ​ງການນູ​ເຣມ​ເບີກ,​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງພາກ​ພື້ນ.

ທ່ານ​ເຟ​ເຣ​ໂຣ ວາດ​ເນີ ກ່າວ​ວ່າ, EUແລະ​ອາຊ​ຽນ​ແມ່ນ​ສອງ​ຕົວຢ່າງທີ່​ສຳ​ເລັດ​ຜົນ​​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ເປັນອັນ​ດຽວ​ກັນ​ໃນ​ໂລກ,ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ຍັງ​ມີ​ຊ່ອງ​ທາງທີ່​ສືບ​ຕໍ່​ຂະຫຍາຍຕົວ​ໄປ​ໜ້າ.ນອກຈາກ​ວິ​ກິດ​ການ​ການ​ເງິນ, EU​ແລະ​ອາຊ​ຽນ​​ແລ້ວ​ຍັງ​ຕ້ອງ​ແກ້​ໄຂ​ບັນຫາ​ຕ່າງໆ​ອີກ​ເຊັ່ນ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ​ທົ່ວ​ໂລກ​,ຄວາມ​ປອດ​ໄພດ້ານ​ສະບຽງ​ອາຫານ​ແລະ​ພະລັງງານ,ຕ້ານລັດທິ​ການ​ກໍ່ການ​ຮ້າຍ​ແລະ​ອາດຊະຍາ​ກຳຂ້າມ​ຊາດ​ແລະ​ອື່ນໆ​ເປັນ​ເປົ້າ​ໝາຍ​ຮ່ວມ.

ກອງ​ປະຊຸມ​ລະດັບລັດຖະມົນຕີ​ອາຊ​ຽນEU​ຄັ້ງ​ທີ17ຈະ​ຈັດ​ຂຶ້ນ​ຢູ່​ພະນົມ​ເປັນ​ໃນ​ວັນ​ທີ27 ຫາ​ວັນ​ທີ28 ພຶດສະພາ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>